ຄະນະວິຊາຄູ ວິທະຍາຄານຕຳຫຼວດປະຊາຊົນ ກະຊວງ ປກສ ໄດ້ຈັດກອງປະຊຸມສະຫຼຸບວຽກງານການສິດສອນ ປະຈຳປີ 2017 ແລະ ວາງທິດທາງແຜນການປີ 2018 ໃນວັນທີ 2 ພຶດສະພານີ້, ເປັນປະທານໂດຍ ພັອ ປອ ວົງເຊໂດນ ພັນທະແກ້ວ ຮອງອຳນວຍການວິທະຍາຄານຕຳຫຼວດປະຊາຊົນ, ມີຄະນະພັກ, ຄະນະບັນຊາ, ຫົວໜ້າຄະນະວິຊາ, ຄູ-ອາຈານ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

ພັທ ປອ ບຸນເພັງ ເຂັມມະນາ ຫົວໜ້າຄະນະວິຊາເສດຖະກິດ ຂຶ້ນຜ່ານບົດສະຫຼຸບ ໃຫ້ຮູ້ວ່າ: 1 ປີຜ່ານມາ, ຄະນະພັກ, ຄະນະວິຊາ ໄດ້ເອົາໃຈໃສ່ຊີ້ນຳ-ນຳພາພະນັກງານຄູ-ອາຈານເຮັດວຽກງານວິຊາສະເພາະຂອງຕົນດ້ວຍຄວາມຈູບຈ້າວຫ້າວຫັນ ແລະ ເປັນຂະບວນຟົດຟື້ນໃນການສິດສອນ ໂດຍໄດ້ຄົ້ນຄວ້າວິທະຍາສາດ, ແຕ່ງ-ແປ, ຮຽບຮຽງ, ປັບປຸງຕຳລາສອນ ແລະ ແຕ່ງບົດສອນຢ່າງຕໍ່ເນື່ອງ ເພື່ອຮັບປະກັນການສິດສອນໃຫ້ມີຄຸນນະພາບ ແລະ ໄດ້ຮັບໝາກຜົນ ເຊິ່ງສະເເດງອອກຄື: ຂຶ້ນຫ້ອງສິດສອນຕາມໂຄງການຫຼັກສູດປະລິນຍາໂທ, ປະລິນຍາຕີ, ອະນຸປະລິນຍາ ແລະ ປະລິນຍາຕີ, ພາສາສາດໄດ້ 4.722 ຊົ່ວໂມງ, ບຳລຸງເສັງໃຫ້ນັກສຶກສາ 142 ຄົນ, ໄດ້ຄົ້ນຄວ້າອອກຄຳຖາມສອບເສັງເຂົ້າລະບົບປະລິນຍາໂທ ຮຸ່ນທີ 10 ມີ 105 ຫົວຂໍ້, ປະລິນຍາຕີຮຸ່ນທີ 21 ມີ 105 ຫົວຂໍ້ ແລະ ປະລິນຍາຕີຮຸ່ນທີ 12/2 ມີ 164 ຫົວຂໍ້ ແລະ ຄົ້ນຄວ້າອອກຄຳຖາມສອບເສັງຈົບຊັ້ນໃຫ້ນັກສຶກສາ ຮຸ່ນທີ 10/2, 18/4 ແລະ ລະບົບພາສາສາດມີ 190 ຫົວຂໍ້, ແປເອກະສານວິທະຍາສາດຕຳຫຼວດຈາກພາສາຫວຽດນາມ ມາເປັນພາສາລາວ ໄດ້ 4 ຫົວມີ 5. 387 ໜ້າພິມ, ແປຫຼັກສູດປະລິນຍາເອກໄດ້ 2 ຫົວ ມີ 265 ໜ້າພິມ ແລະ ດ້ານອື່ນໆ ຢ່າງມີປະສິດທິພາບ.

ໂອກາດດຽວກັນ, ພັອ ປອ ວົງເຊໂດນ ພັນທະແກ້ວ ຍັງໄດ້ຮຽກຮ້ອງໃຫ້ຄະນະພັກ, ຄະນະວິຊາຄູແຕ່ຂະແໜງ ຈົ່ງພ້ອມກັນສືບຕໍ່ເອົາໃຈໃສ່ປັບປຸງ, ຍົກສູງຄວາມຮູ້-ຄວາມສາມາດໃຫ້ຄູ-ອາຈານຢ່າງເນື່ອງນິດລຽນຕິດ ໂດຍການຝຶກອົບຮົມກໍ່ສ້າງຢູ່ທັງພາຍໃນ ແລະ ຕ່າງປະເທດ ເພື່ອສາມາດຮອງຮັບໃຫ້ແກ່ວຽກງານການເມືອງຢ່າງມີປະສິດທິພາບ; ສືບຕໍ່ຈັດຕັ້ງການສິດສອນແບບໃໝ່ທີ່ມີວິທະຍາສາດດ້ວຍການຫັນທິດສະດີໃຫ້ຕິດພັນກັບພຶດຕິກຳຕົວຈິງ ພ້ອມທັງກວດກາຕີລາຄາປະເມີນຜົນການສິດສອນຂອງຄູ-ອາຈານຢ່າງເປັນລະບົບ ແລະ ແທດເໝາະກັບຄວາມຮູ້ຕົວຈິງ; ສືບຕໍ່ຄົ້ນຄວ້າວິທະຍາສາດ, ປັບປຸງບົດສອນ, ສ້າງຕຳລາສອນ ແລະ ເອກະສານຄົ້ນຄວ້າຕ່າງໆຮັບໃຊ້ໃນການສອນ-ການຮຽນໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ ແລະ ສືບຕໍ່ເອົາໃຈໃສ່ກໍ່ສ້າງຖັນແຖວຄູ-ອາຈານໃຫ້ມີວຸດທິການສຶກສາຂັ້ນປະລິນຍາໂທ, ປະລິນຍາເອກ, ໃຫ້ມີຄວາມຊຳນິຊຳນານໃນການຖ່າຍທອດຄວາມຮູ້ໃຫ້ແກ່ນັກສຶກສາ ສາມາດຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານການເມືອງໃນສະເພາະໜ້າ ແລະ ຍາວນານ.