ໃນວັນທີ 23 ເມສາ 2018, ພະແນກສືບສວນ-ສອບສວນ ຫ້ອງຕໍາຫຼວດກອງບັນຊາການ ປກສ ແຂວງໄຊຍະບູລີ ໄດ້ມອບລົດຈັກຍີ່ຫໍ້ຮອນດາ MSX ສີດໍາ ທີ່ເກັບກູ້ຈາກຜູ້ຮັບຊື້ຂອງໂຈນຄືນໃຫ້ເຈົ້າຂອງເດີມກ່າວມອບ ໂດຍ ຮອ ໃໝ່ ຄໍາຝຸ່ນວິໄລ ຮອງຫົວໜ້າພະແນກສືບສວນ-ສອບສວນ, ກ່າວຮັບໂດຍ ທ່ານ ພອນໄຊ ສີທອງໃບ ພະນັກງານ ຫ້ອງການໂຍທາທິການ ແລະ ຂົນສົ່ງ ເມືອງແກ່ນທ້າວ ເຈົ້າຂອງຊັບ.
ເຈົ້າໜ້າທີ່ພະແນກສືບສວນ-ສອບສວນ ຫ້ອງຕໍາຫຼວດ ປກສ ແຂວງໄຊຍະບູລີ ໄດ້ໃຫ້ຮູ້ວ່າ: ພາຍຫຼັງໄດ້ຮັບແຈ້ງ ຄວາມຈາກຜູ້ເສຍຫາຍ ໃນວັນທີ 14 ມີນາ 2018 ວ່າ: ພົບເຫັນລົດຈັກຂອງຕົວເອງທີ່ຖືກຄົນຮ້າຍລັກໄປກ່ອນ ໜ້ານີ້ ຈອດຢູ່ປໍ້ານໍ້າມັນເຂດບ້ານທ່ານາ ເມືອງໄຊຍະບູລີ. ຈາກນັ້ນ, ເຈົ້າໜ້າທີ່ຈຶ່ງໄດ້ຈັດຕັ້ງກຳລັງລົງກວດກາ ຢ່າງຮີບດ່ວນ ພ້ອມທັງເກັບກູ້ ເພື່ອຮັກສາໄວ້ ໂດຍແມ່ນ ທ້າວ ທັດສະທອນ ອາຍຸ 31 ປີ ປະຊາຊົນບ້ານນາເລົາ ເມືອງໄຊຍະບູລີ ຮັບຊື້ຈາກ ທ້າວ ແພງ ອາຍຸ 28 ປີ ປະຊາຊົນບ້ານນໍ້າພອນ ເມືອງພຽງ ແລະ ທ້າວ ໂອເລ່ ອາຍຸ 17 ປີ ປະຊາຊົນບ້ານເມືອງໝໍ ເມືອງແກ່ນທ້າວ ລັກໄປຂາຍໃຫ້ໃນລາຄາ 5.500. 000 ກີບ. ດັ່ງນັ້ນ, ເຈົ້າໜ້າທີ່ ຈຶ່ງໄດ້ນໍາ ຈັບຕົວຜູ້ຮັບຊື້ ພ້ອມທັງຕິດຕາມຜູ້ລົງມືລັກຊັບໃນຄັ້ງນີ້ໄປດໍາເນີນຄະດີຕາມກົດໝາຍ.