ວັນທີ 4 ພຶດສະພານີ້, ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດກອງປະຊຸມປຶກສາຫາລືກະກຽມເປັນເຈົ້າພາບຈັດກອງປະຊຸມສອງຝ່າຍ ກະຊວງ ປກສ ສປປ ລາວ ແລະ ກະຊວງສັນຕິບານ ສປ ຈີນ ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 12-16 ພຶດສະພາ 2018 ເພື່ອຮັບປະກັນໃຫ້ການດຳເນີນກອງປະຊຸມມີຄວາມເປັນລະບຽບ ຮຽບຮ້ອຍ, ມີຄວາມສະຫງົບ-ປອດໄພ ແລະ ມີຜົນສໍາເລັດ, ເປັນປະທານໂດຍ ພົຈວ ສີສະຫວາດ ແກ້ວມາລາວົງ ຫົວໜ້າຫ້ອງວ່າການກະຊວງ ປກສ ທັງເປັນຄະນະຮັບຜິດຊອບຊີ້ນໍາລວມ.

ໃນກອງປະຊຸມດັ່ງກ່າວ, ພັອ ອານຸເດດ ຄູນຄໍາ ຮອງຫົວໜ້າຫ້ອງວ່າການກະຊວງ ປກສ ທັງເປັນຮອງຫົວໜ້າອະນຸກໍາມະການເນື້ອໃນ ໄດ້ຂຶ້ນຜ່ານຂໍ້ຕົກລົງເລກທີ 691/ປກສ ລົງວັນທີ 4 ພຶດສະພາ 2018 ຂອງລັດຖະມົນຕີກະຊວງ ປກສ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຊີ້ນໍາລວມ ແລະ ບັນດາອະນຸກໍາມະການດ້ານຕ່າງໆ ເພື່ອກະກຽມຕ້ອນຮັບຄະນະຜູ້ແທນຂອງກະຊວງສັນຕິບານ ສປ ຈີນ ທີ່ເດີນທາງມານະຄອນຫຼວງວຽງຈັນ ສປປ ລາວ ຢ່າງເປັນທາງການ ລະຫວ່າງວັນທີ 12-16 ພຶດສະພາ 2018 ແລະ ຂໍ້ຕົກລົງສະບັບເລກທີ 692/ປກສ ລົງວັນທີ 4 ພຶດສະພາ 2018 ຂອງລັດຖະມົນຕີກະຊວງ ປກສ ວ່າດ້ວຍການແຕ່ງຕັ້ງຄະນະຜູ້ແທນທາງການກະຊວງ ປກສ ເຂົ້າຮ່ວມກອງປະຊຸມຮ່ວມມືສອງຝ່າຍລະຫວ່າງ ກະຊວງ ປກສ ແຫ່ງ ສປປ ລາວ ກັບ ກະຊວງສັນຕິບານ ແຫ່ງ ສປ ຈີນ ເພື່ອໃຫ້ບັນດາອະນຸກໍາມະການຮັບຜິດຊອບໃນແຕ່ລະດ້ານນໍາເອົາຂໍ້ຕົກລົງດັ່ງກ່າວໄປຈັດຕັ້ງຜັນຂະຫຍາຍເປັນແຜນງານອັນລະອຽດ.

ໃນຕອນທ້າຍ, ພົຈວ ສີສະຫວາດ ແກ້ວມາລາວົງ ໄດ້ມີທິດຊີ້ນໍາໃຫ້ບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ ແລະ ບັນດາອະນຸກໍາມະການຕ່າງໆ ຈົ່ງນໍາເອົາເນື້ອໃນຂໍ້ຕົກລົງດັ່ງກ່າວໄດ້ຈັດຕັ້ງຜັນຂະຫຍາຍ ເປັນຕົ້ນແມ່ນບັນຈຸກໍາລັງເຂົ້າໃນແຕ່ລະໜ້າວຽກງານ ພ້ອມທັງມອບວຽກງານໃຫ້ແຕ່ລະບຸກຄົນຮັບຜິດຊອບ ເພື່ອໃຫ້ທຸກສະຫາຍກະກຽມ ແລະ ຝຶກຝົນຕົນເອງ, ກະກຽມອຸປະກອນຮັບໃຊ້ໃຫ້ຄົບຖ້ວນສົມບູນ ເພື່ອກຽມພ້ອມຕະຫຼອດເວລາ ໂດຍສະເພາະແມ່ນອະນຸກໍາມະການປ້ອງກັນຕ້ອງສຸມໃສ່ຊີ້ນໍາ-ນໍາພາກໍາລັງປ້ອງກັນຢ່າງມີຈຸດສຸມ ໂດຍນໍາພາກໍາລັງຂອງຕົນລົງສໍາຫຼວດຈຸດປ້ອງກັນອອກເຄື່ອນໄຫວລາດຕະເວນຕະຫຼອດ 24 ຊົ່ວໂມງ ພ້ອມທັງສຸມໃສ່ວຽກງານປະຈໍາການຢ່າງເປັນປົກກະຕິ ເພື່ອຮັກສາຄວາມເປັນລະບຽບຮຽບຮ້ອຍ-ປອດໄພ 100%.