ສູນກາງສະຫະພັນແມ່ຍິງລາວ (ສຍລ) ໄດ້ລະດົມນໍ້າໃຈຈາກເອື້ອຍນ້ອງແມ່ຍິງພາຍໃນ ແລະ ພາກສ່ວນຕ່າງໆ ເປັນເຄື່ອງໃຊ້ຊິວິດປະຈໍາວັນ ແລະ ເງິນໄດ້ເກືອບ 800 ລ້ານກີບ ເພື່ອໄປຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບອຸທົກກະໄພນໍ້າຖ້ວມ ຢູ່ເມືອງສະໜາມໄຊ ແຂວງອັດຕະປື.

ທ່ານ ປອ ນາງ ອິນດາວັນ ແກ້ວບຸນພັນ ປະທານຄະນະບໍລິຫານງານສູນກາງແມ່ຍິງລາວ ໄດ້ຖະແຫຼງຕໍ່ສືມວນຊົນໃນວັນທີ 7 ສິງຫາ 2018 ວ່າ: ນັບແຕ່ເກີດເຫດການອຸບັດຕິເຫດຈາກຄູກັ້ນນໍ້າເຂື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍ ແຕກ ເມືອງສະໜາມໄຊ ແຂວງອັດຕະປື ໃນວັນທີ 23 ກໍລະກົດຜ່ານມາທີ່ ເຊິ່ງມີປະຊາຊົນ 13 ບ້ານ ໄດ້ຮັບຄວາມເສຍຫາຍ ແລະ 6 ບ້ານ ໄດ້ຮັບຜົນກະທົບຢ່າງໜັກ ແລະ ມີປະຊາຊົນຈໍານວນຫຼາຍຂາດເຂີນເຄື່ອງນຸ່ງຮົມ ແລະ ສິ່ງຂອງທີ່ຈໍາເປັນ. ສະນັ້ນ, ສູນກາງສະຫະພັນແມ່ຍິງລາວ ໄດ້ລະດົມທຶນຈາກເອື້ອຍນ້ອງແມ່ຍິງພາຍໃນ ແລະ ພາກສ່ວນທີ່ໃຫ້ການຊ່ວຍເຫຼືອ ລວມເງິນທັງໝົດ 60.000.000 ກີບ ແລະ ນຳເອົາເງິນຈຳນວນດັ່ງກ່າວໄປມອບໃຫ້ກັບແຂວງອັດຕະປື ຈຳນວນ 20.000.000 ກີບ ແລະ ມອບໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ 25.000.000 ກີບ ສ່ວນທີ່ເຫຼືອແມ່ນນຳໄປຊື້ເຄື່ອງໃຊ້ທີ່ຈຳເປັນທີ່ສຸດຂອງເດັກ ແລະ ແມ່ຍິງ.

ຈາກນັ້ນ, ຈຶ່ງໄດ້ແຕ່ງຕັ້ງໜ່ວຍງານຮັບຜິດຊອບໂດຍກົງ ເປີດຈຸດຮັບບໍລິຈາກເງິນ ແລະ ເຄື່ອງຂອງຕ່າງໆນຳຜູ້ໃຈບຸນ ຜ່ານການຈັດຕັ້ງປະຕິບັດມາຮອດປັດຈຸບັນ ມີພາກສ່ວນຕ່າງໆມາບໍລິຈາກທັງໝົດ 23 ພາກສ່ວນ ມີເຄື່ອງນຸ່ງຫົ່ມເກົ່າ ແລະ ໃໝ່, ເກີບ, ອາຫານແຫ້ງທີ່ເກັບໄວກິນໄດ້ຍາວນານ, ນໍ້າດື່ມ ແລະ ເຄື່ອງຂອງໃຊ້ຈຳເປັນໃນຄອບຄົວ ແລະ ເງິນ ລວມທັງໝົດ 796.484.000 ກີບ ແລະ ທາງສູນກາງສະຫະພັນແມ່ຍິງ ກໍາລັງຈັດກຽມຂັດເລືອກເຄື່ອງທີ່ບໍ່ໄດ້ຄຸນນະພາບ ແລະ ໝົດອາຍຸການນຳໃຊ້ອອກຖິ້ມກ່ອນຈັດສົ່ງໄປແຂວງອັັດຕະປືໃນໄວໆນີ້.

ຂ່າວຍັງໃຫ້ຮູ້ອີກວ່າ: ໃນວັນດຽວກັນນີ້ ແມ່ຍິງກະຊວງພະລັງງານ ແລະ ບໍແຮ່ ກໍໄດ້ນຳເງິນມາຊ່ວຍເຫຼືອໄພນໍ້າຖ້ວມຄັ້ງນີ້ ຈຳນວນ 5.000.000 ກີບ ກ່າວມອບໂດຍທ່ານ ນາງ ວຽງຄຳ ວົງເດືອນ ປະທານບໍລິຫານງານສະຫະພັນແມ່ຍິງ ກະຊວງພະລັງງານ ແລະ ບໍແຮ່, ກ່າວຮັບໂດຍ ປະທານສູນກາງສະຫະພັນແມ່ຍິງລາວ.