ກອງບັນຊາການປ້ອງກັນເຄື່ອນທີ່ ກະຊວງ ປກສ ໄດ້ປະກາດເລື່ອນຊັ້ນ ແລະ ປະດັບຊັ້ນໃຫ້ພະນັກງານ-ນັກຮົບ ຈຳນວນ 251 ສະຫາຍ ຍິງ 31 ສະຫາຍ ຜູ້ທີ່ມີຜົນງານດີເດັ່ນ, ຄົບມາດຖານເງື່ອນໄຂຂອງການເລື່ອນຊັ້ນ ໃນວັນທີ 26 ເມສາ 2018, ປະດັບຊັ້ນໂດຍ ພັທ ພູນສະຫວັນ ພັນທະເສນາ ຮອງຫົວໜ້າກອງບັນຊາການປ້ອງກັນເຄື່ອນທີ່, ມີຮອງຫ້ອງການເມືອງ, ຫ້ອງການ, ກອງພັນ-ກອງຮ້ອຍ, ພະນັກງານ-ນັກຮົບເຂົ້າຮ່ວມ. ໃນນັ້ນມີ: ເລື່ອນຊັ້ນ ຮ້ອຍຕີ ຂຶ້ນ ຮ້ອຍໂທ 4 ສະຫາຍ ຍິງ 2 ສະຫາຍ, ວາທີ ຂຶ້ນ ຮ້ອຍຕີ 6 ສະຫາຍ, ສິບເອກ ຂຶ້ນ ວາທີ 5 ສະຫາຍ, ສິບໂທ ຂຶ້ນ ສິບເອກ 235 ສະຫາຍ ຍິງ 1 ສະຫາຍ ແລະ ປະດັບຊັ້ນຮ້ອຍ ໂທ 1 ສະຫາຍ.

ພັທ ພູນສະຫວັນ ພັນທະເສນາ ກ່າວຍ້ອງຍໍຊົມເຊີຍພະນັກງານ-ນັກຮົບ ທີ່ໄດ້ຮັບການເລື່ອນຊັ້ນຄັ້ງນີ້, ຖືວ່າເປັນໝາກຜົນ, ຜົນງານອັນໃຫຍ່ຫຼວງທີ່ບັນດາສະຫາຍ ຍາດມາໄດ້ຈາກຄວາມອົດທົນ, ດຸໝັ່ນ, ຂະຫຍັນພຽນ, ເສຍສະຫຼະຂອງບັນດາສະຫາຍຕໍ່ໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍຢ່າງມີຜົນສໍາເລັດ, ມີຄວາມໄວ້ເນື້ອເຊື່ອໃຈຈາກຂັ້ນເທິງຕໍ່ກໍາລັງປ້ອງກັນຄວາມສະຫງົບ ເວົ້າສະເພາະແມ່ນກໍາລັງປ້ອງກັນເຄື່ອນທີ່ ກໍຄືບັນດາສະຫາຍໝົດທຸກຄົນ. ດັ່ງນັ້ນ, ຈຶ່ງຮຽກຮ້ອງໃຫ້ບັນດາສະຫາຍ ຈົ່ງສືບຕໍ່ຮັກສາມູນເຊື້ອອັນອົງອາດ, ກ້າຫານ ແລະ ໝາກຜົນອັນສໍາເລັດນີ້ໄວ້ຕະຫຼອດໄປ ແລະ ສືບຕໍ່ນໍາເອົາມູນເຊື້ອນີ້ໝູນໃຊ້ເຂົ້າໃນອຸດົມການຂອງຕົນຕະຫຼອດໄປ.