ຄະນະກໍາມະການປ້ອງກັນຄວາມປອດໄພການບິນພົນລະເຮືອນແຫ່ງຊາດ ຈັດກອງປະຊຸມ ຄັ້ງທີ 2 ຂຶ້ນໃນວັນທີ 9 ຕຸລາ 2018, ໂດຍການເປັນປະທານຂອງ ພົທ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ, ປະທານຄະນະກໍາມະການ, ມີ ພົຕ ກົງທອງ ພົງວິຈິດ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ຮອງຄະນະກຳມະການ ພ້ອມດ້ວຍຄະນະ, ຄະນະກໍາມະການ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ປອ ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີ ກະຊວງ ຍທຂ, ຮອງປະທານຄະນະກໍາມະການ ກ່າວວ່າ:
ສປປ ລາວ ຈະໄດ້ຖືກກວດສອບດ້ານປ້ອງກັນຄວາມປອດໄພການບິນ ຈາກອົງການການບິນພົນລະເຮືອນສາກົນ, ເຊິ່ງການກວດສອບຄັ້ງນີ້ຈະໄດ້ກວດກາບັນດານິຕິກໍາ, ລະບົບປ້ອງກັນຄວາມປອດໄພສະໝາມບິນ, ການຈະລາຈອນທາງອາກາດ, ສາຍການບິນ ແລະ ລະບົບຕອບໂຕ້ກໍລະນີທີ່ມີເຫດການສຸກເສີນໂດຍຜູ້ກໍ່ການຮ້າຍ, ເຊິ່ງກົມການບິນພົນລະເຮືອນໄດ້ກະກຽມຄໍາຖາມເຈາະຈິ້ມ ພ້ອມທັງສ້າງ ແລະ ປັບປຸງບັນດາລະບຽບການ ແຜນການທີ່ກ່ຽວຂ້ອງໃຫ້ສໍາເລັດກ່ອນການກວດສອບ.
ວຽກງານການບິນພົນລະເຮືອນ ຍັງມີໄພຂົ່ມຂູ່ສູງທີ່ມີຜູ້ກໍ່ການຮ້າຍຍາມໃດກໍຢາກມ້າງເພ, ທໍາລາຍຄວາມປອດໄພຂອງຜູ້ໂດຍສານ, ສະໜາມບິນ ແລະ ເຮືອບິນ; ໂດຍອີງໃສ່ສະພາບດັ່ງກ່າວ ກະຊວງ ຍທຂ ໄດ້ເອົາໃຈໃສ່ປັບປຸງໂຄງລ່າງພື້ນຖານຂອງສະໜາມບິນ ໂດຍສະເພາະໂຄງການຂະຫຍາຍອາຄານຜູ້ໂດຍສານ ສະໝາມບິນສາກົນວັດໄຕ ປະກອບດ້ວຍອຸປະກອນປ້ອງກັນຄວາມປອດໄພທີ່ທັນສະໄໝ ເຊັ່ນ: ເຄື່ອງກວດສ່ອງລັງສີ, ທີ່ມີຄວາມສາມາດກວດຫາທາດລະເບີດໄດ້, ເຄື່ອງກວດກາຜູ້ໂດຍສານທີ່ທັນສະໄໝ ທີ່ສາມາດກວດຈັບວັດຖຸທີ່ຕ້ອງຫ້າມໄດ້ ແລະ ລະບົບການຄວບຄຸມເຂົ້າ-ອອກອັດຕະໂນມັດ ໄດ້ສ້າງຄວາມໝັ້ນໃຈ ແລະ ຄວາມເຊື່ອຖື ໃນລະບົບຄວາມປອດໄພ.
ທ່ານ ວັນເພັງ ຈັນທະພອນ ຫົວໜ້າກົມການບິນພົນລະເຮືອນ ກະຊວງ ຍທຂ ກ່າວວ່າ:
ປັດຈຸບັນ ສປປ ລາວ ມີສາຍການບິນພາຍໃນ 2 ສາຍ ແລະ ສາຍຕ່າງປະເທດ 15 ສາຍ, ເຊິ່ງໄດ້ສົນທິສັນຍາກັບສາກົນ ແລະ ສົນທິສັນຍາທີ່ກ່ຽວພັນກັບ ການປອດໄພຄວາມປອດໄພການບິນພົນລະເຮືອນ ທີ່ ສປປ ລາວ ໃຫ້ສັດຕະຍາບັນ ແມ່ນການກໍານົດມາດຕະຖານ, ມາດຕະການ, ການປ້ອງກັນຄວາມປອດໄພສະໜາມບິນ, ເຮືອບິນ, ການຈະລາຈອນທາງອາກາດ ແລະ ໂຄງລ່າງພື້ນຖານຂອງການບິນພົນລະເຮືອນ, ເພື່ອຄວາມປອດໄພຂອງຜູ້ໂດຍສານ, ຈຸບິນ, ເຮືອນບິນ, ພະນັກງານພາກພື້ນດິນ ແລະ ບຸກຄົນທີ່ນໍາໃຊ້ສະໝາມບິນ, ມາດຕະການຕໍ່ຜູ້ກະທໍາຜິດເທິງເຮືອບິນທີ່ເປັນຜົນກະທົບຄວາມປອດໄພ ແລະ ສິດທິຂອງນັກບິນຕໍ່ຄວາມປອດໄພຂອງເຮືອນບິນ ເມື່ອມີການກະທໍາຜິດທາງກົດໝາຍເທິງເຮືອບິນ ແລະ ສົນທິສັນຍາອື່ນໆກ່ຽວກັບຄວາມປອດໄພ.
ທ່ານ ວັນເພັງ ຈັນທະພອນ
- ກອງປະຊຸມໃຫຍ່ ຄັ້ງທີ VIII ຄະນະໜ່ວຍພັກຮາກຖານ ກົມປ້ອງກັນພາຍໃນ
- ປກສ ລາວ-ຫວຽດນາມ ພົບປະທົບທວນການຈັດຕັ້ງປະຕິບັດບັນດາໂຄງການຊ່ວຍເຫຼືອ
- ກະຊວງ ປກສ ປະກາດນາຍຕຳຫຼວດຮັບອຸດໜູນບຳນານ ແລະ ຍົກຍ້າຍ-ແຕ່ງຕັ້ງນາຍຕຳຫຼວດຂັ້ນສູງ
- ຕ້ອງເປັນເຈົ້າການລະວັງຕໍ່ກົນອຸບາຍຂອງກຸ່ມຄົນບໍ່ຫວັງດີ ທີ່ເຄື່ອນໄຫວຕົວະຍົວະ ຜ່ານສື່ອອນລາຍ
- ສະຫຼອງວັນສ້າງຕັ້ງ ກົມໃຫຍ່ການເມືອງ ປ້ອງກັນຄວາມສະຫງົບ