ໃນລະຫວ່າງວັນທີ 3-4 ພຶດສະພາ 2018 ທີ່ໂຮງແຮມຄຣາວ ພາຊາ, ກົມສັງຄົມສົງເຄາະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຮ່ວມກັບອົງການຈັດຕັ້ງສາກົນ ເພື່ອການເຄື່ອນຍ້າຍຖິ່ນຖານ ( IOM ) ໄດ້ຈັດຊຸດຝຶກອົບຮົມການສ້າງຂີດຄວາມສາມາດກ່ຽວກັບການກໍານົດຕົວ, ທັກສະການສຳພາດ, ຕົວຊີ້ບອກເບື້ອງຕົ້ນ ແລະ ການສົ່ງຕໍ່ຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸດໃຫ້ແກ່ຄູ່ຮ່ວມງານຂັ້ນສູນກາງທີ່ແມ່ນພະນັກງານວິຊາການຕາງໜ້າມາຈາກພາກສ່ວນຕ່າງໆ ຈຳນວນ 45 ທ່ານ ເພື່ອຍົກລະດັບຄວາມອາດສາມາດໃນການປະຕິບັດໜ້າທີ່ໃຫ້ໄດ້ຮັບການປັບປຸງດີຂຶ້ນກວ່າເກົ່າກ່ຽວກັບການເບິ່ງແຍງຜູ້ຖືກເຄາະຮ້າຍລວມ ທັງກົນໄກການປ້ອງກັນ ແລະ ການກັບຄືນສູ່ສັງຄົມຂອງຜູ້ຖືກເຄາະຮ້າຍ.

ທ່ານ ວົງຄຳ ພັນທະນຸວົງ ຮອງຫົວໜ້າກົມສັງຄົມສົງເຄາະ ກ່າວວ່າ: ການຝຶກອົບຮົມຄັ້ງນີ້, ບັນດາຄູ່ຮ່ວມງານຈະໄດ້ຄົ້ນຄວ້າກ່ຽວກັບເນື້ອໃນຂອງສະພາບ ລວມກ່ຽວກັບການເຄື່ອນຍ້ານຖິ່ນຖານ, ອາຊະຍາກຳຂ້າມຊາດ-ການລັກລອບນຳເຂົ້າແຮງງານຂ້າມຊາດ-ການຄ້າມະນຸດ, ກົດໝາຍ-ລະບຽບການຕ້ານການຄ້າມະນຸດຂອງ ສປປ ລາວ ແລະ ເຄື່ອງມືການລະບຸຕົວຜູ້ຖືກຄ້າມະນຸດ, ຫຼັກການກຳນົດ-ຄັດເລືອກ-ກັ່ນຕອງຜູ້ຖືກເຄາະຮ້າຍ, ການສຳພາດຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ-ຜູ້ເຄື່ອນຍ້າຍທີ່ມີຄວາມສ່ຽງ-ເປາະບາງ, ມາດຖານດ້ານຈັນຍາບັນ ແລະ ການປະຕິບັດຂອງການສຳພາດຜູ້ຖືກເຄາະຮ້າຍ, ການປົກປ້ອງຂໍ້ມູນ ແລະ ການຮັກສາຄວາມລັບ, ການປົກປ້ອງຜູ້ຖືກເຄາະຮ້າຍ-ການສົ່ງກັບຄືນ ແລະ ການສົ່ງຕໍ່ທີ່ປອດໄພ.

ໂອກາດດຽວກັນ, ທ່ານ ນາງ ມິຊາໂຕະ ຢົວະອະຊະ ຫົວໜ້າຫ້ອງການອົງການຈັດຕັ້ງສາກົນ ເພື່ອການເຄື່ອນຍ້າຍຖິ່ນຖານໄດ້ຮຽກຮ້ອງບັນດາວິຊາການ ຈົ່ງເອົາໃຈໃສ່ເກັບກ່ຽວເອົາປະສົບການຄວາມຮູ້ທີ່ຝຶກອົບຮົມເທື່ອນີ້ ເພື່ອມາໝູນໃຊ້ເຂົ້າໃນການປະຕິບັດວຽກງານໃຫ້ໄດ້ຮັບການປັບປຸງດີຂຶ້ນກວ່າເກົ່າ ແນໃສ່ໃຫ້ບັນຫາການຄ້າມະນຸດຫຼຸດໜ້ອຍຖອຍລົງ.