ກອງພັນເຄື່ອນທີ່ກອງບັນຊາການ ປກສ ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບວຽກງານວິຊາສະເພາະ ປະຈຳປີ 2017 ແລະ ວາງທິດທາງແຜນການປີ 2018 ວັນທີ 26 ເມສານີ້, ເປັນປະທານ ໂດຍພັທ ສີນວນ ສິມມະລາດ ຫົວໜ້າກອງພັນເຄື່ອນທີ່ ປກສ ແຂວງ, ເຂົ້າຮ່ວມມີ ພັທ ໂພໄຊ ສຸລິວົງສາ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີຄະນະພັກ, ຄະນະຫ້ອງອ້ອມຂ້າງ, ມີຄະນະກອງຮ້ອຍ, ໝວດ, ໝູ່ ຕະຫຼອດຮອດພະນັກງານ-ນັກຮົບຂອງກອງພັນເຄື່ອນທີ່.

ໃນກອງປະຊຸມ, ພັທ ໄຊຊະນະ ບຸບຜາສະຫວັນ ຮອງຫົວໜ້າກອງພັນເຄື່ອນທີ່ ປກສ ແຂວງອັດຕະປື ໄດ້ຜ່ານບົດສະຫຼຸບປະຈຳປີ 2017 ຂອງກອງພັນເຄື່ອນທີ່ ເຊິ່ງໃນ 1 ປີຜ່ານມາ, ຄະນະນໍາກອງພັນເຄື່ອນທີ່ໄດ້ເອົາໃຈໃສ່ຊີ້ນຳ-ນຳພາອ້າຍນ້ອງໃນກຳລັງປະຕິບັດໜ້າທີ່ວິຊາສະເພາະທີ່ໄດ້ຮັບມອບໝາຍຈາກຂັ້ນເທິງ ເປັນຕົ້ນ: ວຽກງານກອງຮ້ອຍທີ່ຕັ້ງ ໄດ້ປ້ອງກັນສຳນັກງານ-ອົງການຂອງລັດ 19 ຈຸດ, ປ້ອງກັນເຄື່ອນທີ່ຍ້າຍວັດຖຸມີ 90 ຄັ້ງ, ປ້ອງກັນກອງປະຊຸມໃຫຍ່ຂອງແຂວງ-ພະແນກການອ້ອມຂ້າງ 16 ຄັ້ງ, ປ້ອງກັນບຸນປີໃໝ່ສາກົນ ແລະ ປີໃໝ່ລາວ 2 ຄັ້ງ, ປ້ອງກັນແຂກພາຍໃນ ແລະ ຕ່າງປະເທດທີ່ມາເຮັດວຽກທາງການ ຫຼື ຢ້ຽມຢາມມີ 26 ຄັ້ງ; ວຽກງານກອງຮ້ອຍຕີພິເສດ ໄດ້ເອົາໃຈໃສ່ຕິດຕາມກວດກາສະກັດກັ້ນບັນດາປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມພາຍໃນແຂວງອັດຕະປື ໄດ້ກັກຕົວພວກລັກລອບຄ້າຂາຍເຖື່ອນ 1 ຄັ້ງ, ມີ 3 ຄົນ ພ້ອມລົດດີບາໂລ 1 ຄັນ, ເຄື່ອງຂອງກາງປະເພດໄມ້ດູ່ ຈຳນວນ 32 ໂຕນ ບໍລິມາດ 2.427 ແມັດກ້ອນ ແລະ ວຽກງານສຳຄັນອື່ນໆອີກ.

ສຳລັບທິດທາງແຜນການປີ 2018 ກອງພັນເຄື່ອນທີ່ ຈະເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ພະນັກງານ-ນັກຮົບຂອງກອງພັນເຄື່ອນທີ່, ເອົາໃຈໃສ່ເຊື່ອມຊຶມແນວທາງນະໂຍບາຍລະບຽບກົດໝາຍ, ມະຕິ, ຄໍາສັ່ງຂອງພັກ-ລັດ, ສືບຕໍ່ກວດກາລາດຕະເວນພາຍໃນແຂວງ ໃຫ້ມີຄວາມສະຫງົບໂດຍພື້ນຖານຕາມທິດທາງຂອງກອງບັນຊາການ ປກສ ແຂວງ ວາງອອກ.

ຕອນທ້າຍ, ພັທ ໂພໄຊ ສຸລິວົງສາ ກໍໄດ້ໂອ້ລົມຕໍ່ກອງປະຊຸມ ເຊິ່ງທ່ານກໍໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານການຈັດຕັ້ງປະຕິບັດໜ້າທີ່ວິຊາສະເພາະຂອງກອງພັນເຄື່ອນທີ່ ທີ່ຍາດມາໄດ້ໃນໄລຍະ 1 ປີຜ່ານມາ ແລະ ຮຽກຮ້ອງໃຫ້ຄະນະນຳຂອງກອງພັນ ຈົ່ງໄດ້ເອົາໃຈໃສ່ຊີ້ນຳ-ນຳພາອ້າຍນ້ອງໃນການຈັດຕັ້ງປະຕິບັດໜ້າທີ່ວິຊາສະເພາະຕາມແຜນການທີ່ໄດ້ວາງໄວ້ໃຫ້ໄດ້ຮັບໝາກຜົນຕາມລະດັບຄາດໝາຍ ເພື່ອເຮັດໃຫ້ບັນຫາປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມເວົ້າລວມ, ເວົ້າສະເພາະໃນແຂວງອັດຕະປື ໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ.