ໃນວັນທີ 3 ພຶດສະພາ 2018, ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນໍາເອົາທ້າວ ຄໍາສອນ ຫຼື ປິກ ອາຍຸ 50 ປີ ຢູ່ບ້ານນາແຄ ເມືອງໄຊທານີ ນະຄອນຫຼວງວຽງຈັນ ທີ່ກໍ່ເຫດຄາດຕະກໍາເມຍ ໃນວັນທີ 20 ເມສາ 2018 ໄປທໍາແຜນທົດສະກໍາ ( ສາທິດເຫດການ ) ເພື່ອກຽມສະຫຼຸບສຳນວນຄະດີສົ່ງໃຫ້ອົງການໄອຍະການປະຊາຊົນ ດຳເນີນໄປຕາມຂະບວນການຂອງກົດໝາຍ.

ຜ່ານການສອບສວນໃນເບື້ອງຕົ້ນ ທ້າວ ຄໍາສອນ ສາລະພາບວ່າ: ຜູ້ກ່ຽວໄດ້ແຕ່ງງານກັບ ນາງ ສຸດໃຈ ( ຜູ້ເສຍຊີວິດ ) ໄດ້ເກືອບ 30 ປີ ມີພະຍານຮັກນຳກັນ 2 ຄົນ ( ລູກ ) ແລະ ອາໄສຢູ່ບ້ານນາແຄ ເມືອງໄຊທານີ ນະຄອນຫຼວງວຽງຈັນ ແລະ ຜ່ານມາບໍ່ເຄີຍມີບັນຫາຜິດຖຽງກັນ. ມາປີ 2013 ກໍເລີ່ມມີປາກສຽງຜິດຖຽງກັນຈົນເຖິງຂັ້ນລົງມືທໍາຮ້າຍຮ່າງກາຍກັນ ແລະ ແຍກຫ້ອງນອນກັນເປັນເວລາ 2 ປີ ຍ້ອນຜູ້ກ່ຽວເອົາເງິນທີ່ໄດ້ຈາກການຂາຍດິນໄປຫຼິ້ນສາວ ແລະ ກິນເຫຼົ້າຕີໝາກບຸ່ນໃນແຕ່ລະວັນ ແລະ ບວກກັບຜູ້ກ່ຽວມີແນວຄິດທີ່ໝູ່ຄູ່ໃນວົງເຫຼົ້າມັກຈະເຢີ້ຍເລື່ອງທີ່ມີເງິນຂາຍດິນແຕ່ຖືກເມຍກໍາເງິນໄວ້ໝົດ.

ມາວັນທີ 20 ເມສາ 2018 ເວລາປະມານ 7:20 ໂມງ ຜູ້ກ່ຽວໄດ້ອອກໄປລ້ຽງງົວຢູ່ບ້ານນາໂຄກ ຈົນຮອດເວລາປະມານ 8:00 ໂມງ ຈຶ່ງໄດ້ກັບມາເຮືອນແລ້ວກໍກິນເຂົ້າແລງກັບເມຍ ແລະ ຫຼານສາວອາຍຸ 7 ເດືອນ; ຈາກນັ້ນ, ມາເວລາ 14:00 ໂມງ ທ້າວ ນົກໄກ່ທອງ ( ລູກຊາຍ ) ໄດ້ອອກໄປເບິ່ງເຂົາຈົກດິນຢູ່ສ່ວນດອກຈໍາປາຢູ່ບ້ານດົງສ້າງຫີນ ເມືອງໄຊທານີ ນະຄອນຫຼວງວຽງຈັນ ສ່ວນຜູ້ກ່ຽວແມ່ນຍ່າງໄປຕີບຸ່ນຕໍ່ໜ້າຫ້ອງການບ້ານນາແຄຄໍາ ແຕ່ເຫັນທ້າວ ນົກໄກ່ທອງ ຂີ່ລົດກັບຄືນມາຜູ້ກ່ຽວຈຶ່ງໄດ້ຂໍເງິນນໍາ ໄດ້ເງິນ 10.000 ກີບ ພາຍຫຼັງໄດ້ເງິນແລ້ວກໍຍ່າງໄປຕໍ່ ເພື່ອຈະໄປຕີບຸ່ນໃນເວລາຍ່າງໄປນັ້ນ, ຄິດເຫັນເງິນນ້ອຍຈຶ່ງໄດ້ກັບມາຫາເມຍຢູ່ເຮືອນ ເຊິ່ງໃນເວລາຍ່າງມາໄດ້ເຫັນໄມ້ 4 ລ່ຽມຍາວປະມານ 50 ຊັງຕີແມັດ ຈຶ່ງຈັບເອົາມານໍາເພື່ອຂໍເງິນ ແລະ ລົມກັນເລື່ອງທີ່ຈະໄປສົມມາລຸງຜູ້ກ່ຽວ ແຕ່ຜູ້ເປັນເມຍບໍ່ເອົາເງິນໃຫ້ ແລະ ປະຕິເສດທີ່ຈະໄປນໍາ ຈຶ່ງໄດ້ຜິດຖຽງກັນຂຶ້ນ ເຮັດໃຫ້ຜູ້ກ່ຽວເກີດໂມໂຫແຮງ ຈຶ່ງໄດ້ໃຊ້ກໍາປັ້ນຕີໜ້າເມຍ 4-5 ບາດ ແລະ ໃຊ້ສອກຕີເຂົ້າງ່ອນດົ້ນ 4-5 ບາດ ເຮັດໃຫ້ເມຍລົ້ມລົງ ຈຶ່ງໄດ້ຍ່າງໄປຈັບເອົາໄມ້ທີ່ຖືມາຕີຫົວ 3 ບາດ, ຟາດໃສ່ແຂນ 2 ບາດ ແລະ ຄາງ 2 ບາດ; ຈາກນັ້ນ, ກໍຍ່າງມາເຕະເຂົ້າທ້ອງ 1 ບາດ ເຫັນວ່າເມຍໝົດສະຕິແລ້ວ ຈຶ່ງໄດ້ຍ່າງລົງເຮືອນແລ້ວຂີ່ລົດຈັກເອົາໄມ້ຄ້ອນດັ່ງກ່າວໄປຖິ້ມລົງຄອງນ້ຳ.

ຈາກນັ້ນ, ກໍຂີ່ລົດຈັກໄປຫາໝູ່ ເພື່ອຊວນໄປຕີບຸ່ນຢູ່ຫ້ອງການບ້ານ ພໍໄປຮອດໄດ້ປະມານ 5 ນາທີ ໄດ້ມີພີ່ນ້ອງໂທຫາ ທ້າວ ເບີມ ບອກວ່າເມຍຂອງຜູ້ກ່ຽວໄດ້ຮັບບາດເຈັບ ແລະ ເລື່ອດອອກຫຼາຍ ຜູ້ກ່ຽວຈຶ່ງຂີ່ລົດກັບມາເຮືອນ ແຕ່ບໍ່ເຫັນເມຍ ເພາະນໍາສົ່ງໄປໂຮງໝໍ 150 ຕຽງກ່ອນແລ້ວ ຜູ້ກ່ຽວຈຶ່ງໄດ້ເອົາຜ້າແຜເຊັດເລືອດອອກ ພ້ອມທັງອານາໄມເຮືອນ ເພື່ອປິດບັງການກະທໍາຜິດ. ຫຼັງຈາກນັ້ນ, ໄດ້ຮູ້ວ່າເມຍເສຍຊີວິດແລ້ວ. ຈາກນັ້ນ, ໄດ້ມີເຈົ້າໜ້າທີ່ ປກສ ເມືອງໄຊທານີ ລົງມາເກັບກໍາຂໍ້ມູນ ແລະ ກັກຕົວຜູ້ກ່ຽວໄປດໍາເນີນຄະດີຕາມກົດໝາຍ.

ປັດຈຸບັນຄະດີດັ່ງກ່າວຍັງຢູ່ໃນຂັ້ນຕອນຂອງການສອບສວນຂະຫຍາຍຜົນ ເພາະວ່າຜ່ານການສອບສວນ ຜູ້ກ່ຽວຍັງບໍ່ໃຫ້ຄວາມຈິງໃຈວ່າສາເຫດຄາດຕະກໍາໃນຄັ້ງນີ້ ຈະເປັນຄືດັ່ງຄໍາສອບສວນໃນເບື້ອງຕົ້ນ ຫຼື ບໍ.