1. ຄວາມເຄັ່ງຕຶງ ຫຼື ກັງວົນໃຈ: ບັນຫານີ້ຄວນຫຼີກເວັ້ນ ເປັນອັນດັບຕົ້ນຕໍ ເພາະໃນທຸກເວລາທີ່ສະໝອງຂອງເຮົາ ຄິດເຖິງບັນຫາ, ວົນວຽນຊ້ຳໄປຊ້ຳມານັ້ນ ຮ່າງກາຍຂອງເຮົາກໍຜະລິດຮໍໂມນເຄັ່ງຕຶງອອກມາຢູ່ເລື້ອຍໆຄືກັນ. ດັ່ງນັ້ນ, ຖ້າຫາກເຮົາກັງວົນໃຈເປັນປະຈຳ ຫຼື ສະສົມເປັນເວລາດົນໆອາການ ທຳອິດທີ່ຮ່າງກາຍສະແດງອອກມາ ຄື: ຄວາມຈື່ຈຳເຮັດວຽກບໍ່ມີປະສິດທິພາບ ແລະ ສາມາດຮຸນແຮງຂຶ້ນເລື້ອຍໆເຖິງຂັ້ນ ນຳໄປສູ່ພະຍາດຄວາມຈຳ ເສື່ອມ.
  2. ຄວາມຕຸ້ຍ: ຈາກຜົນການວິໄຈທີ່ຖືກຕີພິມໃນວາລະສານ American Journal of Epidemiology ຄວາມຕຸ້ຍມີ ຜົນຕໍ່ຄວາມສາມາດໃນການຈື່ຈຳ ແລະ ນຳໄປສູ່ຄວາມສ່ຽງ ເກີດອາການສະໝອງເສື່ອມໄດ້ໃນທີ່ສຸດ ເພາະຄວາມ ຕຸ້ຍມີ ຜົນກະທົບຕໍ່ສະຕິປັນຍາຂອງຄົນໃນໄວໜຸ່ມ ຫຼື ໃນໄວຜູ້ ໃຫຍ່ ເຮັດໃຫ້ຮ່າງກາຍບໍ່ສົດຊື່ນຫ້າວຫັນ, ເກີດ ຄວາມເຄັ່ງຕຶງ, ເຊື່ອງຊ້າ, ສະໝອງຈຶ່ງເຮັດວຽກບໍ່ເຕັມປະສິດທິພາບ. ດັ່ງນັ້ນ, ຄວນຮັກສານ້ຳໜັກຕົວໃຫ້ຄົງ ທີ່ຢູ່ສະເໝີ, ບໍ່ຕຸ້ຍຫຼາຍເກີນໄປ ແລະ ບໍ່ຈ່ອຍຈົນເກີນໄປ ຈຶ່ງຈະດີຕໍ່ຮ່າງກາຍທີ່ສຸດ.
  3. ຕິດກິນຫວານ: ການກິນນໍ້າຕານໃນປະລິມານຫຼາຍທຸກມື້ ເຮັດໃຫ້ຮອບແອວໜາຂຶ້ນ, ສ່ຽງເປັນພະຍາດກຸ່ມ ເສື່ອມ ທັງຍັງສົ່ງຜົນກະທົບຕໍ່ແຊນສະໝອງນຳອີກ, ເຊິ່ງສາມາດເຫັນ ໄດ້ຈາກຄົນປ່ວຍທີ່ມີລະດັບນ້ຳຕານ ໃນເລືອດສູງ ເຊັ່ນ: ຄົນປ່ວຍພະຍາດເບົາຫວານທີ່ມີອາການສະໝອງເສື່ອມໄດ້ໃນເວລາຕໍ່ມາ. ຖ້າຫາກມີການ ຕິດເຊື້ອໃນກະແສເລືອດສົ່ງຜົນ ໃຫ້ແຊນສະໝອງຖືກທຳລາຍ.
  4. ເຮັດວຽກຫຼາຍໆຢ່າງໃນເວລາດຽວກັນ: ການເຮັດຫຍັງຫຼາຍໆຢ່າງໄປພ້ອມໆກັນ ຖືເປັນການຝຶກສະໝອງກໍ ແມ່ນ, ແຕ່ກໍບໍ່ແມ່ນວ່າຈະດີຕໍ່ສະໝອງຂອງເຮົາຫຼາຍປານໃດ ເພາະ ເມື່ອສະໝອງຕ້ອງຈື່ຈຳຫຍັງຫຼາຍໆເລື່ອງ ໃນເວລາດຽວກັນກໍປຽບເໝືອນດັ່ງເປັນການເລັ່ງໃຫ້ສະໝອງຜະລິດຄວາມຄິດຫຼາຍເທື່ອ, ຈະເຮັດໃຫ້ສະໝອງ ຂອງເຮົາສັບສົນໄດ້ຄືກັນ. ຖ້າຫາກຄິດພາບບໍ່ອອກລອງຄິດເຖິງຕອນທີ່ເຮົາພະຍາຍາມເປີດໂປຣແກຣມຄອມ ພິວເຕີໃຊ້ງານຫຼາຍໂປຣແກຣມພ້ອມກັນບາດດຽວທີ່ສຸດຄອມພິວເຕີກໍຄ້າງໄດ້ຄືກັນ.
  5. ສູບດົມຄວັນຢາສູບເລື້ອຍໆ: ເຖິງວ່າຄົນທີ່ບໍ່ໄດ້ສູບຢາ, ແຕ່ຖ້າໄປຢືນຢູ່ໃກ້ໆຄົນສູບຢາ ກໍມີໂອກາດທີ່ສະໝອງ ຂອງເຮົາຈະຖືກທຳລາຍຄືກັນ ເພາະຄວັນຢາສູບທີ່ລອຍຜ່ານເຂົ້າດັງຂອງເຮົານັ້ນ ຈະເຂົ້າໄປແທນບ່ອນອົກຊີ ແຊນທີ່ໄຫຼວຽນຢູ່ໃນຮ່າງກາຍຂັດຂວາງການໄຫຼວຽນຂອງເລືອດທີ່ໄປລ້ຽງສະໝອງ, ແຊນສະໝອງກໍສູນເສຍໄປ ເທື່ອລະໜ້ອຍ.
  6. ການເດີນທາງດ້ວຍເຮືອບິນໂດຍສານເປັນປະຈຳ: ຜູ້ທີ່ມັກທ່ອງທ່ຽວຄົງບໍ່ຄາດຄິດແນ່ນອນວ່າ ການເດີນທາງ ດ້ວຍເຮືອບິນໂດຍສານເປັນປະຈຳ ມີຜົນກະທົບຕໍ່ປະສິດທິພາບການເຮັດວຽກຂອງສະໝອງ ຈາກຜົນການວິ ໄຈຂອງມະຫາວິທະຍາໄລກາລິຟໍເນຍ ໃນສະຫະລັດ ອາເມລິກາ ເປີດເຜີຍ ວ່າ: ຄວາມດັນອາກາດຢູ່ບ່ອນສູງຈະເຮັດໃຫ້ໂມງຊີວິດຂອງເຮົາຜັນປ່ຽນ ແລະ ຈະເຮັດໃຫ້ເຮົາມີກິດຈະວັດປະຈຳວັນ ປ່ຽນໄປນຳ ເຊັ່ນ: ການນອນຜິດເວລາ, ການກິນອາຫານ, ຂະບວນການຫຼັ່ງຮໍໂມນໃນຮ່າງກາຍເປັນຕົ້ນ; ເຊິ່ງປັດໄຈເຫຼົ່ານີ້, ລ້ວນແຕ່ກະທົບເຖິງຂະບວນການຮຽນຮູ້ ແລະ ຈື່ຈຳຂອງສະໝອງໃຫ້ຖົດຖອຍລົງ.