ບຸນກຸດສົງການ ຫຼື ບຸນປີໃໝ່ລາວ ປຽບເໝືອນເວທີການເຜີຍແຜ່ວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມ ຂອງຊາດລາວ, ພິສູດໃຫ້ເຫັນເຖິງຄວາມສັດທາ ແລະ ຄວາມເຫຼື້ອມ ໃສທາງພຸດທະສາດສະໜາຂອງປວງຊົນລາວທັງ ຊາດ ທີ່ໄດ້ພາກັນສະເຫຼີມສະຫຼອງຕາມຮີດຄອງອັນດີງາມ ມາແຕ່ບູຮານນະການ ແລະ ຍັງເປັນປາງບຸນໃຫຍ່ປະຈໍາ ຊາດ ທັງເປັນວັດທະນະທໍາທີ່ເກົ່າແກ່ມີມາແຕ່ດົນນານຂອງປະຊາຊົນລາວບັນດາເຜົ່າ. ນອກຈາກນີ້, ຊາວຕ່າງດ້າວ ທ້າວຕ່າງແດນ ກໍຍັງຮູ້ຈັກປາງບຸນນີ້ ແລະ ກໍຍັງນິຍົມຊົມຊອບທ່ອງທ່ຽວໃນງານບຸນດັ່ງກ່າວຂອງພວກເຮົາ. ດ້ວຍເຫດນີ້, ທຸກຄົນຕ້ອງມີຄວາມພາກພູມໃຈຕໍ່ວັດທະນະທໍາອັນດີງາມ ແລະ ຈົ່ງພ້ອມກັນເຊີດຊູການຫຼິ້ນບຸນ ປີໃໝ່ລາວໃຫ້ເປັນລະບຽບຮຽບຮ້ອຍ, ຖືກຕ້ອງຕາມຮີດຄອງປະເພນີ ອັນດີງາມຂອງຊາດລາວ ແລະ ຕ້ອງຮັກສາໄດ້ ຄວາມສະຫງົບ-ປອດໄພໃນແຕ່ລະປີ.
ການສະເຫຼີມສະຫຼອງບຸນປີໃໝ່ລາວປີນີ້, ສິ່ງທີ່ຫຼາຍຄົນໃຫ້ຄວາມສົນໃຈເປັນພິເສດ ກໍຄືການຈັດຕັ້ງປະຕິບັດຕາມ ແຈ້ງການ ເລກທີ 112/ປກສ.ນວ, ລົງວັນທີ 22 ມີນາ 2018 ເລື່ອງ: ການເພີ່ມທະວີວຽກງານປ້ອງກັນຄວາມສະ ຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນໄລຍະການສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2561 ເຫັນວ່າບາງຈຸດຍັງປະ ຕິບັດບໍ່ໄດ້ດີເທົ່າທີ່ຄວນ; ເຊິ່ງມັນສະແດງໃຫ້ເຫັນໃນການຫົດສົງນໍ້າກັນແບບໂລດໂຜນຢູ່ຕາມສາຍທາງໃຫຍ່ຕ່າງໆ ໃນນະຄອນຫຼວງວຽງຈັນ ເຊັ່ນ: ເອົານ້ຳໃສ່ຖົງຢາງດຶກ-ແກວ່ງໃສ່ກັນ, ເອົາຖັງນໍ້າໃສ່ລົດເລາະຫົດໄປຕາມຖະໜົນ ຫຼື ເອົານ້ຳປະສົມສີຫົດກັນ ຍັງປະກົດມີໃຫ້ເຫັນເປັນຈໍານວນຫຼາຍສົມຄວນ. ນອກຈາກນີ້, ການເສບງັນມ່ວນຊື່ນ ສະແດງທ່າທີແບບລາມົກອະນາຈານດ້ວຍການນຸ່ງສັ້ນ-ເຂີນເຕັ້ນຕາມເສັ້ນທາງຕ່າງໆຍັງປະກົດມີໃຫ້ເຫັນເປັນ ຈຳນວນບໍ່ໜ້ອຍ. ນອກນີ້, ຍັງມີໄວໜຸ່ມ-ຍິງສາວຈຳນວນ ໜຶ່ງນຸ່ງຖືບໍ່ສຸພາບ ເປັນຕົ້ນນຸ່ງໂສ້ງຂາສັ້ນເຂີນ, ນຸ່ງ ກະໂປ່ງ, ນຸ່ງສະເກິດສັ້ນເຂີນ, ນຸ່ງເສື້ອສາຍດ່ຽວເຂົ້າຫົດສົງພຣະຕາມວັດວາອາຮາມຕ່າງໆ, ເຊິ່ງບໍ່ຖືກຕາມຮີດຄອງ ແລະ ວັດທະນະທຳລາວ. ນອກຈາກນີ້, ຍັງມີການຫຼິ້ນນໍ້າ, ຫົດນໍ້າຕາມແຄມຖະໜົນທີ່ເປັນການກີດຂວາງການສັນ ຈອນ ແລະ ຍັງສ່ຽງທີ່ຈະພາໃຫ້ເກີດອຸບັດຕິເຫດຕາມທ້ອງຖະໜົນຕື່ມອີກ ແລະ ບັນຫາອື່ນໆ. ສະນັ້ນ, ເມື່ອເຫັນໄດ້ ສະພາບທີ່ພົ້ນເດັ່ນມີທັງຜົນດີ ແລະ ຜົນລົບທີ່ເປັນເງົາຕາມມານັ້ນ, ທຸກຄົນໃນສັງຄົມລວມທັງອົງການຈັດຕັ້ງພາກ ລັດ ແລະ ເອກະຊົນ ຄວນຄຳນຶງເຖິງການສະເຫຼີມສະຫຼອງໃນປີຕໍ່ໆໄປໃຫ້ມີຄວາມເປັນລະບຽບ ແລະ ຖືກຕ້ອງຕາມ ຮີດຄອງປະເພນີຂອງຊາດ ຫຼື ແຈ້ງການທີ່ໄດ້ກຳນົດໄວ້. ສິ່ງທີ່ສຳຄັນ, ຄວນມີມາດຕະການເຂັ້ມງວດກວ່ານີ້ໃນການ ຄວບຄຸມຜູ້ຍິງນຸ່ງໂສ້ງເຂົ້າສົງພຣະ ແລະ ຕ້ອງເຂັ້ມງວດຕໍ່ການຂັບຂີ່ໃນໄລຍະບຸນປີໃໝ່ລາວ ເພື່ອຮັບປະກັນບໍ່ໃຫ້ມີ ບັນຫາດື່ມ ສິ່ງມຶນເມົາແລ້ວຂັບຂີ່ພາຫະນະແລ້ວເກີດອຸບັດຕິເຫດຕາມທ້ອງຖະໜົນ. ເພາະບັນຫານີ້, ໃນແຕ່ລະປີ ທີ່ຜ່ານມາ ປະກົດມີໃຫ້ເຫັນຫຼາຍ; ເຊິ່ງປີນີ້ໃນໄລະຍະປີໃໝ່ລາວພຽງແຕ່ສາມວັນເທົ່ານັ້ນ, ທົ່ວປະເທດມີອຸບັດຕິ ເຫດເກີດຂຶ້ນທັງໝົດ 306 ຄັ້ງ, ທຽບໃສ່ປີຜ່ານມາ ເພີ່ມຂຶ້ນ 35 ຄັ້ງ. ມີພາຫະນະເປ່ເພທັງໝົດ 522 ຄັນ; ໃນນັ້ນ, ເປ່ເພເລັກໜ້ອຍ 242 ຄັນ, ສົມຄວນ 246 ຄັນ, ໃຊ້ການບໍ່ໄດ້ 16 ຄັນ; ຄົນໄດ້ຮັບບາດເຈັບ ທັງໝົດ 557 ຄົນ; ໃນນັ້ນ, ເຈັບເລັກ ໜ້ອຍ 267 ຄົນ, ສົມຄວນ 218 ຄົນ, ສາຫັດ 72 ຄົນ ແລະ ເສຍຊີວິດ 44 ຄົນ. ທຽບໃສ່ປີ ຜ່ານມາ, ຜູ້ເສຍຊີວິດເພີ່ມຂຶ້ນ 3 ຄົນ. ສະເພາະຢູ່ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ກວດພົບເຫັນຜູ້ລະເມີດລະບຽບ ການສັນຈອນທັງໝົດ 305 ຄົນ ຍິງ 87 ຄົນ, ໄດ້ສຶກສາອົບຮົມກ່າວເຕືອນ 251 ຄົນ ຍິງ 66 ຄົນ. ນອກນີ້, ສາ ມາດກວດກາຄວາມໄວເກີນໄດ້ທັງໝົດ 171 ຄົນ ຍິງ 24 ຄົນ ແລະ ກວດກາທາດເຫຼົ້າໄດ້ 134 ຄົນ ຍິງ 28 ຄົນ; ໃນນີ້, ພົບດີກຼີເກີນກໍານົດ 0,25 ມິນິກຼາມ ຈໍາ ນວນ 63 ຄົນ ຍິງ 11 ຄົນ. ມີອຸບັດຕິເຫດເກີດຂຶ້ນທັງໝົດ 33 ຄັ້ງ, ພາຫະນະເປ່ເພເລັກໜ້ອຍ 17 ຄັນ, ສົມຄວນ 42 ຄັນ, ໃຊ້ການບໍ່ໄດ້ 1 ຄັນ, ຄົນໄດ້ຮັບບາດເຈັບເລັກໜ້ອຍ 7 ຄົນ, ສົມຄວນ 25 ຄົນ, ສາຫັດ 17 ຄົນ ແລະ ເສຍ ຊີວິດ 7 ຄົນ.
ເຖິງຢ່າງໃດກໍດີ, ໃນຍຸກປັດຈຸບັນນີ້ເຖິງແມ່ນວ່າຈະມີຫຼາຍສິ່ງຫຼາຍຢ່າງປ່ຽນແປງໄປຕາມກົນໄກຂອງຍຸກໂລກາພິ ວັດ. ແຕ່ສິ່ງສໍາຄັນຄືຮີດຄອງປະເພນີນັ້ນບໍ່ເຄີຍປ່ຽນແປງ, ສິ່ງທີ່ປ່ຽນແປງແມ່ນຄົນເຮົາເຈົ້າຂ້ອຍທີ່ປ່ຽນແປງການ ນຸ່ງຖືທີ່ບໍ່ຖືກຕ້ອງຕາມຮີບຄອງປະເພນີຂອງຊາດ ເຂົ້າວັດຫົດສົງພຣະນັ້ນເອງ. ບັນຫານີ້, ຄວນເບິ່ງນໍາກັນເຖິງ ຄວາມເໝາະສົມ, ການຫົດສົງພຣະຢູ່ຕາມວັດວາອາຮາມ ຜູ້ຊາຍຄວນນຸ່ງໂສ້ງສຸພາບຮຽບຮ້ອຍ, ມີຜ້າບ່ຽງ, ມີນໍ້າ ອົບ, ນໍ້າຫອມທີ່ສະອາດກະກຽມມາແຕ່ເຮືອນ; ຜູ້ຍິງຕ້ອງນຸ່ງສິ້ນ, ມີທູບ-ທຽນ, ມີນໍ້າສະອາດ, ດອກໄມ້ ເພື່ອຫົດ ສົງພຣະ. ຖ້າທຸກ ຄົນໃນສັງຄົມລາວພາກັນເຮັດໄດ້ແບບນີ້, ເຊື່ອແນ່ວ່າ ຈະຊ່ວຍກັນອະນຸລັກຮັກ   ສາປະເພນີອັນດີ ງາມຂອງຊາດໄວ້ໄດ້.