ວັນທີ 23 ພະຈິກ 2018, ຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ໄດ້ຕ້ອນຮັບການ ມາຢ້ຽມຢາມພົບປະແລກປ່ຽນວຽກງານປິ່ນປົວ ຜູ້ຕິດຢາເສບຕິດ ຂອງ ຄະນະຜູ້ແທນ ຈາກສູນປິ່ນປົວ ແລະ ຟື້ນຟູສຸຂະພາບ ຜູ້ຕິດຢາເສບຕິດ ນະຄອນຄຸນໝິງ ແຂວງຢູນນານ ສປ ຈີນ, ເພື່ອແນໃສ່ພັດທະນາປັບປຸງຍົກລະດັບຄຸນນະພາບວຽກງານປິ່ນປົວ ຜູ້ຕິດຢາເສບຕິດ ຂອງສອງຝ່າຍ ໃຫ້ໄດ້ຮັບຜົນດີຂຶ້ນເລື້ອຍໆ.
ຝ່າຍລາວນໍາໂດຍ ພັອ ອ່ອນຜິວ ໂຄ້ງວຽງທອງ ຫົວໜ້າຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ແລະ ຝ່າຍຈີນນໍາໂດຍ ທ່ານ ກົວຫຼິງ ຮອງຫົວໜ້າສູນປິ່ນປົວ ແລະ ຟື້ນຟູສຸຂະພາບ ຜູ້ຕິດຢາເສບຕິດ ນະຄອນຄຸນໝິງ ແຂວງຢູນນານ ສປ ຈີນ ພ້ອມດ້ວຍຄະນະທັງສອງຝ່າຍ ເຂົ້າຮ່ວມ.
ການພົບປະຄັ້ງນີ້, ທັງສອງຝ່າຍ ໄດ້ລາຍງານສະພາບການເຄື່ອນໄຫວວຽກງານວິຊາສະເພາະໃຫ້ກັນຊາບ ເປັນຕົ້ນແມ່ນ ສະພາບການຊົມໃຊ້ສານເສບຕິດປະເພດຕ່າງໆ, ສະພາບການປິ່ນປົວ, ຟື້ນຟູສຸຂະພາບ ຜູ້ຕິດຢາເສບຕິດ ຢູ່ສູນປິ່ນປົວຜູ້ຕິດຢາເສບຕິດ, ແລກປ່ຽນຄວາມຄິດຄວາມເຫັນນໍາກັນ, ການຖອດຖອນບົດຮຽນນໍາກັນ ແລະ ການປືກສາຫາລືແນວທາງການຮ່ວມມືກັນຂອງສອງປະເທດ ລາວ-ຈີນ ໃນຕໍ່ໜ້າ ໃນການພັດທະນາ, ປັບປຸງຍົກລະດັບຄຸນນະພາບວຽກງານປິ່ນປົວ ຜູ້ຕິດຢາເສບຕິດ ໃຫ້ໄດ້ຮັບຜົນດີຂຶ້ນເລື້ອຍໆ.