ໜ່ວຍພັກຄະນະສານອາຍາ ສານປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ II ເພື່ອສະຫຼຸບຕີລາຄາພຶດຕິກໍາຕົວຈິງຕະຫຼອດ 5 ປີຜ່ານມາ ໃນອາທິດທີ່ຜ່ານມາ, ໂດຍການເຂົ້າຮ່ວມຂອງ ສະຫາຍ ແສງສຸລິວັນ ຈັນທະລຸນນະວົງ ເລຂາຄະນະພັກຮາກຖານ ປະທານສານປະຊາຊົນ ນະຄອນຫຼວງວຽງຈັນ, ມີບັນດາໜ່ວຍພັກອ້ອມຂ້າງ ຄະນະຮາກຖານສານປະຊາຊົນ ນະຄອນຫຼວງວຽງຈັນ ແລະ ສະມາຊິກພັກໜ່ວຍພັກຄະນະສານອາຍາ ເຂົ້າຮ່ວມ.

ສະຫາຍ ສະໝອນ ສີບູລະ ເລຂາໜ່ວຍພັກຮາກຖານ ໄດ້ຍົກໃຫ້ເຫັນວ່າ: ໜ່ວຍພັກຄະນະສານອາຍາ ສານປະຊາຊົນ ໄດ້ເພີ່ມທະວີຄວາມສາມັກຄີເປັນເອກະພາບພາຍໃນໜ່ວຍພັກຄະນະ ສານອາຍາໃຫ້ໜັກແໜ້ນ, ເອົາໃຈໃສ່ເຊື່ອມຊຶມ, ກໍາແໜ້ນແນວທາງຂອງພັກ, ນະໂຍບາຍລະບຽບກົດໝາຍຂອງລັດຢ່າງເລິກເຊິ່ງ, ຮູ້ຈັດຕັ້ງຜັນຂະຫຍາຍແນວທາງ ແລະ ມະຕິ-ຄໍາສັ່ງຂອງພັກ, ຂອງຄະນະພັກຮາກຖານເປັນແຜນການ, ໂຄງການຕົວຈິງຂອງແຕ່ລະໄລຍະ, ຮູ້ຍາດແຍ່ງເອົາຄໍາຄິດ-ຄໍາເຫັນຊີ້ນໍາຂອງຂັ້ນເທິງເປັນປະຈໍາ, ມີກົນໄກປະສານງານກັບບັນດາພະແນກການ, ອົງການ ແລະ ບັນດາເມືອງ ເປັນປັດໄຈຕົ້ນຕໍໃນການໝູນໃຊ້ວຽກງານວິຊາສະເພາະ ກໍຄືການເຮັດວຽກງານແກ້ໄຂຄະດີອາຍາຢ່າງມີປະສົບຜົນ ແລະ ສາມາດຍົກສູງບົດບາດການນໍາພາຂອງ ຄະນະໜ່ວຍພັກໃຫ້ທຽບທັນກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່; ເຊິ່ງສະແດງອອກຄື: ໃນ 5 ປີຜ່ານມາ, ມີຄະດີເຂົ້າທັງໝົດ 3.130 ເລື່ອງ. ໃນນີ້, ມີຄະດີເຂົ້າໃໝ່ 2.928 ເລື່ອງ, ຄ້າງມາ 202 ເລື່ອງ ສາມາດແກ້ໄຂໄດ້ 3.015 ເລື່ອງ ພວມດໍາເນີນ 115 ເທົ່າກັບ 96,32%. ຄຽງຄູ່ກັນນັ້ນ, ໜ່ວຍພັກຄະນະສານອາຍາ ສານປະຊາຊົນ ຍັງໄດ້ເອົາວຽກງານນໍາພາຄົ້ນຄ້ວາ ແລະ ສະເໜີຄະນະພັກຮາກຖານປັບປຸງພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນໃຫ້ສອດຄ່ອງກັບໜ້າທີ່ການເມືອງໃນໄລຍະໃໝ່ ເພື່ອແນໃສ່ນໍາໃຊ້ກໍາລັງແຮງພາຍໃນໃຫ້ເກີດປະໂຫຍດສູງສຸດ, ໄດ້ເອົາໃຈໃສ່ນໍາພາດໍາເນີນຊີວິດການເມືອງພາຍໃນພັກ ໂດຍຖືເອົາ 6 ໜ້າທີ່ຂອງສະມາຊິກເປັນເນື້ອໃນຕົ້ນຕໍ; ເຊິ່ງສະແດງອອກໃນການຕີລາຄາການແບ່ງປະເພດຂອງໜ່ວຍພັກ ແລະ ສະມາຊິກພັກຄື: ມີສະມາຊິກພັກຈັດເປັນປະເພດແຂງ 13 ສະຫາຍ ຍິງ 6 ສະຫາຍ ແລະ ໜ່ວຍພັກຈັດເປັນປະເພດເຂັ້ມແຂງ-ຮູ້ນໍາພາຮອບດ້ານ.

ທິດທາງໃນຕໍ່ໜ້າໜ່ວຍພັກຄະນະສານອາຍາ ສານປະຊາຊົນ ຈະສືບຕໍ່ຍົກສູງບົດບາດການນໍາພາຂອງຄະນະໜ່ວຍພັກໃຫ້ທຽບທັນກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່, ສືບຕໍ່ສຶກສາອົບຮົມຖັນແຖວສະມາຊິກພັກ-ພະນັກງານໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ, ສູ້ຊົນຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນຮັກຊາດ ແລະ ຍົກສູງຄຸນນະພາບ ແລະ ປະສິດທິຜົນວຽກງານແກ້ໄຂຄະດີອາຍາຢູ່ສານປະຊາຊົນນະຄອນຫຼວງວຽງຈັນ ໃຫ້ມີຄວາມເປັນທໍາ ແລະ ປັດສະຈາກຂໍ້ກ່າວຫາອັນທີ່ບໍ່ດີໃຫ້ໝົດໄປ.

ໃນໂອກາດດຽວກັນ, ໜ່ວຍພັກຄະນະສານອາຍາ ສານປະຊາຊົນ ນະຄອນຫຼວງວຽງຈັນ ຍັງໄດ້ປ່ອນບັດເອົາຄະນະໜ່ວຍພັກຄະນະສານອາຍາ ສານປະຊາຊົນ ນະຄອນຫຼວງວຽງຈັນ ຊຸດໃໝ່ ໂດຍມີຜູ້ລົງສະໝັກ 5 ສະຫາຍ ແຕ່ຄັກເອົາ 3 ສະຫາຍ; ເຊິ່ງຜ່ານການລົງຄະແນນ ໄດ້ຄັດເອົາສະຫາຍ ສະໝອນ ສີບູລະ ເປັນເລຂາ, ສະຫາຍ ໄຊສົມພອນ ເພັດຊົມພູ ເປັນຮອງເລຂາ ແລະ ສະຫາຍ ບຸນປະສົງ ຈິດຕະກອນ ເປັນຄະນະກວດກາ.