ທ່ານ ສຸທໍາ ສາກົນນິຍົມ ເອກອັກຄະລັດຖະທູດລາວ ປະຈໍາປະເທດອິນເດຍ ພ້ອມຄອບຄົວ ໄດ້ນໍາເອົາປື້ມຕໍາລາການຮຽນ-ການສອນ ຈໍານວນ 250 ຫົວ ມາມອບໃຫ້ວິທະຍາຄານປ້ອງກັນຄວາມສະຫງົບ ( ວປສ ) ແຫ່ງຊາດ ກະຊວງ ປກສ ໃນວັນທີ 2 ພຶດສະພາ 2018 ຕາງໜ້າຮັບໂດຍ ພົຈວ ປອ ວັນເຮືອງ ນັນທະຈັກ ອໍານວຍການ ວປສ ແຫ່ງຊາດ ພ້ອມຄະນະ.

ທ່ານ ສຸທໍາ ສາກົນນິຍົມ ກ່າວວ່າ: ການມອບປຶ້ມຕໍາລາຄັ້ງນີ້ ແມ່ນເປັນການປະກອບສ່ວນອັນສໍາຄັນທາງດ້ານການພັດທະນາຄວາມຮູ້-ຄວາມສາມາດ, ການສິດສອນຂອງຄູ-ອາຈານ ແລະ ການຮໍ່າຮຽນຂອງນັກສຶກສາ, ເພື່ອເປັນການສ້າງຊັບພະຍາກອນມະນຸດທີ່ສໍາຄັນໃຫ້ແກ່ປະເທດຊາດ ກໍຄືກໍາລັງປ້ອງກັນຄວາມສະຫງົບ ໃຫ້ມີການພັດທະນາຂຶ້ນກວ່າເກົ່າ; ການມອບປື້ມຕໍາລາຄັ້ງນີ້ປະກອບມີ ປຶ້ມກົດໝາຍສາກົນ ຈໍານວນ 50 ຫົວ, ປຶ້ມຄູ່ມືການປະຕິບັດພິທີການທູດ ຈໍານວນ 100 ຫົວ, ປຶ້ມການທູດລາວຍຸກໃໝ່ ຈໍານວນ 50 ຫົວ, ປຶ້ມກົດໝາຍສາກົນການສົ່ງຜູ້ຮ້າຍຂ້າມແດນ ຈໍານວນ 50 ຫົວ ລວມມູນຄ່າ 16.000.000 ກວ່າກີບ.

ພົຈວ ປອ ວັນເຮືອງ ນັນທະຈັກ ໄດ້ມອບໃບກຽດຕິຄຸນ ໃຫ້ທ່ານເອກອັກຄະລັດຖະທູດລາວ ພ້ອມທັງກ່າວສະແດງຄວາມຂອບໃຈ ທີ່ເຫັນໄດ້ເຖິງຄວາມໝາຍສໍາຄັນຂອງວຽກງານການສຶກສາໃນກໍາລັງປ້ອງກັນຄວາມສະ ຫງົບ ແລະ ຈະນໍາປື້ມດັ່ງກ່າວໝູນໃຊ້ເຂົ້າໃນວຽກງານວິຊາສະເພາະ ໃຫ້ເກີດຜົນປະໂຫຍດສູງສຸດ ແລະ ອວຍພອນໄຊໃຫ້ທ່ານພ້ອມຄອບຄົວຈົ່ງມີສຸຂະພາບເຂັ້ມແຂງມີຜົນສໍາເລັດໃນໜ້າທີ່ວຽກງານ.