ການດຳເນີນຄະດີກັບຜູ້ກະທຳຜິດໃນຂໍ້ຫາຕ່າງໆ ນັບແຕ່ຂັ້ນການສືບສວນ-ສອບສວນ ເຖິງຂັ້ນສານພິຈາລະນາ ຕັດສິນຕາມກົດໝາຍນັ້ນແມ່ນຂັ້ນຕອນການດຳເນີນຄະດີທີ່ນອນຢູ່ໃນຂະບວນການຍຸຕິທຳຢ່າງຖືກຕ້ອງ. ດັ່ງ ຄະດີທີ່ນຳມາສະເໜີໃນຄໍລຳກົດໝາຍລົງໂທດສະບັບນີ້, ເຊິ່ງຄະດີຂອງ ທ້າວ ສຸລິວັນ ອາ ຍຸ 27 ປີ ຢູ່ບ້ານທ່າງ່ອນ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຖືກເຈົ້າໜ້າທີ່ ປກສ ນະຄອນຫຼວງວຽງຈັນ ກັກຕົວ ວັນທີ 1 ກັນຍາ 2017 ໃນຂໍ້ຫາລັກ ຊັບພົນລະເມືອງ ( ລັກລົດຈັກ ) ຜ່ານການດຳເນີນຄະດີມາວັນທີ 26 ເມສາ 2018 ເຈົ້າໜ້າທີ່ໄດ້ສະ ຫຼຸບສຳນວນຄະ ດີສົ່ງໃຫ້ອົງການໄອຍະການປະຊາຊົນ ເຂດ II ເພື່ອຖະແຫຼງໄຈ້ແຍກຂໍ້ກ່າວຫາໃຫ້ສານປະຊາຊົນເຂດ II ນະຄອນຫຼວງວຽງຈັນ ພິຈາລະນາຕັດອິດສະຫຼະພາບຕາມກົດໝາຍ.
ອົງການໄອຍະການປະຊາຊົນເຂດ II ຖະແຫຼງໄຈ້ແຍກການກະທຳຜິດຂອງຈຳເລີຍຕາມສຳນວນຄະດີ ເລກທີ 328/ ອຍກ.ຂ II ລົງວັນທີ 20 ທັນວາ 2017, ຕໍ່ຄະນະ ແລະ ຜູ້ເຂົ້າຮ່ວມໃນຫ້ອງປະຊຸມວ່າ: ຈຳເລີຍໄດ້ລັກລົດຈັກຟີໂນ້ ສີຟ້າ-ຂາວ ໝາຍເລກທະບຽນ ຍນ 4798 ກຳແພງນະຄອນ, ເຊິ່ງເປັນລົດຂອງ ນາງ ມະລິກາ ອາຍຸປະມານ 40 ປີ ຢູ່ບ້ານທ່ານາ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ເຊິ່ງລົດຈັກດັ່ງກ່າວນີ້ ໃນເບື້ອງຕົ້ນແມ່ນ ທ້າວ ດວງ ອາຍຸ 28 ປີ ເປັນຄົນແຂວງຜົ້ງສາລີ ມາເປັນກຳມະກອນຢູ່ໂຮງງານນໍ້າດື່ມຂອງ ນາງ ມະລິກາ ເປັນຜູ້ລັກເອົາໄປໃນວັນທີ 26 ສິງ ຫາ 2017 ຈາກນັ້ນ, ນາງ ມະລິກາ ໄດ້ແຈ້ງ ຄວາມຕໍ່ອຳນາດການປົກຄອງບ້ານ ເພື່ອຊອກຈັບຕົວ ທ້າວ ດວງ ແຕ່ ບໍ່ເຫັນ.
ຈຳເລີຍຍ້ອມຮັບສາລະພາບວ່າ: ພາຍຫຼັງພົ້ນໂທດໃນສະຖານຊິງຊັບຂອງພົນລະເມືອງ ໃນປີ 2013 ໂດຍສານປະ ຊາຊົນຂັ້ນຕົ້ນນະຄອນຫຼວງວຽງຈັນ ຕັດອິດສະຫຼະພາບ 4 ປີ ມາຮອດວັນ ທີ 26 ສິງຫາ 2017 ຈຳເລີຍໄດ້ຂັບຂີ່ ລົດຈັກອອກໄປຫຼີ້ນເຮືອນຂອງ ທ້າວ ພຸດ ອາຍຸ 25 ປີ ຢູ່ບ້ານດົງບອງ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ແລ້ວພົບເຫັນລົດຈັກຄັນດັ່ງກ່າວຈອດປະໄວ້ແຄມທາງ ຢູ່ເຂດບ້ານດົງບອງ ຈຶ່ງກັບມາເຮືອນ ເພື່ອເອົາລົດຈັກ ຄັນທີ່ຂັບໄປນັ້ນໄວ້ ພ້ອມກະກຽມເອົາອຸປະກອນທີ່ໃຊ້ເຂົ້າໃນການລັກລົດ. ຈາກນັ້ນ, ໄດ້ຍ່າງອອກຈາກເຮືອນມາຮອດ ທາງໃຫຍ່ ເຫັນທ້າວ ໄກ່ ຄົນບ້ານດຽວກັນ ຈຶ່ງຂໍຂີ່ລົດໄປນຳ. ຮອດຈຸດດັ່ງກ່າວ, ຈຶ່ງໄດ້ລົງລົດ ແລ້ວທ້າວ ໄກ່ ກໍຂັບລົດ ໄປວຽກຂອງຜູ້ກ່ຽວຕໍ່. ພາຍຫຼັງລັກລົດຈັກໄດ້ ແລ້ວ ກໍນຳມາຊຸກເຊື່ອງໄວ້ຢູ່ເຮືອນ. ມື້ຕໍ່ມາ, ຈຶ່ງນຳເອົາລົດຄັນທີ່ລັກ ມານັ້ນອອກມາລ້າງຢູ່ໜ້າເຮືອນ. ໃນຂະນະນັ້ນ, ມີອຳນາດການປົກຄອງບ້ານມາພົບເຫັນ ຈຶ່ງໄດ້ຂັບລົດຫຼົບໜີໄປ ຢູ່ເຮືອນຂອງ ທ້າວ ຍາ ບ້ານພູຄຳ ເມືອງໄຊທານີ ນະຄອນຫຼວງວຽງຈັນ. ມາວັນທີ 1 ກັນຍາ 2017, ເຈົ້າໜ້າທີ່ ປກສ ກຸ່ມທ່າງ່ອນ ໄດ້ກັກຕົວໄປດຳເນີນຄະດີ, ສ່ວນລົດຄັນດັ່ງກ່າວ ເຈົ້າໜ້າທີ່ໄດ້ມອບຄືນໃຫ້ເຈົ້າຂອງເດີມເປັນ ທີ່ຮຽບຮ້ອຍແລ້ວ, ສ່ວນທ້າວ ດວງ ແມ່ນໄດ້ເອົາຕົວຫຼົບໜີ. ປັດຈຸບັນ, ຍັງຢູ່ໃນຂັ້ນຕອນການຕິດຕາມຕົວ.
ຈາກບົດຖະແຫຼງ ແລະ ຄຳສາລະພາບຂອງຈຳເລີຍໃນຂັ້ນເຈົ້າໜ້າທີ່, ຄະນະສານອາຍາ ສານປະຊາຊົນເຂດ II ຈຶ່ງໄດ້ຄົ້ນຄວ້າບັນດາຂໍ້ມູນຫຼັກຖານເອກະສານຕ່າງໆທີ່ປະກອບເຂົ້າໃນສຳນວນຄະ ດີແລ້ວ ແລະ ທັງເຫັນຕາມ ກົດໝາຍວ່າ ດ້ວຍອົງການໄອຍະການປະຊາຊົນ ສະບັບປັບປຸງປີ 2017 ມາດຕາ 02,10, 45,46 ແລະ 48 ຂໍ້ 1, ກົດໝາຍອາ ຍາມາດຕາ 12 ແລະ 119 ວັກ 1, ກົດໝາຍວ່າດ້ວຍການດຳເນີນຄະດີອາຍາ ສະບັບປັບປຸງປີ 2012 ມາດຕາ 152 ຂໍ້ 05 ແລະ ມາດຕາ 156 ດ້ວຍເຫດນີ້ ຈຶ່ງເຫັນຄວນຕັດອິດສະຫຼະພາບ ທ້າວ ສຸລິວັນ 1 ປີ ປັບໃໝ 1.500.000 ກີບ.