ກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ສປປ ລາວ ໄດ້ຈັດກອງປະຊຸມຄະນະກໍາມະການຄຸ້ມຄອງເຄື່ອງສໍາອາງອາຊຽນ ຄັ້ງທີ 28 ແລະ ກອງປະຊຸມທີ່ກ່ຽວຂ້ອງ ໃນລະຫວ່າງວັນທີ 1-4 ພຶດສະພາ 2018 ເປັນປະທານໂດຍທ່ານ ດຣ ສົມທະວີ ຈາງວິສົມມິດ ຫົວໜ້າກົມອາຫານ ແລະ ຢາ, ມີບັນດາທ່ານຈາກ 10 ປະເທດສະມາຊິກອາຊຽນ ມີຕາງໜ້າຈາກກອງເລຂາອາຊຽນ ແລະ ສະມາຄົມເຄື່ອງສໍາອາງອາຊຽນ, ມີພາກລັດ ແລະ ຜູ້ປະກອບການເຂົ້າຮ່ວມ.

ທ່ານ ດຣ ສົມທະວີ ຈາງວິສົມມິດ ກ່າວວ່າ: ວຽກງານຄຸ້ມຄອງເຄື່ອງສໍາອາງເປັນໜ້າທີ່ ແລະ ຄວາມຮັບຜິດຊອບຂອງຂະແໜງສາທາລະນະສຸກ, ເຊິ່ງໄດ້ມີຫຼາຍໜ້າວຽກເປັນສິ່ງທີ່ທ້າທາຍ ແລະ ຮີບຮ້ອນໃຫ້ມີລະບົບການຄຸ້ມຄອງດ້ານນີ້ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດເປັນເອກະພາບກັນ, ປັດຈຸບັນໃນບາງປະເທດສະມາຊິກອາຊຽນມີເຄື່ອງສໍາອາງຫຼາຍກວ່າ 600.000 ລາຍການ ທີ່ໄດ້ຮັບການຈັດແຈງ ແລະ ຕະຫຼາດເຄື່ອງສໍາອາງແມ່ນມີທ່າອ່ຽງຂະຫຍາຍນັບມື້ນັບຫຼາຍຂຶ້ນ; ສະນັ້ນ, ຈຶ່ງຈໍາເປັນຕ້ອງມີມາດຖານ ເພື່ອຄວບຄຸມດ້ານຄຸນນະພາບໃຫ້ສອດຄ່ອງກັບພາກພື້ນ ແລະ ສາກົນ ໂດຍຜ່ານຄະນະກໍາມະການວິທະຍາສາດດ້ານເຄື່ອງສໍາອາງອາຊຽນ ແລະ ຄະນະກໍາມະການທົດລອງດ້ານເຄື່ອງສໍາອາງອາຊຽນ ເພື່ອຮັບປະກັນຄວາມປອດໄພແກ່ຜູ້ຊົມໃຊ້.

ກອງປະຊຸມໃນຄັ້ງນີ້ ບັນດາທ່ານທີ່ເຂົ້າຮ່ວມ ຈະມີການແລກປ່ຽນ ແລະ ຖອດຖອນບົດຮຽນກ່ຽວກັບການຈັດຕັ້ງປະຕິບັດຕາມທິດນໍາໃນການຄຸ້ມຄອງຜະລິດຕະພັນເຄື່ອງສໍາອາງກັບບັນດາປະເທດສະມາຊິກອາຊຽນ ໂດຍສະເພາະແມ່ນລະບົບການຈົດແຈ້ງຜະລິດຕະພັນເຄື່ອງສໍາອາງ; ພ້ອມທັງຄົ້ນຄວ້າ ແລະ ມີຄໍາເຫັນໃນການສ້າງມາດຕະຖານເຄື່ອງສໍາອາງໃຫ້ເປັນເອກະພາບກັນ ໂດຍອີງໃສ່ມາດຕະຖານຂອງອີຢູ ແລະ ສາກົນເປັນບ່ອນອີງ ແລະ ປຶກສາຫາລືໃນການສ້າງເອກະສານລະບຽບການອາຊຽນ, ສ້າງຄວາມເສື່ອມສານດ້ານການຄຸ້ມຄອງເຄື່ອງສໍາອາງໃນຂົງເຂດ ແລະ ຜັນຂະຫຍາຍການຈັດຕັ້ງປະຕິບັດທິດນໍາອາຊຽນກ່ຽວກັບເຄື່ອງສໍາອາງຢ່າງມີປະສິດທິຜົນ; ໃນກອງປະຊຸມໄດ້ຮັບຟັງການລາຍງານຄວາມຄືບໜ້າຂອງແຕ່ລະປະເທດໃນການຈັດຕັ້ງປະຕິບັດທິດນໍາທາງດ້ານການຄຸ້ມຄອງຜະລິດຕະພັນເຄື່ອງສໍາອາງ, ໄດ້ສືບຕໍ່ສ້າງຄູ່ມືຂໍ້ມູນຂ່າວສານແກ່ຜູ້ຊົມໃຊ້ຜະລິດຕະພັນເຄື່ອງສໍາອາງ, ໄດ້ຮັບຟັງຜົນຂອງການຕິດຕາມດ້ານຄຸນນະພາບຫຼັງການຈໍາໜ່າຍ ພ້ອມທັງຈະໄດ້ທົບທວນແຜນວຽກລວມ ແລະ ແຜນວຽກປະຈໍາປີ ກ່ຽວກັບການຄຸ້ມຄອງເຄື່ອງສໍາອາງໃນຕໍ່ໜ້າ.