ຫວ່າງບໍ່ດົນຜ່ານມານີ້, ບັນດາຕະຫຼາດຄ້າຂາຍອາວຸດເຖື່ອນແບບອອນລາຍເທິງສື່ອິນເຕີເນັດ ແມ່ນກຳລັງມີການຂະຫຍາຍຕົວອອກຢ່າງກວ້າງຂວາງ ເຊິ່ງມັນໄດ້ສ້າງຄວາມສະດວກໃຫ້ກັບກຸ່ມທີ່ຕ້ອງການອາວຸດ, ປືນ, ອຸປະກອນຕ່າງໆທີ່ນຳໃຊ້ເຂົ້າໃນການກໍ່ຄວາມບໍ່ສະຫງົບໃນສັງຄົມ ກໍຄືກໍ່ໃຫ້ເກີດປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ພຽງແຕ່ພວກເຂົາມີເງິນ ແລະ ເຂົ້າຊອກຫາໃນສື່ອອນລາຍ (ເວັບໄຊ) ພວກເຂົາກໍສາມາດສັ່ງຊື້ ຫຼື ຜູ້ເຄື່ອນໄຫວຂາຍອອນລາຍນັ້ນຈະເອົາໄປສົ່ງເຖິງສະຖານທີ່ເລີຍ.

ຫ້ອງຕຳຫຼວດອາຍາ ກອງບັນຊາການຕຳຫຼວດນະຄອນຫຼວງຮ່າໂນ້ຍ ສາມາດມ້າງກຸ່ມເຄືອຂ່າຍຄ້າຂາຍອາວຸດອອນລາຍໄດ້ໜຶ່ງກຸ່ມເມື່ອບໍ່ດົນຜ່ານມານີ້; ແຕ່ເຖິງຢ່າງໃດກໍຕາມ, ວຽກປາບປາມ ແລະ ສະກັດກັ້ນຕໍ່ກຸ່ມເຄື່ອນໄຫວດັ່ງກ່າວ ກໍບໍ່ແມ່ນເລື່ອງງ່າຍສຳລັບເຈົ້າໜ້າທີ່ວິຊາສະເພາະ.

ຮູບການເຄື່ອນໄຫວຂອງພວກກ່ຽວ ແມ່ນເຮັດແບບງ່າຍດາຍ ພຽງແຕ່ເຮົາເຂົ້າໄປຊອກຫາໃນໜ້າເວັບໄຊ ແລ້ວຊອກຊື່ສິ່ງຂອງທີ່ຕ້ອງການ ມັນກໍປະກົດຂຶ້ນມາໃຫ້ເລືອກຊື້ ເຊິ່ງເຈົ້າໜ້າທີ່ພວກເຮົາໄດ້ທົດລອງເຂົ້າໜ້າເວັບໄຊໜຶ່ງທີ່ຂາຍເຄື່ອງອຸປະກອນດັ່ງກ່າວ ເຊິ່ງມີສະຖານທີ່ຕັ້ງຢູ່ເຂດເກົ່າເຢີຍ ຮ່າໂນ້ຍ; ເມື່ອເຂົ້າກວດກາຂໍ້ມູນຂອງພວກກ່ຽວພົບວ່າ ພວກກ່ຽວເຄື່ອນໄຫວເປີດຂາຍອາວຸດແບບອອນລາຍມາຕັ້ງແຕ່ປີ 2014 ເຊິ່ງລວມມີສິນຄ້າຫຼາຍປະເພດສະຫຼັບປົນເປກັບອາວຸດເຖື່ອນດັ່ງກ່າວ. ອາວຸດທີ່ພວກເຂົານຳເຂົ້າມາຂາຍລວມມີ ມີດຊະນິດບີບ ຕັ້ງແຕ່ຂະໜາດນ້ອຍຈົນເຖິງຂະໜາດຍາວ, ມີດຍາວ, ກະບອງໄຟຟ້າ, ເຄື່ອງຊ໊ອດ, ແກ໊ດນ້ຳຕາ ແລະອື່ນໆ.

ເມື່ອເຈົ້າໜ້າທີ່ວິຊາສະເພາະຂອງພວກເຮົາ ກວດຮູ້ຄືແນວນັ້ນ ຈຶ່ງໄດ້ຕິດຕໍ່ຫາພວກກ່ຽວຕາມເບີໂທທີ່ພວກເຂົາໃຫ້ໃນເວັບໄຊ ຖາມຊື້ບັ້ງຊີດແກ໊ດນ້ຳຕາ ແລະ ປືນໄຟຟ້າ, ບໍ່ເທົ່າໃດນາທີເຈົ້າຂອງຮ້ານກໍຕິດຕໍ່ກັບມາສອບຖາມລາຍລະອຽດ ເມື່ອສາມາດຕົກລົງລາຄາກັນໄດ້ ພຽງແຕ່ເອົາເງິນຈຳໄວ້ກ່ອນ 10% ພວກເຂົາກໍຈະນຳສົ່ງອຸປະກອນດັ່ງກ່າວເຖິງເຮືອນຜູ້ສັ່ງ.

ພິເສດມີບາງໜ້າເວັບໄຊທີ່ເຄື່ອນໄຫວໃນລັກສະນະດຽວກັນ ນອກຈາກພວກເຂົາຈະຂາຍອາວຸດ ຫຼື ອຸປະກອນປ້ອງກັນຕົວດັ່ງທີ່ກ່າວມາຂ້າງເທິງນັ້ນແລ້ວ ພວກເຂົາຍັງຈ່າວຂາຍປືນຊະນິດທີ່ສາມາດກໍ່ເຫດ ຫຼື ລ່າເນື້ອນຳອີກເຊັ່ນ: ປືນໄຟຟ້າ, ປືນຍິງດ້ວຍແກ໊ດ, ປືນລົມ, ປືນຍິງດ້ວຍແວງ ແລະ ປືນແກ໊ບນຳອີກ. ຖ້າຈະຊື້ອຸປະກອນດັ່ງກ່າວນັ້ນໄດ້ ແມ່ນຈະຕ້ອງມີຄວາມເຊື່ອໃຈ ແລະ ຕ້ອງໂອນເງິນໃຫ້ກ່ອນ ແລ້ວຈະມີພະນັກງານນຳສົ່ງເຄື່ອງໃຫ້ຕາມຫຼັງ.

ຕໍ່ໜ້າສະພາບການດັ່ງກ່າວ, ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການຕຳຫຼວດນະຄອນຮ່າໂນ້ຍ ຈຶ່ງມອບໃຫ້ຫ້ອງຕຳຫຼວດອາຍາ ສົມທົບກັບ ກອງຕຳຫຼວດແຕ່ລະເຂດ, ເມືອງເພື່ອຈັດຕັ້ງການສະກັດກັ້ນ ແລະ ປາບປາມຕໍ່ກຸ່ມເຄື່ອນໄຫວດັ່ງກ່າວ.

ເດືອນກຸມພາ 2018, ພະນັກງານຈຸຕຳຫຼວດອາຍາ ໄດ້ກວດພົບເປົ້າໝາຍຄົນໜຶ່ງກຳລັງຂາຍອາວຸດປ້ອງກັນຕົວເທິງສື່ອອນລາຍເຟສບຸກ, ຫຼັງຈາກເກັບກຳຂໍ້ມູນໄດ້ແລ້ວ ຈຶ່ງຂໍຄຳຊີ້ນຳຈາກຂັ້ນເທິງ ເຈົ້າໜ້າທີ່ວິຊາສະເພາະພວກເຮົາຈຶ່ງຈັດຕັ້ງປະຕິບັດການສືບສວນ-ສອບສວນ ເພື່ອຕິດຕາມຈັບຕົວຜູ້ກ່ຽວ.

ຍ້ອນຮູ້ວ່າການຊື້ຂາຍອາວຸດ, ເຄື່ອງອຸປະກອນປ້ອງກັນຕົວ ຫຼື ວັດຖຸຮັບໃຊ້ດັ່ງກ່າວແມ່ນບໍ່ໄດ້ຮັບອະນຸຍາດ, ເປົ້າໝາຍເຄື່ອນໄຫວແມ່ນມີຄວາມລະມັດລະວັງໃນການເຄື່ອນໄຫວ ໂດຍສະເພາະແມ່ນໃນຂະນະທີ່ນຳສົ່ງເຄື່ອງໃຫ້ລູກຄ້າ; ດັ່ງນັ້ນ, ເຈົ້າໜ້າທີ່ພວກເຮົາຈຶ່ງຕ້ອງໄດ້ນຳໃຊ້ທຸກວິທີການຂອງວິຊາສະເພາະ, ນຳໃຊ້ພະນັກງານສືບຂ່າວລົງຕິດຕາມຕົວຈິງ ຈຶ່ງສາມາດຮູ້ໄດ້ສາງເກັບມ້ຽນເຄື່ອງຂອງເປົ້າໝາຍ. ຜ່ານການເຮັດວຽກຕົວຈິງຂອງເຈົ້າໜ້າທີ່ ຈຶ່ງສາມາດຮູ້ໄດ້ຊື່ເຈົ້າຂອງກິດຈະການຄ້າອາວຸດອຸປະກອນປ້ອງກັນຕົວຄັ້ງນີ້ຊື່ ທ້າວ ຮວ່າງແອ້ງຫງັອກ ອາຍຸ 28 ປີ ຢູ່ເມືອງລາກເຊິນ ແຂວງຮວ່າບິ່ງ ປັດຈຸບັນ ຜູ້ກ່ຽວເຊົ່າເຮືອນຢູ່ຄຸ້ມເມຈີ່ ເຂດນາມຕື່ລ້ຽມ ນະຄອນຫຼວງຮ່າໂນ້ຍ.

ວັນທີ 11 ມີນາ 2018, ເຈົ້າໜ້າທີ່ວິຊາສະເພາະພົບເຫັນ ທ້າວ ຫງັອກ ກຳລັງນຳເອົາອາວຸດທີ່ລູກຄ້າສັ່ງໄປສົ່ງຕາມສະຖານທີ່ນັດໝາຍໄວ້ ເຊິ່ງຜູ້ກ່ຽວໄປທີ່ໜ້າຕຶກ Lotte ເຂດບາດິ່ງ; ດັ່ງນັ້ນ, ເຈົ້າໜ້າທີ່ຈຶ່ງເຂົ້າກວດກາ ແລະ ຈັບຕົວຜູ້ກ່ຽວພ້ອມຂອງກາງທີ່ຜູ້ກ່ຽວຊຸກເຊື່ອງໄວ້ໃນບາໂລ ລວມມີ: ບັ້ງສີດແກ໊ດນ້ຳຕາ 2 ບັ້ງ, ຄ້ອນຕ່ອງ 3 ອັນ, ມີດຊະນິດບີບ 1 ດວງ ແລະ ຄ້ອນຊ໊ອດໄຟຟ້າ 1 ອັນ; ຈາກນັ້ນ, ເຈົ້າໜ້າທີ່ຈຶ່ງເຂົ້າກວດສະຖານທີ່ພັກເຊົາຂອງຜູ້ກ່ຽວ ເຊິ່ງເປັນບ່ອນເກັບມ້ຽນທີ່ຕຶກເມຈີ່ ເຈົ້າໜ້າທີ່ຕຳຫຼວດກວດພົບວັດຖຸອຸປະກອນຈຳນວນຫຼາຍພັນລາຍການ ລວມມີ: ບັ້ງສີດແກ໊ດນ້ຳຕາ, ມີດສະປາຕາ ແລະອື່ນໆ.

ຜ່ານການສືບສວນຂອງເຈົ້າໜ້າທີ່, ຜູ້ກ່ຽວຮັບສາລະພາບວ່າ: ໄດ້ລົງທຶນເຮັດກິດຈະການຂາຍວັດຖຸອຸປະກອນ ແລະ ອາວຸດປ້ອງກັນຕົວມາແລ້ວໜຶ່ງປີກວ່າ, ກ່ອນໜ້ານີ້ຜູ້ກ່ຽວແມ່ນຄ້າຂາຍເຄື່ອງຍ່ອຍກັບຄອບຄົວພໍ່-ແມ່, ມາປີ 2015 ຜູ້ກ່ຽວໄດ້ອອກມາຢູ່ຮ່າໂນ້ຍ ເຮັດວຽກດູແລລູກຄ້າໃຫ້ກັບບໍລິສັດແຫ່ງໜຶ່ງ ຮອດກາງປີ 2016 ຜູ້ກ່ຽວຈຶ່ງຫັນມາເປັນພໍ່ຄ້າຜ່ານສື່ອອນລາຍ ແມ່ນຂາຍກັບໄຟນ້ຳມັນກ໊າດ ແລະ ພວງກະແຈທົ່ວໄປ.

ໃນຂະນະດຽວກັນນີ້, ມີຫຼາຍຄົນໄດ້ຖາມຜູ້ກ່ຽວວ່າ ເປັນຫຍັງຄືບໍ່ນຳວັດຖຸອຸປະກອນປ້ອງກັນຕົວເຂົ້າມາຂາຍ ເຖິງວ່າການນຳເອົາວັດຖຸປະເພດດັ່ງກ່າວເຂົ້າມາຈຳໜ່າຍແມ່ນບໍ່ຖືກຕ້ອງຕາມລະບຽບກົດໝາຍ ແຕ່ຍ້ອນຜົນປະໂຫຍດ ແລະ ກຳໄລງາມບວກໃສ່ການສັ່ງຈອງ ຫຼື ທັກຖາມຂອງລູກຄ້າ ຈຶ່ງເຮັດໃຫ້ຜູ້ກ່ຽວປ່ຽນໃຈສັ່ງຊື້ອຸ ປະກອນເຫຼົ່ານັ້ນຈາກປະເທດຈີນ ມາທີ່ປະເທດຫວຽດນາມ.

ເບື້ອງຕົ້ນຜູ້ກ່ຽວໄດ້ລົງທຶນຊື້ມາທົດລອງໃນຈຳນວນບໍ່ຫຼາຍ ແຕ່ເມື່ອເຫັນວ່າໄດ້ຂາຍດີເກີນຄາດ ຈຶ່ງໄດ້ສັ່ງຊື້ຈຳນວນຫຼາຍ ແລະ ຫຼາຍປະເພດປະສົມກັນ. ອຸປະກອນທຸກຢ່າງທີ່ສັ່ງເຂົ້າມາ ຜູ້ກ່ຽວແມ່ນຂາຍຜ່ານສື່ອອນລາຍເຟສບຸກ, ເມື່ອລູກຄ້າສັ່ງຊື້ ຜູ້ກ່ຽວຈະຈ້າງໃຫ້ຄົນໄປສົ່ງໃຫ້ຕາມການນັດໝາຍຖ້າແມ່ນໃນບໍລິເວນໃກ້ຄຽງ ຖ້າຫາກລູກຄ້າທີ່ຢູ່ຕ່າງແຂວງ ຜູ້ກ່ຽວຈະໃຫ້ໂອນເງິນມາກ່ອນແລ້ວສົ່ງເຄື່ອງໃຫ້ທາງລົດເມ.

ເຈົ້າໜ້າທີ່ຕຳຫຼວດກວດພົບສາງເຄື່ອງຂອງຜູ້ກ່ຽວ ແລະ ຕົກໃຈກັບອຸປະກອນທີ່ສາມາດກໍ່ເຫດອັນຕະລາຍໄດ້ ໃນນັ້ນມີ: ປືນຍິງໄຟດ້ວຍແກ໊ດ ແລະ ວັດຖຸອື່ນໆອີກ, ເບິ່ງແລ້ວຜູ້ກ່ຽວໄດ້ຈັດເປັນລະບຽບຮຽບຮ້ອຍ ເຊິ່ງປຽບເໝືອນການຈັດເຄື່ອງໃນສາງຂອງບໍລິສັດໃດໜຶ່ງ, ທ້າວ ຫງັອກ ຮັບສາລະພາບຕື່ມອີກວ່າ: ທຸກໆສິນຄ້າທີ່ຂາຍອອກຕະຫຼາດ ແມ່ນຈະມີກຳໄລທົບເຄິ່ງຂອງມູນຄ່າຊື້ມາ ສະເລ່ຍແລ້ວໃນແຕ່ລະເດືອນ ຜູ້ກ່ຽວສາມາດເກັບເງິນໄດ້ຈາກການຂາຍເຄື່ອງດັ່ງກ່າວ 30 ກວ່າລ້ານດົ່ງ.

ພັຕ ເຢືອງມິ້ງຕຸ່ງ ຫົວໜ້າພະແນກຕຳຫຼວດ ກອງຕີພິເສດ ຫ້ອງຕຳຫຼວດອາຍາ ໃຫ້ຮູ້ວ່າ: ຖ້າຫາກວັດຖຸອຸປະກອນທັງໝົດເຫຼົ່ານີ້ຖືກຈຳໜ່າຍອອກໄປສູ່ສັງຄົມ ຈະເຮັດໃຫ້ສັງຄົມເກີດຄວາມອັນຕະລາຍຈາກກຸ່ມໄວຄະນອງທີ່ເປັນເຈົ້າຂອງອາວຸດເຫຼົ່ານີ້ນຳໄປກໍ່ເຫດປຸ້ນຈີ້, ຊິງຊັບ, ກໍ່ອາລະວາດຕີກັນ ເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບຢ່າງແນ່ນອນ ໂດຍສະເພາະແມ່ນອາວຸດຈຳພວກປືນຍິງໄຟຟ້າ, ຄ້ອນຊ໊ອດໄຟຟ້າ ເພາະຈຳພວກນີ້ ແມ່ນສາມາດເຮັດໃຫ້ຄົນເຮົາໝົດສະຕິກັບທີ່.

ຕົວຈິງໃນປັດຈຸບັນ, ຢູ່ເທດສະບານນະຄອນຫຼວງຮ່າໂນ້ຍ ແມ່ນເກີດເຫດການທີ່ກໍ່ໃຫ້ມີຄວາມອັນຕະລາຍເຖິງຊີວິດ ແລະ ຊັບສິນ ແມ່ນນັບມື້ນັບຫຼາຍຂຶ້ນ ໂດຍສະເພາະແມ່ນເຫດການປຸ້ນຈີ້, ຊິງຊັບ, ຈັບຮຽກຄ່າໄຖ່ ແລະ ການກໍ່ອາລະວາດຕີກັນ. ເຊິ່ງເປົ້າໝາຍທີ່ກໍ່ເຫດລ້ວນແຕ່ມີອາວຸດຄົບມື; ຕົວຢ່າງດັ່ງເຫດການທີ່ ທ້າວ ເທື້ອງ ຕຸ່ງບິກ ຢູ່ເຂດແບັກດັ່ງ ຮາຍບາຈຶ້ງ ນະຄອນຫຼວງຮ່າໂນ້ຍ ໄດ້ໃຊ້ປືນ ແລະ ບັ້ງສີດແກ໊ດນ້ຳຕາ ທຳຮ້າຍລູກຂອງຕົນເອງ ເຮັດໃຫ້ເຈົ້າໜ້າທີ່ຕຳຫຼວດພົບຄວາມຫຍຸ້ງຍາກສົມຄວນກ່ອນຈະຊ່ວຍເຫຼືອເດັກຄົນດັ່ງກ່າວໄດ້; ນອກຈາກເຫດການຄັ້ງນີ້, ຍັງມີອີກຫຼາຍເຫດການປຸ້ນຊັບເກີດຂຶ້ນທີ່ເປົ້າໝາຍກໍ່ເຫດ ລ້ວນແຕ່ກະກຽມອຸປະກອນໃນການກໍ່ເຫດເຊັ່ນ: ສະເປແກ໊ດນ້ຳຕາ, ຄ້ອນຊ໊ອດໄຟຟ້າ ເພື່ອກຽມພ້ອມສູ້ຄືນກັບເຈົ້າໜ້າທີ່ຖ້າຫາກຖືກກວດພົບ.

ພ້ອມດຽວກັນນີ້, ບັນດາອາວຸດອຸປະກອນທີ່ກຸ່ມນັກເລງອັນຕະພານ ຍາມໃດພວກເຂົາກໍຈະມີໄວ້ຕິດຕົວຕະຫຼອດ, ໂດຍສະເພາະກຸ່ມເກັບເງິນນອກລະບົບພິເສດແມ່ນກຸ່ມເປົ້າໝາຍເຄື່ອນໄຫວຄ້າຂາຍຢາເສບຕິດ. ດັ່ງເຫດຄະດີທີ່ເກີດຂຶ້ນໃນເດືອນກັນຍາ 2016, ຕຳຫຼວດກຸ່ມດົງດ້າ ນະຄອນຫຼວງຮ່າໂນ້ຍ ໄດ້ກວດພົບ ແລະ ຈັບຕົວເປົ້າໝາຍຊື່ ນາງ ຫງວຽນທິຮົ່ງຫາຍ ອາຍຸ 44 ປີ ຢູ່ຄຸ້ມຫວິງຕຸ້ຍ ເຂດຮາຍບາຈຶ້ງ ຮ່າໂນ້ຍ ໃນຂະນະທີ່ດຳເນີນການເຂົ້າຈັບຕົວ ແລະ ກວດຢຶດຂອງກາງເປົ້າໝາຍທີ່ເຮືອນຂອງຜູ້ກ່ຽວ ເຈົ້າໜ້າທີ່ນອກຈາກຈະສາມາດກວດຢຶດຂອງກາງທີ່ເປັນຢາເສບຕິດຈຳນວນຫຼາຍແລ້ວ ຍັງກວດພົບສາງເກັບອາວຸດເຊິ່ງປະກອບມີ: ປືນສັ້ນ 2 ກະບອກ, ໝາກແຕກ 2 ໜ່ວຍ ແລະ ລູກປືນຊະນິດຕ່າງໆອີກ 67 ລູກ. ຜ່ານການສອບສວນຂອງເຈົ້າໜ້າທີ່ ເປົ້າໝາຍດັ່ງກ່າວໄດ້ຮັບສາລະພາບວ່າ: ໄດ້ຊື້ອາວຸດດັ່ງກ່າວມາແຕ່ແຂວງຫາຍຟ່ອງ ເພື່ອຮັບໃຊ້ເຂົ້າໃນວຽກຄ້າຂາຍຢາເສບຕິດຂອງຕົນ.

ເດືອນຕຸລາ 2016, ກຸ່ມນັກເລງໄດ້ໃຊ້ປືນຍິງເຂົ້າໂຮງແຮມນາມເກື່ອງ 2 ທີ່ຖະໜົນຫງວຽນທິດິ່ງ ຄຸ້ມຈຸ້ງຮວ່າ ເຂດເກົ່າເຢີຍ ເຮັດໃຫ້ມີຄົນເສຍຊີວິດ 1 ຄົນ ເປັນພະນັກງານເຄົາເຕີ. ໄລຍະດຽວກັນນີ້, ກຸ່ມນັັກເລງດັ່ງກ່າວຍັງໃຊ້ປືນຍິງຄົນທີ່ບໍລິເວນໃກ້ໂຮງແຮມດັ່ງກ່າວອີກ ເຮັດໃຫ້ມີຄົນໄດ້ຮັບບາດເຈັບ 1 ຄົນ. ຫຼັງຈາກໄດ້ຮັບແຈ້ງຄວາມ, ເຈົ້າໜ້າທີ່ຕຳຫຼວດໄດ້ລົງກວດກາສະຖານທີ່ເກີດເຫດ ແລະ ຈັດຕັ້ງກຳລັງລົງຕິດຕາມເປົ້າໝາຍ ແລະ ສາມາດຈັບຕົວຜູ້ກໍ່ເຫດທັງໝົດ.

ຈາກນັ້ນ, ເຈົ້າໜ້າທີ່ຕຳຫຼວດຈຶ່ງໄດ້ ເຂົ້າກວດຄົ້ນສະຖານທີ່ພັກເຊົາຂອງບັນດາເປົ້າໝາຍສາມາດກວດພົບ ແລະ ຢຶດອາວຸດປືນ AK47 ໜຶ່ງກະບອກ, ປືນສັ້ນ K59 ໜຶ່ງກະບອກ ພ້ອມທັງລູກປືນອີກຈຳນວນໜຶ່ງ; ນອກຈາກອາວຸດທີ່ເປັນອັນຕະລາຍຮ້າຍແຮງນີ້ແລ້ວ ເຈົ້າໜ້າທີ່ຍັງກວດຢຶດເອົາອາວຸດປະເພດມີດ, ງ້າວ, ສະປາຕາ, ຄ້ອນຕ່ອງ, ຄ້ອນຊ໊ອດໄຟຟ້າ ແລະ ອຸປະກອນອື່ນໆອີກທີ່ເຈົ້າໜ້າທີ່ໄດ້ຢືນຢັນວ່າ ເປັນອຸປະກອນອັນຕະລາຍ ເຊິ່ງອຸປະກອນເຫຼົ່ານີ້ຕ້ອງແມ່ນເຈົ້າໜ້າທີ່ ແລະ ພາກສ່ວນທີ່ກ່ຽວຂ້ອງເທົ່ານັ້ນທີ່ຈະສາມາດຄອບຄອງ ຫຼື ນຳໃຊ້ໄດ້.

ຜ່ານການລາຍງານສະຖິຕິຂອງກົມໃຫຍ່ຕຳຫຼວດ ກະຊວງຕຳຫຼວດ ໃຫ້ຮູ້ວ່າ: ນັບແຕ່ປີ 2012 ຫາເດືອນມິຖຸນາ 2017 ທົ່ວປະເທດໄດ້ເກີດເຫດ 9.200 ເລື່ອງ ທີ່ພົວພັນເຖິງການຄ້າຂາຍອາວຸດເຖື່ອນ, ສ່ວນຫຼາຍແມ່ນຄະດີກ່ຽວກັບມີໄວ້ໃນຄອບຄອງ, ນຳໃຊ້ວັດຖຸອຸປະກອນທີ່ເປັນອັນຕະລາຍຕໍ່ບຸກຄົນອື່ນ ຜູ້ກໍ່ເຫດສ່ວນຫຼາຍກໍແມ່ນກຸ່ມນັກເລງອັນຕະພານ, ກຸ່ມຫົວຮຸນແຮງ ແລະ ກຸ່ມທີ່ມີການຕໍ່ຕ້ານກັບກຳລັງວິຊາສະເພາະ.

ເຖິງຢ່າງໃດກໍຕາມ, ວຽກປາບປາມ ແລະ ສະກັດກັ້ນກຸ່ມເຄື່ອນໄຫວຄ້າອາວຸດຜ່ານສື່ອອນລາຍ ແມ່ນຍັງພົບຄວາມຫຍຸ້ງຍາກສົມຄວນ ໂດຍສະເພາະແມ່ນການຊອກຮູ້ເຖິງເປົ້າໝາຍຜູ້ທີ່ເປັນໂຕການ, ຜູ້ທີ່ຄຸ້ມຄອງໜ້າເວັບໄຊ, ທີ່ຢູ່ຂອງຜູ້ຂາຍ ກໍຄືຜູ້ສັ່ງຊື້ອາວຸດທີ່ບໍ່ຖືກຕ້ອງດັ່ງກ່າວ ເພາະມີບາງໜ້າເວັບໄຊ ແມ່ນໄດ້ຕັ້ງລະບົບເຊີເວີທີ່ຕ່າງປະເທດ.

ພັອ ໂດຼແອ້ງຕວັນ ຮອງຫົວໜ້າກົມຕ້ານສະກັດກັ້ນຜູ້ກໍ່ອາດຊະຍາກຳທີ່ນຳໃຊ້ເອເລັກໂຕຼນິກຂັ້ນສູງ ກະຊວງຕຳຫຼວດ ໃຫ້ຮູ້ວ່າ: ອາວຸດຫຼາຍຊະນິດ ໂດຍສະເພາະແມ່ນປະເພດປືນລ່າເນື້ອ, ປືນຍິງດ້ວຍແກ໊ດ ແລະອື່ນໆ ແມ່ນໄດ້ກໍ່ໃຫ້ເກີດອັນຕະລາຍຮ້າຍແຮງ ເຊິ່ງອາດເຮັດໃຫ້ຜູ້ໄດ້ຮັບເຄາະຮ້າຍເຖິງຂັ້ນບາດເຈັບສາຫັດ ຫຼື ເສຍຊີວິດ; ແຕ່ຜ່ານນັ້ນພວກເຮົາແມ່ນສາມາດປາບປາມ ຫຼື ແກ້ໄຂໄດ້ສະເພາະແຕ່ຄົນຂາຍ ແຕ່ຄວາມຈິງໃນສັງຄົມອອນລາຍ ແມ່ນຍັງປະກົດມີວິດີໂອແນະນຳວິທີປະດິດປືນປະເພດຕ່າງໆນັ້ນຢ່າງຫຼວງຫຼາຍຜ່ານເທິງສື່ອອນລາຍ.

ນອກນັ້ນ, ຍັງມີການແນະນຳວິທີນຳໃຊ້ໝື້ປືນແຕ່ລະຊະນິດ, ແກ໊ບໃຊ້ຍິງປືນ ລວມໄປເຖິງການປະດິດລະເບີດທີ່ສາມາດສັ່ງງານຜ່ານໂທລະສັບມືຖືຈາກທາງໄກ; ດັ່ງນັ້ນແລ້ວ, ບັນດາວິດີໂອແນະນຳດັ່ງກ່າວ ໄດ້ເຮັດໃຫ້ໄວໜຸ່ມ ຫຼື ກຸ່ມຄົນທີ່ມີຄວາມສະແຫວງຫາດ້ານຄວາມຮຸນແຮງ ກໍຫັນມາສົນໃຈນັບມື້ນັບຫຼາຍຂຶ້ນ ໂດຍສະເພາະແມ່ນເປົ້າໝາຍທີ່ຫາອາວຸດມາຄອບຄອງ, ຊື້-ຂາຍອາວຸດ ຫຼື ອຸປະກອນປ້ອງກັນຕົວທີບໍ່ຖືກຕ້ອງຕາມລະບຽບກົດໝາຍ.

ທ່ານຍັງໃຫ້ຮູ້ຕື່ມອີກວ່າ: ຖ້າຢາກເຮັດວຽກງານຕ້ານ ແລະ ສະກັດກັ້ນການນຳເຂົ້າ ຫຼື ການຄ້າຂາຍອາວຸດ ລວມທັງອຸປະກອນປ້ອງກັນຕົວທຸກຊະນິດ ຫົວໜ້າກອງບັນຊາການຕຳຫຼວດນະຄອນຫຼວງຮ່າໂນ້ຍ ແມ່ນໄດ້ຊີ້ນຳກຳລັງຕຳຫຼວດປ້ອງກັນເຄື່ອນທີ່ ແລະ ກອງ 141 ຂອງກອງບັນຊາການຕຳຫຼວດນະຄອນຫຼວງຮ່າໂນ້ຍ ຢູ່ຕະຫຼອດ ເພື່ອເປັນການປະສານສົມທົບກັບຕຳຫຼວດກຸ່ມ, ເມືອງ ເພື່ອຈັດຕັ້ງອອກກວດກາລາດຕະເວນກວດພົບ ແລະ ແກ້ໄຂດ່ວນ ຖ້າພົບເປົ້າໝາຍເຄື່ອນໄຫວຄ້າຂາຍ ຫຼື ມີໄວ້ໃນຄອບຄອງບັນດາອາວຸດທີ່ເປັນອັນຕະລາຍດັ່ງກ່າວ.

ພົຈວ ດ່າວແທ້ງຫາຍ ຮອງຫົວໜ້າກອງບັນຊາການຕຳຫຼວດນະຄອນຫຼວງຮ່າໂນ້ຍ ຢືນຢັນວ່າ: ວຽກອອກກວດກາລາດຕະເວນ, ກວດຊອກຫາເປົ້າໝາຍທີ່ຄອບຄອງ ຫຼື ນຳເອົາວັດຖຸອຸປະກອນປ້ອງກັນຕົວ ລວມເຖິງບັນດາອາວຸດເສິກມາປະກາດຂາຍຜ່ານເທິງສື່ອອນລາຍ ລ້ວນແຕ່ແມ່ນໄດ້ຮັບການຊີ້ນຳຢ່າງໃກ້ຊິດຂອງຄະນະບັນຊາກອງບັນຊາການຕຳຫຼວດນະຄອນຫຼວງຮ່າໂນ້ຍ ຊີ້ນຳພາກສ່ວນຮັບຜິດຊອບວຽກງານວິຊາສະເພາະ ເຮັດໜ້າທີ່ຢ່າງຕັ້ງໜ້າ, ເຄັ່ງຄັດ. ຜ່ານມາຈຶ່ງສາມາດໄດ້ຮັບໝາກຜົນຈາກການຕໍ່ສູ້ມ້າງລາຍຄະດີເຫຼົ່ານີ້ຢ່າງໜ້າເພິ່ງພໍໃຈ.

ໃນເວລາທີ່ຈະເຖິງນີ້, ທຸກພາກສ່ວນວິຊາສະເພາະ ຕ້ອງໄດ້ສຸມໃສ່ການປະຕິບັດໜ້າທີ່ຢ່າງເອົາຈິງເອົາຈັງ ໂດຍຖືເອົາການໂຄສະນາເຜີຍແຜ່ຜົນຮ້າຍຂອງວັດຖຸອຸປະກອນເຫຼົ່ານັ້ນ ແນໃສ່ຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ທີ່ຈະເກີດຂຶ້ນໃນສັງຄົມ, ປະຊາຊົນທຸກຊັ້ນຄົນຕ້ອງເປັນຫູເປັນຕາຊ່ວຍເຈົ້າໜ້າທີ່ ເມື່ອພົບເຫັນປະກົດການຊື້-ຂາຍ ຫຼື ມີໄວ້ໃນຄອບຄອງປະເພດອາວຸດເສິກ ຫຼື ວັດຖຸທີ່ເປັນອັນຕະລາຍ ຕ້ອງໄດ້ແຈ້ງໃຫ້ເຈົ້າໜ້າທີ່ຮັບຮູ້ ເພື່ອມີວິທີແກ້ໄຂໃຫ້ທັນເວລາ ບໍ່ໃຫ້ມີການແຜ່ລາມເປັນວົງກວ້າງອອກໄປໄດ້.