ຢາເສບຕິດ ເປັນສິງທີ່ກົດໝາຍໄດ້ເກືອດຫ້າມບໍ່ໃຫ້ເສບ, ຂາຍ ແລະ ຂົ່ນສົ່ງ, ຖ້າຫາກຜູ້ໃດລະເມີດ ຫຼື ໄດ້ເຄື່ອນໄຫວ ກະທໍາຜິດແມ່ນຈະຖືກດໍາເນີນຄະດີຕາມລະບຽບກົດໝາຍ. ແຕ່ມີກຸ່ມຄົນຈໍານວນໜຶ່ງ ຍັງມີການລັກລອບເສບ ແລະ ຂາຍ-ຂົນສົ່ງຢາເສບຕິດ, ເຊິ່ງເຮັດໃຫ້ບໍ່ມີຄວາມສະຫງົບ, ບໍ່ເປັນລະ ບຽບຮຽບຮ້ອຍໃນສັງຄົມ.
ໃນວັນທີ 9 ເມສາ 2018, ເຈົ້າໜ້າທີ່ໜ່ວຍງານຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ລົງແກ້ໄຂເປົ້າໝາຍຄ້າຂາຍຢາເສບຕິດຢູ່ເຂດບ້ານຫົວຊຽງ ເມືອງໄຊທານີ ສາມາດຈັບ ຕົວໄດ້ 1 ຄົນ ຊື່ນາງ ສັນຕິ ອາຍຸ 42 ປີ ຢູ່ບ້ານຮ່ອງສຸພາບ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ, ໃນຂະນະ ໄປຊື້ຢາບ້ານໍາເຄື່ອຂາຍຂາປະຈໍາ, ແລ້ວນໍາຕົວໄປສອບສວນຂະຫຍາຍຜົນ. ຜ່ານການສອບສວນຜູ້ກ່ຽວໄດ້ຊັດ ທອດຫາຜູ້ຮ່ວມຂະບວນການນໍາກັນອີກ 2 ຄົນ ຊື່ ທ້າວ ບຸນນຳ ຫຼື ກິ ອາຍຸ 54 ປີ ຢູ່ບ້ານຮ່ອງສຸພາບ ເມືອງ ໄຊເສດຖາ, ເຊິ່ງເປັນຜົວຜູ້ກ່ຽວເອງ ແລະ ນາງ ມະນີຄອນ ຫຼື ນາງ ອາຍຸ 38 ປີ ຢູ່ບ້ານອຸດົມຜົນ ເມືອງໄຊທານີ ລວມຢາບ້າທັງໝົດ 1.804 ເມັດ ໄປດໍາເນີນຄະດີ.
ນາງ ສັນຕິ ສາລະພາບວ່າ: ຜູ້ກ່ຽວຮ່ວມກັບ ທ້າວ ບຸນນໍ້າ ( ຜູ້ເປັນຜົວ ) ຄ້າຂາຍຢາເສບຕິດມາໄດ້ຫຼາຍປີແລ້ວ ຢາບ້າທີ່ນໍາມາຂາຍແຕ່ລະຄັ້ງແມ່ນໄປຊື້ ນໍາ ນາງ ມະນີຄອນ, ຄັ້ງລະ 2.000 ເມັດ ພາຍຫຼັງໄດ້ຢາບ້າມາແລ້ວ ກໍນໍາ ໄປແບ່ງໃຫ້ຜົວຈໍານວນໜຶ່ງຂາຍຕໍ່ ແລະ ຜູ້ກ່ຽວກໍໄປຂາຍຈໍານວນໜຶ່ງ ພາຍຫຼັງໝົດແລ້ວກໍໄປຮັບເອົາອີກ. ມາ ວັນທີ 9 ເມສາ 2018, ຜູ້ກ່ຽວໄດ້ໄປຊື້ຢາບ້ານໍານາງ ມະນີຄອນ ຢູ່ເຂດບ້ານຫົວຊຽງ ຈໍານວນ 2.000 ເມັດ ພາຍ ຫຼັງໄດ້ຢາບ້າມາແລ້ວ ກໍນໍາໄປຂາຍໃຫ້ກັບໄວລຸ້ນມົ້ວສຸມຢາເສບຕິດຈໍານວນ 106 ເມັດ ຍັງເຫຼືອ 1.804 ເມັດ. ຈາກນັ້ນ, ເວລາຕໍ່ມາໄດ້ຖືກເຈົ້າໜ້າທີ່ກັກຕົວພ້ອມຂອງກາງດັ່ງກ່າວ.
ທ້າວ ບຸນນໍາ ສາລະພາບວ່າ: ຜ່ານມາ, ຜູ້ກ່ຽວເຄີຍຖືກເຈົ້າໜ້າທີ່ ປກສ ເມືອງໄຊເສດຖາ ກັກຕົວໃນຂໍ້ຫາລັກ ຊັບຂອງພົນລະເມືອງ ຖືກສານຕັດສິນຈໍາຄຸກ 3 ປີ ໃນປີ 2010. ພາຍຫຼັງພົ້ນໂທດອອກມາ ກໍກັບມາເຄື່ອນໄຫວ ຄ້າຂາຍຢາເສບຕິດປະເພດຢາບ້ານໍາ ນາງ ສັນຕິ ( ຜູ້ເປັນເມຍ ) ໂດຍຈະຜັດປ່ຽນກັນໄປຊື້ຢາບ້ານໍາ ນາງ ມະນີຄອນ ຄັ້ງລະ 1 ມັດ ເທົ່າກັບ 2.000 ເມັດ ແລ້ວມາແບ່ງປັນໃຫ້ຜູ້ເປັນເມຍໄປຂາຍໃຫ້ກັບໄວລຸ້ນທີ່ມົ້ວສຸມຢາເສບຕິດ ພາຍໃນບ້ານ. ຮອດວັນທີ 9 ເມສາ 2018, ກໍຖືກເຈົ້າໜ້າທີ່ເຈົ້າຈັບຕົວຢູ່ເຮືອນ.
ນາງ ມະນີຄອນ ສາລະພາບວ່າ: ຜູ້ກ່ຽວໄດ້ເຄື່ອນໄຫວຄ້າ ຂາຍຢາເສບຕິດມາຫຼາຍປີແລ້ວ, ເຊິ່ງຢາບ້າທີ່ນໍາມາຂາຍ ແຕ່ລະຄັ້ງແມ່ນຊື້ນໍາຊາຍບໍ່ຊາບຊື່ ຄັ້ງລະ 2.000 ເມັດ ພາຍຫຼັງໄດ້ຢາບ້າມາ ແລ້ວກໍນໍາໄປຂາຍຕໍ່ໃຫ້ກັບ ທ້າວ ບຸນ ນໍາ, ນາງ ສັນຕິ ແລະ ຜູ້ຮ່ວມຂະບວນການ. ມາວັນທີ 8 ເມສາ 2018, ນາງ ສັນຕິ ໄດ້ໂທລະສັບຊື້ຢາບ້ານໍາຜູ້ກ່ຽວ ຈໍານວນ 1 ມັດ ເທົ່າກັບ 2.000 ເມັດ. ຈາກນັ້ນມາວັນທີ 9 ເມສາ 2018, ຜູ້ກ່ຽວໄດ້ເອົາຢາບ້າຈໍານວນ 2.000 ເມັດ ໄປຂາຍໃຫ້ກັບນາງ ສັນຕິ ຢູ່ເຂດບ້ານຫົວຊຽງ. ຈາກນັ້ນ, ກໍກັບມາເຮືອນ ພໍມາຮອດກໍຖືກເຈົ້າໜ້າທີ່ກັກ ຕົວມາດໍາເນີນຄະດີ.
ບັນຫາດັ່ງກ່າວນີ້, ບຸກຄົນໃດຫາກເຂົ້າໄປພົວພັນກັບຢາເສບຕິດທີ່ເກືອດຫ້າມບໍ່ເຮັດໃຫ້ຊີວິດດີຂຶ້ນແຕ່ຢ່າງໃດ, ສຸດ ທ້າຍ ກໍຖືກເຈົ້າໜ້າທີ່ຈັບຕົວໄປດໍາເນີນຄະດີຕາມກົດໝາຍ. ສະນັ້ນ, ຖ້າຜູ້ໃດ ທີ່ກໍາລັງເສບ, ຄ້າຂາຍ ແລະ ຂົນ ສົ່ງຢາເສບຕິດທີ່ກົດໝາຍເກືອດຫ້າມແລ້ວໃຫ້ກັບຕົວກັບໃຈຢຸດເຊົາແຕ່ຫົວທີ ຫັນໄປທໍາມາຫາ ກິນແບບສຸດ ຈະລິດ, ຖືກຕ້ອງຕາມກົດໝາຍ ປະກອບສ່ວນເຂົ້າໃນວຽກງານປ້ອງກັນຄວາມສະຫງົບ ເຮັດໃຫ້ສັງຄົມມີຄວາມ ເປັນລະບຽບຮຽບຮ້ອຍດີ.