ໂຮງຮຽນອິດສະເຕິນສະຕາ ນະຄອນຫຼວງວຽງຈັນ, ພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ໄດ້ຈັດງານວິທະຍາສາດ ຄັ້ງທີ 4 ໃນວັນທີ 5 ພຶດສະພາ 2018 ທີ່ສູນການຄ້າວຽງຈັນເຊັນເຕີ, ໂດຍການເປັນປະທານຂອງ ທ່ານ ປະເສີດ ໄຊຍະມົງຄົນ ອໍານວຍການໂຮງຮຽນອິດສະເຕິນສະຕາ ( ຝ່າຍລາວ ) ແລະ ເຂົ້າຮ່ວມຂອງທ່ານ ຮສ ປອ ຄໍາຜາຍ ສີສະຫວັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ພ້ອມດ້ວຍແຂກຮັບເຊີນ, ພໍ່ແມ່ຜູ້ປົກຄອງ ແລະ ນັກຮຽນທົ່ວນະຄອນຫຼວງວຽງຈັນ.

ທ່ານ ປະເສີດ ໄຊຍະມົງຄົນ ກ່າວວ່າ: ງານຄັ້ງນີ້ແມ່ນໄດ້ເປີດກວ້າງໃຫ້ມວນຊົນທົ່ວນະຄອນຫຼວງວຽງຈັນ ແລະ ໂຮງຮຽນຕ່າງໆທົ່ວນະຄອນຫຼວງວຽງຈັນ ເຂົ້າມາຊົມງານວິທະຍາສາດ ຄັ້ງທີ 4 ຢູ່ສູນການຄ້າຢູ່ວຽງຈັນເຊັນເຕີ; ເຊິ່ງງານດັ່ງກ່າວເກີດຂຶ້ນໄດ້ກໍຍ້ອນທາງຄະນະອໍານວຍການສູນການຄ້າຢູ່ວຽງຈັນເຊັນເຕີໄດ້ໃຫ້ການສະໜັບສະໜູນໃນການຈັດງານ ເຊິ່ງງານໃນມື້ນີ້ແມ່ນເປີດແຕ່ 11 ໂມງ-5 ໂມງແລງ, ການວາງສະແດງໃນແຕ່ລະຫ້ອງແມ່ນຜົນງານຂອງນັກຮຽນທີ່ໄດ້ຮຽນຢູ່ພາຍໃນໂຮງຮຽນອິດສະເຕິນສະຕາແລ້ວ ມາສະແດງຕົວຈິງກ່ຽວກັບວິທະຍາສາດ, ຄອມພິວເຕີ, ການຄົ້ນຄິດປະດິດຕ່າງໆ ພ້ອມທັງມີການທົດລອງຢູ່ພາຍໃນ, ໂລກອ້ອມຕົວ, ຢູ່ໃນງານຍັງມີການເດີນແບບຂອງນ້ອງນັກຮຽນດ້ວຍຊຸດທີ່ປະດິດຈາກສິ່ງທີ່ໃຊ້ງານແລ້ວ ສາມາດດຶງດູດ ແລະ ສ້າງຄວາມປະທັບໃຈໃຫ້ແກ່ຜູ້ຊົມ ແລະ ຜູ້ເຂົ້າຮ່ວມງານໝົດທຸກຄົນ; ເຊິ່ງງານດັ່ງກ່າວຍັງເປັນການເປີດກວ້າງ ແລະ ກະກຽມໃນການໄປຮ່ວມແຂ່ງວິທະຍາສາດຢູ່ຕ່າງປະເທດທັງເຮັດໃຫ້ນັກຮຽນມີຄວາມກະຕືລືລົ້ນໃນການສະແດງຜົນງານຂອງຕົນເອງໃຫ້ມວນຊົນເຫັນ. ນອກນີ້, ຍັງເປັນການເປີດກວ້າງໃຫ້ບັນດາ ໂຮງຮຽນອື່ນມາແລກປ່ຽນບົດຮຽນກ່ຽວກັບວິທະຍາສາດ ແລະ ການປະດິດຕ່າງໆ.

ໃນໄລຍະຜ່ານມາ, ທາງໂຮງຮຽນອິດສະເຕິນສະຕາ ໄດ້ນໍາພານັກຮຽນໄປແຂ່ງວິທະຍາສາດຢູ່ປະເທດໄທ, ປະເທດອິນເດຍ ແລະ ປະເທດລູມາເນຍ ເຮັດໃຫ້ໄດ້ລາງວັນຫຼຽນຄໍາ, ຫຼຽນເງິນ ແລະ ຫຼຽນທອງແດງຈໍານວນໜຶ່ງທີ່ເປັນໃບໜ້າໃຫ້ກັບໂຮງຮຽນອິດສະເຕິນສະຕາ ເວົ້າສະເພາະ ເວົ້າລວມກໍແມ່ນນັກຮຽນຂອງ ສປປ ລາວ ທີ່ມີຄວາມສາມາດຄວາມຮູ້ໄດ້ເຂົ້າຮ່ວມແຂ່ງໃນເວທີສາກົນ.