ຄອບຄົວ ທ່ານ ບຸນທອນ, ທ່ານ ນາງ ອຸໄລເພັດ ນາກກະເສນ ແລະ ທ່ານ ຄໍາສິງ ປາດຖະໜາ ປະຊາຊົນບ້ານດອນດູ່ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ສົມທົບກັບມູນລະນິທິຊ່ວຍເຫຼືອຜູ້ທຸກຍາກ ແຫ່ງ ສປປ ລາວ ນຳເຄື່ອງອຸປະໂພກ-ບໍລິໂພກລວມ ມູນຄ່າທັງໝົດ 7.569.000 ກີບ ໄປມອບໃຫ້ນ້ອງນັກຮຽນໂຮງຮຽນມູນລະປະຖົມນາສ້າງຫີນ ເມືອງສັງທອງ ນະຄອນຫຼວງວຽງຈັນ ໃນວັນທີ 25 ເມສາ 2018.

ເຄື່ອງທີ່ນໍາມາມອບໃນຄັ້ງນີ້ ປະກອບມີ: ໂສ້ງ, ສິ້ນ, ເສື້ອນັກຮຽນ, ກະເປົາເປ້ ແລະ ເກີບສຸບ ຈໍານວນ 35 ຊຸດ, ບິກ, ສໍ, ຢາງລຶບຢ່າງລະ 5 ກັບ, ປຶ້ມຂຽນ ຈໍານວນ 4 ຕັບ, ປຶ້ມແບບຮຽນວິຊາຫັດອ່ານ ປ 1-3 ຈໍານວນ 30 ຫົວ, ປຶ້ມແບບຮຽນວິຊາໂລກອ້ອມຕົວ ປ 1-3 ຈໍານວນ 25 ຫົວ, ປຶ້ມແບບຮຽນວິຊາເລກ ປ 1-3 ຈໍານວນ 30 ຫົວ, ເຂົ້າກ່ອງຈໍານວນ 60 ກ່ອງ ແລະ ເຄື່ອງດື່ມເຂົ້າໜົມອີກຈໍານວນໜຶ່ງ; ນອກນີ້, ບັນດາຄອບຄົວຍັງໄດ້ມອບເຄື່ອງກິລາ ປະກອບມີບານເຕະ 5 ໜ່ວຍ, ກະຕໍ້ 10 ໜ່ວຍ, ຕາໜ່າງ 2 ດາງ ມອບໃຫ້ໂຮງຮຽນມູນລະປະຖົມນາສ້າງຫີນ ຕາງໜ້າມອບໂດຍ ທ່ານ ນາງ ອຸໄລເພັດ ນາກກະເສນ ຮັບໂດຍອາຈານ ແດງນ້ອຍ ລາຊາ ຮອງອໍານວຍການໂຮງຮຽນ.

ໃນພິທີ, ອາຈານ ແດງນ້ອຍ ລາຊາ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ບັນດາຄອບຄົວ ແລະ ມູນລະນິທິຊ່ວຍເຫຼືອຜູ້ທຸກຍາກແຫ່ງ ສປປ ລາວ ທີ່ໃຫ້ການອຸປະຖໍາຊ່ວຍເຫຼືອນ້ອງນັກຮຽນ ແລະ ໂຮງຮຽນ. ຂໍອວຍພອນໃຫ້ແກ່ບັນດາຄອບຄົວຜູ້ໃຈບຸນ ຈົ່ງປະສົບຜົນສໍາເລັດໃນໜ້າທີ່ວຽກງານຂອງຕົນທຸກປະການ, ເຄື່ອງທີ່ນໍາມາມອບບໍ່ວ່າຈະເປັນອຸປະກອນການຮຽນ, ອຸປະກອນກິລາທາງໂຮງຮຽນສັນຍາວ່າຈະນໍາໃຊ້ເຄື່ອງດັ່ງກ່າວນີ້ ໄປໝູນໃຊ້ເຂົ້າໃນການສິດສອນ-ຮໍ່າຮຽນໃຫ້ເກີດຜົນປະໂຫຍດສູງສຸດ.