ພົຈວ ຄໍາສາຍ ຈັນທະວົງ ຫົວໜ້າກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ກະຊວງ ປກສ ໄດ້ມີທິດຊີ້ນຳໂດຍເນັ້ນໃຫ້ ຄະນະພັກ-ຄະນະກອງບັນຊາການ ປກສ ເມືອງສັງທອງ ນະຄອນຫຼວງວຽງຈັນ ຈົ່ງສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດພະນັກງານ-ນັກຮົບ ກຳລັງ ປກສ ເມືອງສັງທອງ ໃຫ້ມີຄວາມໜັກແໜ້ນ, ເຊື່ອໝັ້ນໃນການຊີ້ນຳ-ນຳພາຂອງຂັ້ນເທິງ ເພື່ອເປັນເຈົ້າການປະຕິບັດໜ້າທີ່ ຮັບປະກັນຄວາມສະຫງົບປອດໄພໃຫ້ພໍ່-ແມ່ປະຊາຊົນ.

ທິດຊີ້ນຳດັ່ງກ່າວມີຂຶ້ນໃນໂອກາດທີ່ທ່ານໄດ້ເຂົ້າຮ່ວມກອງປະຊຸມຊຸກຍູ້ຂະບວນການກໍ່ສ້າງຮາກຖານການເມືອງ ຕິດພັນການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍໃນສັງຄົມຂອງເມືອງສັງທອງ ໃນທ້າຍອາທິດຜ່ານມາ, ໂດຍມີ ທ່ານ ພົງສະຫວັນ ສິລິພັນ ຮອງເຈົ້າເມືອງໆສັງທອງ, ຄະນະກອງຮ້ອຍ, ພະນັກງານຫຼັກແຫຼ່ງ ແລະ ພະນັກງານກອງກໍ່ສ້າງຮາກຖານເຂົ້າຮ່ວມ; ເຊິ່ງທ່ານຫົວໜ້າກົມດັ່ງກ່າວໄດ້ຊີ້ນຳໃຫ້ຄະນະພັກ-ຄະນະກອງບັນຊາການ ປກສ ເມືອງ ຈົ່ງສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ-ນັກຮົບ ໂດຍການນຳເອົາມູນເຊື້ອຂອງຜູ້ນຳພັກ-ລັດ ແລະ ວັນສຳຄັນຕ່າງໆມາເຜີຍແຜ່ໃຫ້ພະນັກງານ-ນັກຮົບ ລວມທັງກຳລັງທີ່ລົງກໍ່ສ້າງຮາກຖານພາຍໃນເມືອງຮັບຮູ້ເຊື່ອມຊຶມຢ່າງທົ່ວເຖິງ ແນໃສ່ສ້າງໃຫ້ເຂົາເຈົ້າມີແນວຄິດການເມືອງໜັກແໜ້ນ, ເຊື່ອໝັ້ນຕໍ່ການຊີ້ນຳ-ນຳພາຂອງຂັ້ນເທິງ ເພື່ອເປັນເຈົ້າການປະຕິບັດໜ້າທີ່ ຮັບປະກັນຄວາມສະຫງົບ ປອດໄພໃຫ້ພໍ່ແມ່ປະຊາຊົນ ໂດຍສຸມໃສ່ຕິດຕາມກຳແໜ້ນບັນດາເປົ້າໝາຍເຄື່ອນໄຫວທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍຕາມບໍລິເວນຊາຍແດນ, ສະກັດກັ້ນ-ແກ້ໄຂປະກົດການຫຍໍ້ທໍ້ໃຫ້ທັນເວລາ, ປຸກລະດົມຂົນຂວາຍປະຊາຊົນ ເອົາໃຈໃສ່ແກ້ໄຂຊີວິດການເປັນຢູ່ ແລະ ຈັດສັນຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ.

ໃນກອງປະຊຸມ, ພັທ ສີວິໄລ ພູມນະໄຊ ຫົວໜ້າກອງບັນຊາການ ປກສ ເມືອງສັງທອງ ໄດ້ຜ່ານບົດລາຍງານໃນການປະຕິບັດວຽກງານ ທີ່ຜ່ານມາວ່າ: ເມືອງສັງທອງ ປະກອບມີ 35 ບ້ານ, ມີ 5 ກຸ່ມບ້ານ, ມີ 779 ໜ່ວຍ, ມີ 6.546 ຫຼັງຄາເຮືອນ, ມີ 6.363 ຄອບຄົວ, ມີປະຊາກອນທັງໝົດ 31.942 ຄົນ ຍິງ 16.070 ຄົນ; ໃນນີ້ມີ 13 ບ້ານ ທີ່ເລາະລຽບຕາມຊາຍແດນລາວ-ໄທ, ໄດ້ນຳເອົາມະຕິຄຳສັ່ງ, ນິຕິກຳຕ່າງໆຂອງຂັ້ນເທິງລົງໂຄສະນາເຜີຍແຜ່ໃຫ້ປະຊາຊົນ, ສຶກສາອົບຮົມການເມືອງ-ແນວຄິດເປັນປົກກະຕິ ເປັນຕົ້ນແມ່ນໄດ້ນຳເອົາກົດໝາຍ ວ່າດ້ວຍການເຂົ້າ-ອອກເມືອງ ແລະ ຄຸ້ມຄອງຄົນຕ່າງປະເທດ, ລົງເຜີຍແຜ່ເຊື່ອມຊຶມໃຫ້ປະຊາຊົນ, ນໍາເອົາຄວາມຮູ້ກ່ຽວກັບຢາເສບຕິດລົງເຜີຍແຜ່ໃຫ້ພໍ່-ແມ່ປະຊາຊົນຮັບຮູ້ຢ່າງເລິກເຊິ່ງ ພ້ອມທັງວາງລະບຽບການຄຸ້ມຄອງເຮືອຈັກແລ່ນນ້ຳ, ກວດກາຄົນເຂົ້າ-ອອກເມືອງຕາມດ່ານປະເພນີທີ່ບ້ານໂຄກນ້ອຍ ທີ່ເປີດອາທິດ 2 ວັນ ຄື: ວັນພຸດ ແລະ ວັນເສົາ ເພື່ອກວດກາຄົນເຂົ້າ-ອອກ ແລະ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນຢູ່ຕາມຊາຍແດນທີ່ຕົນຮັບຜິດຊອບ.

ໂອກາດດັ່ງກ່າວ, ທ່ານຫົວໜ້າກົມຄຸ້ມຄອງສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ຍັງໄດ້ມອບເຄື່ອງກິລາ ແລະ ອຸປະກອນຕ່າງໆເພື່ອນຳໃຊ້ເຂົ້າວຽກງານວິຊາສະເພາະ ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານມີຜົນສໍາເລັດສູງ.