ສານປະຊາຊົນສູງສຸດແຫ່ງ ສປປ ລາວ ຮ່ວມກັບສະຖາບັນຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການ ປະເທດລຸກຊໍາບວກ ປະຈໍາ ສປປ ລາວ ໄດ້ຈັດກອງປະຊຸມປຶກສາຫາລື ເພື່ອທົບທວນກົດໝາຍ ວ່າດ້ວຍຄ່າທຳນຽມສານ ຂຶ້ນໃນລະຫວ່າງວັນທີ 2-4 ພຶດສະພາ 2018 ໂດຍການເປັນປະທານຂອງ ທ່ານ ພົມສຸວັນ ພິລາຈັນ ຜູ້ພິພາກສາສານປະຊາຊົນສູງສຸດ ຫົວໜ້າກົມຄຸ້ມຄອງວິຊາການ ແລະ ສະຖິຕິສານ, ທ່ານ ຈອນ ຄອນນໍລີ ( John CONNOLLY ) ຜູ້ຊ່ຽວຊານສະຖາບັນຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການ ( ILSTA ), ມີຄະນະຮັບຜິດຊອບປັບປຸງກົດໝາຍວ່າດ້ວຍຄ່າທໍານຽມສານ ແລະ ຜູ້ຊ່ຽວຊານປະເທດອັງກິດ ແລະ ເວວ ເຂົ້າຮ່ວມ.

ທ່ານ ພົມສຸວັນ ພິລາຈັນ ໃຫ້ຮູ້ວ່າ: ການຈັດກອງປະຊຸມໃນຄັ້ງນີ້ ເປັນການປະຕິບັດຕາມຂໍ້ຕົກລົງຂອງປະທານສານປະຊາຊົນສູງສຸດ ສະບັບເລກທີ 189/ສປສສ, ວ່າດ້ວຍການອະນຸມັດໃຫ້ພະນັກງານສານປະຊາຊົນສູງສຸດ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຈັດກອງປະຊຸມປຶກສາຫາລືປະກອບຄຳຄິດຄຳເຫັນໃສ່ຮ່າງປັບປຸງກົດໝາຍ ວ່າດ້ວຍຄ່າທຳນຽມສານ, ຂໍ້ຕົກລົງຂອງປະທານສານປະຊາຊົນສູງສຸດ ສະບັບເລກທີ 145/ສປສສ, ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບປັບປຸງເນື້ອໃນກົດໝາຍ ວ່າດ້ວຍຄ່າທຳນຽມສານ ສະບັບປັບປຸງປີ 2016 ແລະ ໜັງສືສະບັບເລກທີ 15/2018 ຂອງສະຖາບັນຊ່ວຍເຫຼືອດ້ານກົດໝາຍ ແລະ ວິຊາການລຸກຊຳບວກ ປະຈຳ ສປປ ລາວ.

ກອງປະຊຸມຍັງໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ທົບທວນຄືນດ້ານດີ, ດ້ານອ່ອນຂອງກົດໝາຍວ່າດ້ວຍຄ່າທຳນຽມສານ ສະບັບປີ 2016, ຖອດຖອນແລກປ່ຽນບົດຮຽນກ່ຽວກັບກົດໝາຍ ວ່າດ້ວຍຄ່າທຳນຽມສານຂອງຕ່າງປະເທດຈຳນວນໜຶ່ງ ເປັນຕົ້ນປະເທດອັງກິດ, ເວວ ແລະ ຫວຽດນາມ ເຊິ່ງໄດ້ປັບປຸງໂຄງຮ່າງ ແລະ ເນື້ອໃນໃໝ່ຂອງກົດໝາຍ ວ່າດ້ວຍຄ່າທຳນຽມສານ ເຊິ່ງໂຄງຮ່າງໃນເບື້ອງຕົ້ນປະກອບມີ 6 ພາກ, 9 ໝວດ ແລະ 48 ມາດຕາ; ໃນນີ້, ໄດ້ກຳນົດມາດຕາຂອງພາກທີ 1 ( ບົດບັນຍັດທົ່ວໄປ ) ມີທັງໝົດ 6 ມາດຕາ, ກຳນົດເນື້ອໃນຂອງມາດຕາ 1: ຈຸດປະສົງ, ມາດຕາ 2: ຄ່າທຳນຽມສານ, ມາດຕາ 3: ອະທິບາຍສັບ, ມາດຕາ 4: ນະໂຍບາຍລັດຕໍ່ຄ່າທຳນຽມສານ, ມາດຕາ 5: ຂອບເຂດການ ນໍາໃຊ້, ມາດຕາ 6: ການຮ່ວມມືສາກົນ.