ພະແນກແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫຼວງວຽງຈັນ ຮ່ວມກັບ ບໍລິສັດລາວເວີນມະຫາຊົນ ຈໍາກັດ ຈັດງານຕະຫຼາດນັດແຮງງານຂຶ້ນໃນວັນທີ 4-8 ພຶດສະພາ 2018 ເພື່ອເປັນການເປີດກວ້າງດ້ານຂໍ້ມູນຂ່າວສານຕະຫຼາດແຮງງານ ເຮັດໃຫ້ກໍາລັງແຮງງານໄດ້ເຂົ້າເຖິງການມີວຽກເຮັດງານທໍາທີ່ມີຄຸນຄ່າ ແລະ ເປັນທໍາ, ສ້າງໂອກາດໃຫ້ກໍາລັງແຮງງານທີ່ຕ້ອງການເຮັດວຽກ ແລະ ຫົວໜ່ວຍຕ່າງໆໄດ້ພົບປະປຶກສາຫາລືກ່ຽວກັບການຮັບສະໝັກງານ ແລະ ການພັດທະນາສີມືແຮງງານທີ່ສອດຄ່ອງກັບຄວາມຕ້ອງການຂອງຕະຫຼາດແຮງງານ.

ພິທີດັ່ງກ່າວຈັດຂຶ້ນຢູ່ທີ່ສູນການຄ້າລາວ-ໄອເຕັກ ໂດຍການເຂົ້າຮ່ວມເປີດໂດຍທ່ານ ປອ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ; ໃນພິທີ, ທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ກ່າວວ່າ: ງານຕະຫຼາດນັດແຮງງານ ປີ 2018 ໄດ້ມີການຕັ້ງບຸດຂອງຫົວໜ່ວຍທຸລະກິດ, ຫົວໜ່ວຍການຜະລິດ, ການບໍລິການ ແລະ ບໍລິສັດຈັດຫາງານ ເພື່ອໃຫ້ຄໍາແນະນໍາຂັ້ນຕອນການສະໝັກງານ, ການຈັດຈ້າງງານ, ມີບັນດາສູນຝຶກວິຊາຊີບວິທະຍາໄລ ມາສາທິດການຝຶກວິຊາຊີບ, ການແຂ່ງຂັນສີມືແຮງງານ ແລະ ແນະນໍາວິຊາສາຂາອາຊີບຮຽນ, ມີບັນດາການຈັດຕັ້ງຈາກພາກລັດ ທີ່ກ່ຽວຂ້ອງກັບວຽກແຮງງານມາແນະນໍາໃຫ້ຄວາມຮູ້ກ່ຽວກັບກົດໝາຍແຮງງານ, ລະບຽບການອອກແຮງງານ, ດ້ານສະຫວັດດີການສັງຄົມ ເພື່ອໃຫ້ຊາວຜູ້ອອກແຮງງານໄດ້ຮັບຜົນປະໂຫຍດສູງສຸດໃນການອອກແຮງງານ; ພາຍໃນງານມີການວາງສະແດງສິນຄ້າຫັດຖະກໍາ, ຜະລິດຕະພັນກະສິກໍາ ແລະ ຜະລິດຕະພັນພູມປັນຍາຊາວບ້ານເຂົ້າຮ່ວມຫຼາຍກວ່າ 150 ຫົວໜ່ວຍ; ໃນນີ້, ງານດັ່ງກ່າວບັນດາບໍລິສັດ, ຫົວໜ່ວຍແຮງງານ ແລະ ໂຄງການລົງທຶນຕ່າງໆມີຄວາມຕ້ອງການບັນຈຸເຂົ້າຕໍາແໜ່ງງານວ່າງເຖິງ 3.200 ກວ່າຕໍາແໜ່ງທີ່ລໍຖ້າຮັບສະໝັກ; ຄາດວ່າຈະມີມວນຊົນເຂົ້າຮ່ວມງານຫຼາຍກວ່າ 5.000 ຄົນ.

ການເປີດຕະຫຼາດນັດແຮງງານໃນຄັ້ງນີ ເປົ້າໝາຍແມ່ນເພື່ອຊຸກຍູ້ສົ່ງເສີມຈັດຫາວຽກເຮັດງານທໍາໃຫ້ແກ່ກໍາລັງແຮງງານ ແລະ ສ້າງໂອກາດໃຫ້ຜູ້ອອກແຮງງານ ໄດ້ເຂົ້າເຖິງຂໍ້ມູນຂ່າວສານຕະຫຼາດແຮງງານຢ່າງກວ້າງຂວາງ, ສາມາດດັດສົມຄວາມຕ້ອງການ ແລະ ການສະໜອງຂອງຕະຫຼາດແຮງງານເປັນການສ້າງໂອກາດໃຫ້ຜູ້ໃຊ້ແຮງງານ ແລະ ຜູ້ອອກແຮງງານ ຫຼື ຜູ້ກໍາລັງຊອກວຽກເຮັດງານທໍາ, ປ່ຽນງານໃໝ່, ບັນດາຊາວໜຸ່ມຍິງ-ຊາຍທີ່ຮຽນຈົບສະຖາບັນການສຶກສາຕ່າງໆໄດ້ມາພົບກັນເພື່ອຮັບສະໝັກງານ.