ໝາກຕານ ຫຼາຍຄົນອາດຈະຮູ້ຈັກດີ ເພາະນອກຈາກຈະກິນແຊບແລ້ວ ເວລາໜ່ວຍມັນແກ່ໆຈົນອອກເປັນຈາວແລ້ວກໍຍັງມີຄຸນປະໂຫຍດຢ່າງຫຼວງຫຼາຍ ໂດຍສະເພາະໃຊ້ໃນການໃຊ້ປິ່ນປົວໜິ້ວຖົງບີ, ພາວະນ້ຳບີຂຸ້ນ, ອາ ຫານບໍ່ຍ່ອຍ, ທ້ອງອືດຊຳເຮື້ອ, ກົດໄຫຼຢ້ອນ ຈາກລະບົບຍ່ອຍອາຫານຜິດປົກກະຕິ. ສໍາລັບທ່ານໃດທີ່ປິ່ນປົວອາການກົດໄຫຼຢ້ອນມາດົນແລ້ວ ແລະ ບໍ່ເຫັນຜົນ ໃຫ້ທົດລອງໃຊ້ວິທີດັ່ງຕໍ່ໄປນີ້. ຈາວຕານ ມີລັກສະນະຄ້າຍຄືກັບຈາວໝາກພ້າວ, ເຊິ່ງມັນເກີດຈາກໝາກຕານແກ່ ທີ່ເລີ່ມຈະອອກເປັນຕົ້ນແລ້ວ ມີຣົດຊາດມັນໆ ແລະ ຫວານ.
ວິທີຮັບປະທານ: ໃຫ້ກິນຈາວຕານສົດໆ ຄັ້ງລະ 1 ໜ່ວຍ ຄື: ຕອນທ່ຽງ, ບ່າຍສາມໂມງ ແລະ ຕອນ 9 ໂມງແລງ, ເຊິ່ງໃນໄລຍະເວລານີ້ເປັນເວລາຂອງນ້ຳບີມີການເຮັດວຽກຫຼາຍຂຶ້ນ. ສຳລັບຜູ້ປ່ວຍໃຫ້ກິນຈາວຕານຕິດຕໍ່ກັນ 3-7 ມື້ ແລ້ວແຕ່ອາການຄົນເຈັບ; ໄລຍະທີ່ກິນຈາວຕານນີ້ ແມ່ນຫ້າມກິນອາຫານທີ່ຍ່ອຍຍາກ, ອາຫານທີ່ມີໄຂມັນສູງ ເຊັ່ນ: ນົມ, ເນີຍ ແລະ ອາຫານທີ່ມີຣົດຊາດເຂັ້ມຂຸ້ນ, ປະເພດເຄັມ, ຫວານ ແລະ ເຜັດ. ຖ້າປະຕິບັດໄດ້ຈາວຕານຈະຄ່ອຍໆລະລາຍໜິ້ວ ໃນຖົງບີເທື່ອລະໜ້ອຍ ໂດຍສັງເກດອາການວ່າ ເຫັນຜົນ ຫຼື ບໍ່ໄດ້ ຈາກພາວະທ້ອງອືດ, ອາຫານບໍ່ຍ່ອຍທີ່ຈະຄ່ອຍໆຫຼຸດລົງເຫັນໄດ້ຈະແຈ້ງພາຍໃນ 5-7 ມື້.
ແນວໃດກໍຕາມ, ການກິນຈາວຕານ ເພື່ອປິ່ນປົວພະຍາດໜິ້ວໃນຖົງບີ ຍັງບໍ່ທັນໄດ້ຮັບການຢືນຢັນຢ່າງເປັນທາງການເທື່ອ.