ໃນທ້າຍອາທິດທີ່ຜ່ານມາ, ກອງບັນຊາການ ປກສ ແຂວງຈໍາປາສັກ ໄດ້ຈັດພິທີມອບໃບຢັ້ງຢືນປ້ອງກັນຄວາມສະຫງົບດີ ໃຫ້ວິທະຍາໄລກະສິກຳ ແລະ ປ່າໄມ້ ແຂວງຈຳປາສັກ, ຕາງໜ້າມອບໂດຍ ພັທ ສຸກັນ ໄຕໄຊຍະວົງ ຮອງຫົວໜ້າກອງບັນຊາການ ປກສ ແຂວງຈຳປາສັກ ແລະ ຕາງໜ້າກ່າວຮັບໂດຍ ທ່ານ ຄຳສະຫວ່າງ ສົມບູນຂັນ ອຳນວຍການວິທະຍາໄລກະສິກຳ ແລະ ປ່າໄມ້, ມີບັນດາຄະນະພັກ-ຄະນະອຳນວຍການ, ພະນັກງານຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.
ທ່ານ ສຸລົດ ບຸດຕິວົງ ຫົວໜ້າຫ້ອງການບໍລິຫານວິທະຍາໄລກະສິກໍາ ແລະ ປ່າໄມ້ ແຂວງຈໍາປາສັກ ໄດ້ຂຶ້ນຜ່ານບົດສະຫຼຸບກ່ຽວກັບວຽກງານປ້ອງກັນພາຍໃນປະຈຳປີ 2017 ໃຫ້ຮູ້ວ່າ: ໃນໄລຍະ 1 ປີຜ່ານມາ, ຄະນະພັກ-ຄະນະອຳນວຍການໄດ້ເອົາໃຈໃສ່ຊີ້ນຳ-ນໍາພາດ້ານການເມືອງ-ແນວຄິດໃຫ້ສະ ມາຊິກພັກ, ພະນັກງານ-ລັດຖະກອນຕະຫຼອດຮອດນັກສຶກສາໃຫ້ມີຄວາມຮັບຮູ້ ແລະ ເຂົ້າໃຈໃນການປະຕິບັດຕໍ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການແກ້ໄຂປະກົດການຫຍໍ້ທໍ້; ພ້ອມນັ້ນ, ໄດ້ສຸມໃສ່ຈັດຕັ້ງປະຕິບັດວຽກງານ ປກຊ-ປກສ ພາຍໃນຂອບເຂດຕົນຮັບຜິດຊອບໄດ້ເປັນຢ່າງດີ; ພ້ອມທັງເປັນເຈົ້າການປະຕິບັດທຸກມະຕິຄຳສັ່ງ, ແຈ້ງການຂອງຂັ້ນເທິງວາງອອກໃນແຕ່ລະໄລຍະຢ່າງເຂັ້ມງວດ ໂດຍມີການມອບໝາຍແບ່ງຄວາມຮັບຜິດຊອບໃຫ້ແຕ່ລະພາກສ່ວນໃນການປ້ອງກັນເວນຍາມຕະຫຼອດ 24 ຊົ່ວໂມງ, ເຊິ່ງແຕ່ລະຈຸແມ່ນໄດ້ເຮັດໜ້າທີ່ຜັດປ່ຽນກັນປ້ອງກັນເວນຍາມໃນແຕ່ລະວັນ ແລະ ໄດ້ມີການຕິດຕາມກວດກາສະຫຼຸບສ່ອງແສງລາຍງານໃຫ້ຄະນະພັກຂັ້ນເທິງຮັບຮູ້, ເຊິ່ງໃນ 1 ປີຜ່ານມາ, ວິທະຍາໄລກະ ສິກຳ ແລະ ປ່າໄມ້ ແຂວງຈຳປາສັກ ເຫັນວ່າສະພາບພາຍໃນ ແລະ ອ້ອມຂ້າງສຳນັກງານແມ່ນມີຄວາມສະຫງົບ- ປອດໄພ ແລະ ເປັນລະບຽບຮຽບຮ້ອຍດີສະແດງອອກເຊັ່ນ: ສາມາດປະເມີນຕີລາຄາຈັດປະເພດເຂັ້ມແຂງ ມີ 8 ສະຫາຍ, ປະເພດແຂງ 47 ສະຫາຍ ແລະ ຈັດປະເພດເຂັ້ມແຂງຮອບດ້ານໄດ້ 97%.


ໂອກາດດຽວ, ທ່ານຮອງ ຫົວໜ້າກອງບັນຊາການ ປກສ ແຂວງຈຳປາສັກ ໄດ້ໃຫ້ກຽດມອບໃບຢັ້ງຢືນກົມກອງຕົວແບບປ້ອງກັນຄວາມສະຫງົບດີ ໃຫ້ວິທະຍາໄລກະສິກຳ ແລະ ປ່າໄມ້ ແຂວງຈຳປາ ສັກ ແລະ ມອບໃບຍ້ອງຍໍໃຫ້ພະ ນັກງານ-ລັດຖະກອນທີ່ມີຜົນງານດີເດັ່ນໄລຍະຜ່ານມາ ຈຳນວນ 33 ສະຫາຍ; ພ້ອມນັ້ນ ທ່ານ ຍັງໄດ້ໃຫ້ທິດຊີ້ນໍາຕໍ່ຄະນະພັກ-ຄະນະອຳນວຍການ, ພະນັກງານ-ລັດຖະກອນຕະຫຼອດຮອດນັກສຶກສາຕ້ອງເອົາໃຈໃສ່ຍົກສູງສະຕິລະວັງຕົວໃຫ້ສູງຂຶ້ນກວ່າເກົ່າ, ກຳແໜ້ນທຸກແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ແລະ ຂອງກຳລັງ ປກສ ເພື່ອເຮັດວຽກງານປ້ອງກັນຄວາມສະຫງົບໃຫ້ມີຄວາມເຂັ້ມແຂງຂຶ້ນກວ່າເກົ່າ.