ປັດຈຸບັນ, ບ້ານຈອມເພັດເໜືອ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ມີສະມາຊິກກອງທຶນພັດທະນາບ້ານທັງໝົດ 164 ຄົນ, ມີເງິນທ້ອນທັງໝົດ 539.800.000 ກີບ ເພື່ອໃຫ້ບັນສະມາຊິກພາຍໃນບ້ານກູ້ຢືມແກ້ໄຂຊີວິດຄອບຄົວໃຫ້ດີຂຶ້ນ; ໃນນີ້, ສາມາດປ່ອຍໃຫ້ກູ້ຢືມທັງໝົດ 478.570.000 ກີບ, ສາມາດສ້າງລາຍຮັບໃຫ້ກອງທຶນໄດ້ 200.000.000 ກວ່າກີບ.

ທ່ານ ສອນເພັດ ໄຊຍະລາດ ນາຍບ້ານໆຈອມເພັດເໜືອ ກ່າວໃນກອງປະຊຸມສະຫຼຸບວຽກງານຮອບດ້ານຂອງອົງການປົກຄອງບ້ານຈອມເພັດເໜືອ ໃນ 3 ປີ (2013-2016) ທີ່ຈັດຂຶ້ນໃນວັນທີ 3 ພຶດສະພາ 2018 ວ່າ: ໃນໄລຍະຜ່ານມາ ບ້ານຂອງພວກເຮົາໄດ້ສ້າງຕັ້ງກອງທຶນເງິນທ້ອນເງິນຂຶ້ນ ເພື່ອໃຫ້ປະຊາຊົນສາມາດນໍາເງິນເຂົ້າມາຝາກ ແລະ ທ້ອນເງິນນໍາກອງທຶນ ໃນ 3 ປີຜ່ານມາ ມີສະມາຊິກນໍາເງິນເຂົ້າມາທ້ອນນໍາກອງທຶນທັງໝົດ 539.800.000 ກີບ, ໄດ້ປ່ອຍໃຫ້ສະມາຊິກກູ້ຢືມທັງໝົດ 478.570.000 ກີບ, ສາມາດຮັບດອກເບ້ຍໄດ້ທັງໝົດ 273.591.000 ກີບ; ນອກຈາກກອງທຶນບ້ານແລ້ວ ຍັງສາມາດເກັບພາສີທີ່ດິນໄດ້ 78.210.000 ກີບ, ເກັບເງິນປະກອບສ່ວນສ້າງທາງຮ່ອມ 30% ໄດ້ 27.650.000 ກີບ ແລະ ໄດ້ຮັບຈາກການປະກອບສ່ວນຈາກສັງຄົມທີ່ຊ່ວຍເຫຼືອລ້າຈໍານວນ 68.000.000 ກີບ; ນອກຈາກນີ້, ພາຍໃນບ້ານຍັງໄດ້ນໍາພາກໍາລັງ ປກຊ-ປກສ ເອົາໃຈໃສ່ເຮັດໜ້າທີ່ວຽກງານປ້ອງກັນຄວາມສະຫງົບ ສະແດງອອກຄື: ໄດ້ສົມທົບກັບ ປກສ ກຸ່ມຈອມແຈ້ງກວດກາຄົນພັກເຊົາໄດ້ 24 ຄັ້ງ ພົບເຫັນຜູ້ລະເມີດລະບຽບບ້ານ 72 ຄົນ ຍິງ 23 ຄົນ, ສຶກສາອົບຮົມເປົ້າໝາຍໄດ້ 13 ຄັ້ງ, ສົ່ງຊາວໜຸ່ມ-ໄວໜຸ່ມໄປບໍາບັດຢາເສບຕິດຢູ່ສູນບຳບັດ ແລະ ປິ່ນປົວຜູ້ຕິດຢາເສບຕິດ ນະຄອນຫຼວງວຽງຈັນ (ສົມສະຫງ່າ) ໄດ້ 18 ຄົນ ຍິງ 1 ຄົນ; ໃນພິທີ, ຍັງມີການເລືອກຕັ້ງນາຍບ້ານຜູ້ໃໝ່ ໂດຍມີການປ່ອນບັດຄັດເລືອກ, ຜ່ານ ການຄັດເລືອກສາມາດເລືອກໄດ້ ທ່ານ ສອນເພັດ ໄຊຍະລາດ ເປັນນາຍບ້ານໆຈອມເພັດເໜືອ.

ໃນໂອກາດນີ້, ທ່ານ ບຸນຄໍາ ວິຈິດລາສີ ຮອງເຈົ້າເມືອງໆສີສັດຕະນາກ ໄດ້ເນັ້ນໃຫ້ນາຍບ້ານຜູ້ໃໝ່ ຈົ່ງເອົາໃຈໃສ່ພັດທະນາບ້ານໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນກວ່າເກົ່າ ເພື່ອຮັກສານາມມະຍົດບ້ານພັດທະນາຮອບດ້ານໄວ້ໃຫ້ໄດ້ທຸກໆປີ, ພ້ອມທັງເອົາໃຈໃສ່ປັບປຸງ ປກຊ-ປກສ ບ້ານໃຫ້ມີຄວາມເຂັ້ມແຂງຂື້ນເລື້ອຍໆ ແລະ ເອົາໃຈໃສ່ປະຕິບັດວຽກງານປ້ອງກັນຄວາມສະຫງົບໃນການຕິດຕາມກວດກາບັນດາຫ້ອງແຖວ, ເຮືອນພັກ, ຮ້ານອາຫານ, ຮ້ານກິນດື່ມຕ່າງໆ ເພື່ອຊອກຮູ້ກຸ່ມຄົນບໍ່ດີ ເພື່ອແກ້ໄຂປະກົດການຫຍໍ້ທໍ້ພາຍໃນບ້ານໃຫ້ຫຼຸດໜ້ອຍຖອຍລົງ ແລະ ເຮັດໃຫ້ບ້ານມີຄວາມສະຫງົບ 100%; ສ່ວນປະຊາຊົນທຸກໆຄົນພາຍໃນບ້ານ ຈົ່ງຮ່ວມແຮງຮ່ວມໃຈກັນເອົາໃຈໃສ່ເປັນຫູ, ເປັນຕາຊ່ວຍກັນໃນການປ້ອງກັນຄວາມສະຫງົບຕ່າງໆ ໂດຍສະເພາະແມ່ນບັນຫາຂີ້ລັກ, ງັດແງະ, ການຄ້າຂາຍສິ່ງເສບຕິດ, ການເສບສິ່ງເສບຕິດ ແລະອື່ນໆ ເພື່ອເຮັດໃຫ້ບ້ານມີຄວາມສະຫງົບປອດໄພດີ.