ຕາມການສະຫຼຸບຕົວເລກສະຖິຕິຂອງລັດຖະບານປະເທດມຽນມາ ຊ້າງຈຳນວນ 59 ໂຕ ແມ່ນຖືກຂ້າໃນປີ 2017 ຜ່ານມາ, ສາເຫດການຕາຍຂອງສັດຫວງຫ້າມດັ່ງກ່າວ ແມ່ນຈາກການລ່າສັດຂອງກຸ່ມເຄື່ອນໄຫວແບບບໍ່ຖືກຕ້ອງຕາມກົດໝາຍ ແລະ ກໍອາດເປັນໄປໄດ້ທີ່ຈະເປັນກຸ່ມລ່າສັດຂ້າເອົາໜັງຂອງມັນໄປຂາຍໃຫ້ກັບປະເທດໃກ້ຄຽງ ເຊັ່ນ: ໄທ, ກຳປູເຈຍ.

ຕະຫຼອດ 3 ປີຜ່ານມາ, ທ່ານ ດຣ Smithsonian (SCBI) ຜູ້ຊ່ຽວຊານດ້ານການຄົ້ນຄວ້າກ່ຽວກັບສິ່ງທີ່ມີຊີວິດ ແລະ ພັນພືດ ໄດ້ປຶກສາ ແລະ ເຮັດວຽກກັບພາກສ່ວນຄົ້ນຄວ້າຕິດຕາມ, ຄຸ້ມຄອງສັດປ່າ ໂດຍສະເພາະແມ່ນສັດປະເພດຊ້າງ ທີ່ປະເທດມຽນມາ ດ້ວຍວິທີການນຳໃຊ້ເຄື່ອງມືທັນສະໄໝ GPS.

ຫຼັງຈາກພາກສ່ວນທີ່ກ່ຽວຂ້ອງນຳໃຊ້ສາຍຄ້ອງຄໍທີ່ເອົາ GPS ຕິດຕັ້ງໃສ່ຊ້າງຈໍານວນ 19 ໂຕ, ແຕ່ຜ່ານການຕິດຕາມສັດຈຳນວນດັ່ງກ່າວ ແມ່ນມີຫຼາຍໂຕແມ່ນສູນຫາຍໄປຈາກແຜນທີ່ຕິດຕາມຂອງເຈົ້າໜ້າທີ່, ຜ່ານການກວດກາຄືນກ່ຽວກັບການເຄື່ອນໄຫວຂອງສັນຍານທີ່ຕິດຕັ້ງໃນຕົວສັດແມ່ນປະກົດວ່າບໍ່ມີການເຄື່ອນໄຫວ (ຢຸດຈຶ້ງຢູ່ບ່ອນເກົ່າ); ຈາກນັ້ນ, ເຈົ້າໜ້າທີ່ຈຶ່ງໄດ້ລົງກວດກາຕົວຈິງປະກົດເຫັນຊາກສັດເຫຼົ່ານີ້ ພ້ອມທັງສົ່ງກິນເໝັນທົ່ວກາງປ່າ ແຕ່ເມື່ອເຂົ້າກວດກາເບິ່ງຕົວຈິງ ປະກົດວ່າໜັງຂອງສັດທີ່ຕາຍນີ້ ແມ່ນຖືກກຸ່ມຄົນລອກເອົາໄປໝົດໂຕ.

ທ່ານ McEvoy ນັກຄົ້ນຄວ້າທາງດ້ານສິ່ງທີ່ມີຊີວິດໃຫ້ຮູ້ວ່າ: ເມື່ອບັນດານັກຄົ້ນຄວ້າໄດ້ກວດພົບຊາກສັດທີ່ຕາຍເມື່ອພົບວ່າຊິ້ນສ່ວນໜັງ, ຕີນ ແລະ ຕາຂອງມັນຖືກກຸ່ມລັກລອບຂ້າສັດເອົາໄປໝົດ; ປະຊາຊົນໃນປະເທດມຽນມາ ສະແດງຄວາມບໍ່ພໍໃຈ ເມື່ອເຫັນປະກົດການດັ່ງກ່າວນີ້ເກີດຂຶ້ນໃນປະເທດຂອງຕົນ ເພາະພວກເຂົາແມ່ນມີຄວາມຜູກພັນ ແລະ ເຊື່ອຖືສັດປະເພດຊ້າງຢູ່ແລ້ວ.

ໃນໄລຍະ 1 ປີ ທີ່ອົງການອະນຸລັກສັດປ່າໄດ້ເອົາເຄື່ອງຈັບການເຄື່ອນໄຫວ GPS ຕິດຕັ້ງໃສ່ກັບຊ້າງດັ່ງກ່າວຂ້າງເທິງ ຜົນປະກົດວ່າ ມີຊ້າງຈຳນວນ 7 ໂຕ ຖືກກຸ່ມລັກລອບລ່າສັດຂ້າຢ່າງປ່າເຖື່ອນ ເມື່ອເຈົ້າໜ້າທີ່ເຂົ້າກວດກາ ແລະ ສອບຖາມປະຊາຊົນຈຶ່ງຮູ້ຄວາມຈິງວ່າຊ້າງຈຳນວນດັ່ງກ່າວຖືກກຸ່ມເຄື່ອນໄຫວຄ້າສັດປ່າຂ້າເອົາຊິ້ນສ່ວນໜັງ ແລະ ອະໄວຍະວະອື່ນ ສົ່ງຂາຍເປັນສິນຄ້າ.

ບໍ່ມີຫຍັງທີ່ຈະສາມາດເວົ້າໄດ້ວ່າເປັນຄວາມລັບ ເມື່ອແຕ່ໃດມາແມ່ນມີກຸ່ມຄົນທີ່ອາໄສອາຊີບຄ້າຂາຍຊິ້ນສ່ວນສັດປ່າຫວງຫ້າມ ໂດຍສະເພາະລ່າສັດປ່າປະເພດຊ້າງປ່າເພື່ອເອົາງາ ຫຼື ໜັງຂອງມັນສົ່ງຂາຍອອກສູ່ທ້ອງຕະຫຼາດ ເພື່ອມີເງິນລ້ຽງປາກຂອງພວກຕົນ ໂດຍບໍ່ຄຳນຶງເຖິງຜົນກະທົບໃດໆທີ່ຈະຕາມມາທັງໝົດ.

ໃນທະວີບອາຟຣິກກາ ຈຳນວນຊ້າງປ່າໃນເຂດສະຫງວນ ກໍປະກົດວ່ານັບມື້ນັບຫຼຸດລົງ 30% ພຽງແຕ່ໃນໄລຍະ 7 ປີຜ່ານມາເທົ່ານັ້ນ ແລະ ຕົວເລກຊ້າງປ່າກໍຫຼຸດລົງເຖິງ 62% ນັບແຕ່ປີ 2002-2013.

ຍິ່ງໄປກວ່ານັ້ນ, ຜ່ານການຄົ້ນຄວ້າຂອງອົງການທີ່ກ່ຽວຂ້ອງໃນໄລຍະຜ່ານມາບໍ່ດົນນີ້ ໃຫ້ຮູ້ວ່າ: ງາຊ້າງ 90% ທີ່ມີຂາຍເທິງທ້ອງຕະຫຼາດ ແມ່ນໄດ້ມາຈາກຊ້າງ ອັດຕາການຫຼຸດລົງຂອງຈຳນວນຊ້າງໃນ 3 ປີຜ່ານມາ ແລະ ໄດ້ຖືກຢືນຢັນວ່າ: ຂະບວນການລັກລອບລ່າສັດ ແມ່ນກຳລັງນຳໄປສູ່ປະກົດການວິກິດສັດປະເພດຊ້າງ ທີ່ທະວີບອາຟຣິກກາ, ແຕ່ເມື່ອທຽບໃສ່ປະເທດມຽນມາ ການຕາຍຂອງສັດບໍ່ແມ່ນຈຸດປະສົງຢາກໄດ້ງາ ເພາະຊ້າງທຸກໂຕທີ່ຖືກຂ້າສ່ວນຫຼາຍຈະເປັນຊ້າງບໍ່ມີງາ. ສະນັ້ນ, ຈຸດປະສົງຂອງພວກເຂົາ ແມ່ນພຽງແຕ່ລ່າເອົາຊິ້ນສ່ວນໜັງ ຫຼື ອະໄວຍະວະອື່ນທີ່ມີລາຄາເທົ່ານັ້ນ.

ໃນທະວີບອາຊີ ໂດຍຜ່ານການສຳຫຼວດຂອງເຈົ້າໜ້າທີ່ ໃຫ້ຮູ້ວ່າ: ຍັງມີຊ້າງທີ່ມີຊີວິດປະມານ 5.000 ໂຕ ແລະ ມີຊີວິດຢັ່ງຢາຍຢູ່ 13 ປະເທດ, ແຕ່ປະກົດການຕົວຈິງທີ່ເຮັດໃຫ້ຊ້າງນັບມື້ນັບຫຼຸດລົງນັ້ນ ບັນຫາຕົ້ນຕໍແມ່ນສະຖານທີ່ດຳລົງຊີວິດ (ປ່າ), ຈຳນວນປະຊາກອນເພີ່ມຂຶ້ນໄດ້ສ້າງຜົນກະທົບເຊັ່ນ: ຕັດໄມ້ທຳລາຍປ່າ, ລ່າສັດຫວງຫ້າມ ສະພາບການດັ່ງກ່າວເຮັດໃຫ້ການດຳລົງຊີວິດຂອງສັດປ່າປະເພດຊ້າງ ນັບມື້ນັບຄັບແຄບເຂົ້າເລື້ອຍໆ.

ນັກຄົ້ນຄວ້າ John McEvoy ເນັ້ນອີກວ່າ: ຫຼາຍປີຜ່ານມາ, ເຊິ່ງນັບແຕ່ປີ 2014 ທີ່ພວກຕົນໄດ້ເລີ່ມຄົ້ນຄວ້າປະກົດວ່າ ຈຳນວນຂອງຊ້າງແມ່ນມີການຫຼຸດລົງຢ່າງຕໍ່ເນື່ອງ ເມື່ອທຽບໃສ່ຕົວເລກທີ່ມີສະຖິຕິໃນແຜນທີ່ ແລະ ພວກຕົນກໍໄດ້ສັນນິຖານວ່າ: ຜົນເສຍຫາຍຄັ້ງໃຫຍ່ກ່ຽວກັບສັດປ່າຫວງຫ້າມຊະນິດຕ່າງໆ ລວມທັງຊ້າງ ແມ່ນນັບມື້ນັບເຂົ້າມາໃກ້.

ໃນໄລຍະບໍ່ທັນເຖິງ 2 ປີ ຢ່າງໜ້ອຍແມ່ນຊ້າງຈຳນວນ 19 ໂຕ ແມ່ນຖືກກຸ່ມລັກລອບລ່າສັດຂ້າຕາຍໃນບໍລິເວນປະເທດມຽນມາ, ອົງການຄຸ້ມຄອງສັດນ້ຳ-ສັດປ່າຂອງປະເທດດັ່ງກ່າວໄດ້ລົງກວດກາ ແລະ ເກັບມ້ຽນຊາກສົບຂອງຊ້າງທີ່ຕາຍ ແລະ ກວດພົບວ່າຊ້າງແຕ່ລະໂຕທີ່ຕາຍ ຊິ້ນສ່ວນໜັງແມ່ນຖືກລອກອອກຈົນໝົດ.

SCBI ອົງການຈັດຕັ້ງພຽງໜຶ່ງດຽວທີ່ເປັນຕົວແທນຈຳໜ່າຍທາງການຄ້າຈາກການຊື້-ຂາຍໜັງຊ້າງ, ປີ 2016 ອົງການຈັດຕັ້ງປ້ອງກັນສັດຫວງຫ້າມປະເພດຊ້າງ (Elephant Family, ອັງກິດ), ສາມາດຊອກເຫັນໄດ້ສາເຫດທີ່ພາໃຫ້ສັດຫວງຫ້າມດັ່ງກ່າວນັບມື້ນັບຖອຍລົງ ເຊິ່ງຜ່ານການສືບສວນ ແລະ ກວດກາຊ້າງທີ່ມີຊີວິດໃນປະເທດມຽນມາ ແລະ ປະເທດໄທ. ພະນັກງານສືບສວນຂອງພວກເຮົາໄດ້ຍົກໃຫ້ເຫັນຊ້າງທີ່ຖືກຂ້າລອກເອົາໜັງ ແລະ ນັ້ນກໍເປັນຄັ້ງທຳອິດທີ່ພວກຕົນເອງຮູ້ວ່າໜັງຊ້າງແມ່ນກາຍເປັນສິນຄ້າທີ່ມີລາຄາແພງ.

ຫຼ້າສຸດ, ອົງການຈັດຕັ້ງປ້ອງກັນສັດຫວງຫ້າມໄດ້ລາຍງານວ່າ ພວກເຂົາສືບຮູ້ວ່າ: ພວກເຂົາຕີລາຄາໜັງຊ້າງແມ່ນ 29 ໂດລາຕໍ່ 1 ກິໂລກຼາມ, ໂດຍສະເພາະແມ່ນຢູ່ແຂວງມອງລາ (ຊາຍແດນປະເທດມຽນມາ ກັບປະເທດຈີນ) ແລະ ໜັງຊ້າງ 900 ກິໂລກຼາມ ຍັງຖືກເຈົ້າໜ້າທີ່ວິຊາສະເພາະເກັບກູ້ຄືນໄດ້ຈາກກຸ່ມຄົນຊົນເຜົ່າແກງປ້າດຶກ ແຫ່ງແຂວງເວິ້ນນາມ ປະເທດຈີນ.

ໜັງສັດປະເພດດັ່ງກ່າວ ແມ່ນມັກຈະຖືກນຳໃຊ້ເຂົ້າໃນການຜະລິດຢາພື້ນເມືອງໃນປະເທດຈີນ, ໜັງຊ້າງທີ່ເຮັດເປັນຜົງ ທາງການແພດໃຊ້ປິ່ນປົວພະຍາດຕຸ່ມຜື່ນຄັນ ແລະ ພະຍາດນ້ຳຕານໃນເສັ້ນເລືອດ ແລະອື່ນໆ. ນາງ Belinda Stewart-Cox ໃຫ້ຮູ້ວ່າ: ໜັງຊ້າງນອກຈາກນຳມາຜະລິດຢາເປັນໄດ້ແລ້ວ ພວກເຂົາຍັງເອົາມາປະດິດເປັນລູກຕຸ້ມສາຍແຂນ ຫຼື ສາຍຄໍ ໂດຍຜ່ານການສອບຖາມຜູ້ໃສ່ເຄື່ອງປະດັບດັ່ງກ່າວ ຮູ້ວ່າ: ມັນຊ່ວຍໃຫ້ຜິວພັນຂອງພວກເຂົາງາມ, ນຽນນຸ້ມຕະຫຼອດເວລາ.

ຫຼາຍແຫຼ່ງຂ່າວໄດ້ລາຍງານຕໍ່ທ່ານ John McEvoy ແລະ ເພື່ອນຮ່ວມທີມຂອງພວກເຂົາວ່າ: ຊີ້ນ ແລະ ອະໄວຍະວະບາງສ່ວນຂອງຊ້າງ ແມ່ນຖືກນຳມາຊື້-ຂາຍກັນຢ່າງເປີດແປນ, ຄົນມຽນມາທີ່ເຮັດວຽກໃຫ້ກັບອົງການຂອງຜູ້ກ່ຽວ ຍັງໃຫ້ຮູ້ອີກວ່າ ການລັກລອບລ່າສັດ ແມ່ນມີການຈັດຕັ້ງ ແລະ ມີນະໂຍບາຍໃຫ້ເຄື່ອນໄຫວຢ່າງຖືກຕ້ອງ, ຊີ້ນ ແລະ ໜັງຊ້າງ ຫຼັງຈາກທີ່ສາມາດຊອກໄດ້ພວກເຂົາຈະສົ່ງອອກໄປປະເທດຈີນ ສະຖານທີ່ທີ່ກຳລັງມີການຊື້-ຂາຍຊິ້ນສ່ວນຂອງຊ້າງທຸກຢ່າງ.

ຕາມຕົວເລກສະຖິຕິຂອງລັດຖະບານມຽນມາ ໄດ້ເປີດເຜີຍວ່າ: ມີຊ້າງຈຳນວນ 59 ໂຕ ຕາຍໃນປີ 2017, ສ່ວນຫຼາຍແມ່ນຖືກກຸ່ມເຄື່ອນໄຫວລັກລອບລ່າສັດຂ້າ ແລະ ອາດເປັນໄປໄດ້ວ່າ ກຸ່ມເຄື່ອນໄຫວເຫຼົ່ານີ້ກຳລັງຂ້າມຊາຍແດນມຽນມ້າ ໄປປະເທດໄທ ຫຼື ກຳປູເຈຍ ເພື່ອສືບຕໍ່ລັກລອບລ່າຊ້າງ; ນັກຄົ້ນຄວ້າ Peter Leimgruber ແຈ້ງເຕືອນວ່າ: ຖ້າຫາກກຸ່ມຄົນເຫຼົ່ານີ້ບໍ່ຖືກປາບປາມ ແມ່ນພວກເຂົາຈະກາຍເປັນໄພອັນຕະລາຍທີ່ສຸດຕໍ່ສັດ ກໍຄືຕໍ່ສິ່ງແວດລ້ອມອ້ອມຂ້າງ.