ກອງບັນຊາການ ປກສ ເມືອງຊານໄຊ ແຂວງອັດຕະປື ໄດ້ຈັດພິທີທຳລາຍອາວຸດລ່າເນື້ອປະເພດປືນແກັບ ແລະ ໝໍ້ຊ໊ອດ ໃນວັນທີ 2 ພຶດສະພານີ້, ທີ່ກອງບັນຊາການ ປກສ ເມືອງຊານໄຊ, ເຂົ້າຮ່ວມມີທ່ານ ບຸນເນັມ ໄຊຍະເສັມ ຮອງເຈົ້າເມືອງໆຊານໄຊ, ມີ ພັທ ກິຕັນ ຟອງສຸວັນ ຫົວໜ້າກອງບັນຊາການ ປກສ ເມືອງຊານໄຊ, ມີບັນດາຫົວໜ້າຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ມີອຳນາດການປົກຄອງບ້ານ, ຄູ-ອາຈານ ຕະຫຼອດຮອດນ້ອງນັກຮຽນໂຮງຮຽນ ມສ ນ້ຳປາ ເມືອງຊານໄຊ ແຂວງອັດຕະປື ເຂົ້າຮ່ວມ.

ພັຕ ພູມີ ແກ້ວບົວລະພາ ຮອງຫົວໜ້າກອງບັນຊາການ ປກສ ເມືອງຊານໄຊ ຂຶ້ນຜ່ານບົດສະຫຼຸບໂດຍຫຍໍ້ຂອງວຽກງານທ້ອນໂຮມອາວຸດລ່າເນື້ອ ປະເພດປືນແກ໊ບ ແລະ ໝໍ້ຊ໊ອດ ວ່າ: ປີ 2017 ຜ່ານມາ, ຄະນະບັນຊາກອງບັນຊາການ ປກສ ເມືອງຊານໄຊ ໄດ້ເອົາໃຈໃສ່ລົງເກັບກຳຂໍ້ມູນຂຶ້ນບັນຊີບັນດາເປົ້າໝາຍຜູ້ທີ່ຄອບຄອງ ແລະ ນຳໃຊ້ອາວຸດລ່າເນື້ອທີ່ບໍ່ຖືກຕ້ອງຕາມລະບຽບຢ່າງເຂັ້ມງວດ ພ້ອມທັງດຳເນີນການສຶກສາອົບຮົມໃຫ້ເຂົາເຈົ້າມີຄວາມເຂົ້າໃຈຕໍ່ລະບຽບກົດໝາຍ ແລະ ໃຫ້ມີຄວາມຕື່ນຕົວໃນການສົ່ງມອບອາວຸດ ແລະ ເຄື່ອງມືດັ່ງກ່າວໃຫ້ເຈົ້າໜ້າທີ່ ກໍຄືອຳນາດການປົກຄອງທ້ອງຖິ່ນຂອງເມືອງຊານໄຊ, ເຊິ່ງຜ່ານມາສາມາດກັກຢຶດອາວຸດລ່າເນື້ອປະເພດປືນແກັບ ໄດ້ທັງໝົດຈຳນວນ 305 ກະບອກ; ໃນນີ້, ໄດ້ຈາກກຸ່ມບ້ານນ້ຳງອນ 105 ກະບອກ, ກຸ່ມບ້ານຕາດແສງ 75 ກະບອກ, ກຸ່ມບ້ານວັງຕັດ 25 ກະບອກ, ກຸ່ມບ້ານນ້ຳປາ 30 ກະບອກ, ກຸ່ມບ້ານນ້ຳຊູ 35 ກະບອກ ແລະ ກຸ່ມບ້ານຊຳຫຼວງ 2 ກະບອກ ສ່ວນທີ່ເຫຼືອອີກ 33 ກະບອກ ແມ່ນເຈົ້າໜ້າທີ່ວິຊາສະເພາະຢູ່ກົມກອງໄດ້ສົມທົບກັບພາກສ່ວນກ່ຽວຂ້ອງກັກໄດ້ຕາມຈຸດຕ່າງໆ ແລະ ຍັງສາມາດກັກຢຶດໝໍ້ຊ໊ອດ ໄດ້ຈຳນວນ 19 ເຄື່ອງ.

ໂອກາດທີ່ ທ່ານ ບຸນເນັມ ໄຊຍະເສັມ ໄດ້ເຂົ້າຮ່ວມພິທີ ທ່ານໄດ້ເນັ້ນໜັກໃຫ້ບັນດາກຳລັງວິຊາສະເພາະ ຈົ່ງເພີ່ມທະວີເອົາໃຈໃສ່ໃນການປະຕິບັດວຽກງານຢ່າງຕໍ່ເນື່ອງ ເພາະວ່າອາວຸດດັ່ງກ່າວນີ້ເປັນອັນຕະລາຍຕໍ່ສັງຄົມ ແລະ ໄດ້ຮຽກຮ້ອງໃຫ້ຜູ້ທີ່ເຂົ້າຮ່ວມພິທີທຳລາຍອາວຸດຄັ້ງນີ້ ຊ່ວຍກັນເປັນຫູເປັນຕາໃຫ້ເຈົ້າໜ້າທີ່ເພື່ອສະກັດກັ້ນບັນຫາປະກົດການຫຍໍ້ທໍ້ດັ່ງກ່າວໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ.