ກອງບັນຊາການ ປກສ ແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມເຜີຍແຜ່ວຽກງານກໍ່ສ້າງຮາກຖານການເມືອງ ປະຈຳປີ 2018 ໃນວັນທີ 2 ພຶດສະພາ ເພື່ອເປັນການຈັດຕັ້ງຜັນຂະຫຍາຍຄຳສັ່ງຂອງຂັ້ນເທິງ ວ່າດ້ວຍການເພີ່ມທະວີວຽກງານສະກັດກັ້ນ ແລະ ການແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ, ໂດຍການເປັນປະທານຂອງ ພັອ ຄໍາພົນ ສີຫາປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງ, ມີຄະນະກອງບັນຊາການ ປກສ ແຂວງ, ຄະນະຫ້ອງ, ບັນດາກອງບັນຊາການ ປກສ ເມືອງ, ພະນັກງານຫຼັກແຫຼ່ງທີ່ລົງກໍ່ສ້າງຮາກຖານ ເຂົ້າຮ່ວມ.

ພັທ ວັນໄຊ ລີໄຊຍະລາດ ຮອງຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ ໄດ້ຜ່ານແຜນການລົງກໍ່ສ້າງຮາກຖານການເມືອງຕິດພັນກັບການແກ້ໄຂຄວາມບໍ່ສະຫງົບທາງດ້ານການເມືອງ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍຢູ່ໃນແຂວງສະຫວັນະເຂດ ເຊິ່ງທ່ານໄດ້ກ່າວວ່າ: ເພື່ອເປັນການຈັດຕັ້ງຜັນຂະຫຍາຍຄຳສັ່ງເລກທີ 27/ນຍ, ລົງວັນທີ 5 ຕຸລາ 2011 ວ່າດ້ວຍການເພີ່ມທະວີວຽກງານສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ, ຄຳສັ່ງເລກທີ 22/ຄລສພ, ລົງວັນທີ 10 ສິງຫາ 2017 ຂອງຄະນະເລຂາທິການສູນກາງພັກ, ວ່າດ້ວຍການສະກັດກັ້ນ ແລະ ປາບປາມຢາເສບຕິດ, ມະຕິກອງປະຊຸມ ຄັ້ງທີ VIII ຂອງອົງຄະນະພັກ ແຂວງສະຫວັນນະເຂດ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງຄະນະພັກ ກະຊວງປ້ອງກັນຄວາມສະຫງົບ ໃນການຮັບຮອງ 4 ແຜນງານ 41 ໂຄງການທີ່ກະຊວງປ້ອງກັນຄວາມສະຫງົບວາງອອກ ໃນປີ 2018; ເຊິ່ງວຽກງານກໍ່ສ້າງຮາກຖານການເມືອງແມ່ນວຽກງານທີ່ສຳຄັນ ແລະ ນຳເອົາແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ, ບັນດາມະຕິ, ຄຳສັ່ງແນະນຳ, ທິດທາງແຜນການຕິດພັນກັບ 4 ເນື້ອໃນ 4 ຄາດໝາຍ ແລະ ຕາມທິດ 3 ສ້າງ ລົງສູ່ຮາກຖານໃຫ້ທົ່ວເຖິງ ແລະ ເລິກເຊິ່ງຮັບປະກັນທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ເອົາໃຈໃສ່ເພີ່ມທະວີຂະບວນການປຸກລະດົມຂົນຂວາຍປະຊາຊົນ, ສ້າງສະຕິຊາດ ແລະ ເຄົາລົບລະບຽບກົດໝາຍໃຫ້ບັນດາຊັ້ນຄົນຕ່າງໆໃນທົ່ວສັງຄົມ, ເພື່ອຫັນເອົາເນື້ອໃນກອງປະຊຸມໃຫ່ຍ ຄັ້ງທີ II ຂອງຄະນະ ພັກກອງບັນຊາການ ປກສ ແຂວງ ໃຫ້ປະກົດຜົນເປັນຈິງຢູ່ຂັ້ນຮາກຖານ, ປັບປຸງກໍ່ສ້າງກຳລັງໃຫ້ມີຄວາມເຂັ້ມແຂງ, ມີປະສົບການໃນການເຄື່ອນໄຫວວຽກງານກໍ່ສ້າງຮາກຖານ, ສ້າງເງື່ອນໄຂໃຫ້ແກ່ການພັດທະນາເສດທະກິດ-ສັງຄົມມີການຂະຫຍາຍຕົວ, ພ້ອມທັງແມ່ນວຽກງານທີ່ສໍາຄັນທີ່ຈະຕ້ອງໄດ້ເອົາໃຈໃສ່ກຳຈຸດພິເສດພື້ນທີ່ມີຄວາມສ່ຽງຢູ່ພາຍໃນເມືອງ, ກຳເປົ້າໝາຍເຄື່ອນໄຫວຂອງກຸ່ມຄົນບໍ່ດີທີ່ຫວັງມ້າງເພທຳລາຍໃສ່ຮ້າຍປ້າຍສີຜູ້ນຳພັກ-ລັດ ແລະ ທຸກປະກົດການຫຍໍ້ທໍ້ຢູ່ໃນສັງຄົມ, ເອົາໃຈໃສ່ກວດກາເກັບກຳການເໜັງຕີງຂອງພົນລະເມືອງເປັນຕົ້ນ: ຄົນເພີ່ມ-ຄົນຫຼຸດມີໜ້າຊົ່ວຄາວ ແລະ ບໍ່ມີໜ້າຊົ່ວຄາວນັບທັງຄົນລາວ-ຕ່າງປະເທດ, ເກັບກຳຄຸ້ມຄອງວຽກງານອາຊີບ-ພາຫະນະພິເສດ ແລະ ຂະຫຍາຍວຽກງານສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ ໃຫ້ໄດ້ຕາມມາດຕະຖານ.

ພ້ອມກັນສຸມໃສ່ແກ້ໄຂສະພາບໃນ 7 ແຜນວຽກຄື: ສຸມໃສ່ແກ້ໄຂສະພາບອາຊະຍາກຳທາງອາຍາທົ່ວໄປ, ສຸມໃສ່ແກ້ໄຂສະພາບອາຊະຍາກຳທາງດ້ານຢາເສບຕິດ, ອາຊະຍາກຳທາງດ້ານເສດຖະກິດ, ສຸມໃສ່ແກ້ໄຂສະພາບການສັນຈອນ, ແກ້ໄຂສະພາບການຄ້າມະນຸດ ແລະ ໂສເພນີ, ແກ້ໄຂສະພາບສິ່ງແວດລ້ອມ, ສະກັດກັ້ນ ແລະ ຕ້ານອັກຄີໄພ ແລະ ບັນດາວຽກງານທີ່ສຳຄັນອື່ນໆອີກຈໍານວນໜຶ່ງ.