ກອງບັນຊາການ ປກສ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໄດ້ປະສານສົມທົບກັບ ທະຫານເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ກຽມພ້ອມຈັດກໍາລັງເຂົ້າປ້ອງກັນ ງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອ ທີ່ທ່າວັດຈັນ ນະຄອນຫຼວງວຽງຈັນ ປະຈໍາປີ 2019 ເກືອບ 1.000 ສະຫາຍ ເຂົ້າປະຈໍາແຕ່ລະຈຸດປ້ອງກັນທີ່ກໍານົດໄວ້ ເພື່ອຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມປອດໄພ ໃຫ້ແກ່ຜູ້ມາທ່ຽວພາຍໃນງານ.

ພັທ ຊຽງພັນ ອິນທະປັນຍາ ຮັກສາການຫົວໜ້າ ປກສ ເມືອງຈັນທະບູລີ, ຮອງຫົວໜ້າອະນຸກໍາມະການປ້ອງກັນ ບຸນອອກພັນສາ ແລະ ຊ່ວງເຮືອ ໃຫ້ສໍາພາດໃນວັນທີ 7 ຕຸລາ 2019 ວ່າ:

ເພື່ອຮັບປະກັນງານບຸນ ມີຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ກອງບັນຊາການ ປກສ ເມືອງຈັນທະບູລີ ໄດ້ສົມທົບກັບ ທະຫານເມືອງ, ປກສ ນະຄອນຫຼວງວຽງຈັນ, ທະຫານ ນວ, ນັກຮຽນ ຈໍານວນເກືອບ 1.000 ສະຫາຍ ລົງປ້ອງກັນພື້ນທີ່ ນັບແຕ່ວັນທີ 10-14 ຕຸລາ 2019 ແບ່ງອອກເປັນ 2 ຈຸດ ຄື: ຈຸດປ້ອງກັນວົງໃນ ແລະ ວົງນອກ.

ເຊິ່ງເຮັດໜ້າທີ່ກວດກາ ວັດຖຸອຸປະກອນທີ່ຕ້ອງຫ້າມ, ກວດກາເວນຍາມຕາມຈຸດຕ່າງໆ ທີ່ໄດ້ກໍານົດໄວ້ ທັງນີ້ ກໍເພື່ອຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມປອດໄພສູງ.

ໂອກາດນີ້, ຮອງຫົວໜ້າອະນຸກໍາມະການປ້ອງກັນ ໄດ້ແນະນໍາໃຫ້ຜູ້ທີ່ມາທ່ຽວບຸນ ຕ້ອງປະຕິບັດຕາມຂໍ້ຫ້າມທີ່ກໍານົດໄວ້ ພ້ອມທັງຝາກເຕືອນມາຍັງພໍ່-ແມ່ປະຊາຊົນ ເປັນຕົ້ນກໍແມ່ນ ຄອບຄົວໃດທີ່ມີຈຸດປະສົງມາທ່ຽວງານບຸນ ຕ້ອງມີຜູ້ຢູ່ເຮືອນ, ສາມາດຮັກສາຄວາມປອດໄພໄດ້, ເອົາໃຈໃສ່ເກັບຮັກສາວັດຖຸທີ່ມີຄ່າ, ເອົາໃຈໃສ່ຟືນໄຟ, ການໄຕ້ທູບທຽນພາຍໃນເຮືອນ ແລະ ສະຖານທີ່ອື່ນໆ ເພື່ອບໍ່ໃຫ້ເກີດອັກຄີໄພ.

ຕໍ່ກັບຜູ້ທີ່ມາທ່ຽວງານບຸນ, ຜູ້ໃຊ້ລົດ-ໃຊ້ຖະໜົນ ຕ້ອງເອົາໃຈໃສ່ປະຕິບັດກົດລະບຽບການສັນຈອນ ຢ່າງເຂັ້ມງວດ, ໃນກໍລະນີ ມີເດັກນ້ອຍມານໍາຜູ້ປົກຄອງ ຕ້ອງຂຽນຊື່ ແລະ ເບີໂທ ໄວ້ຖົງໂສ້ງ-ເສື້ອ ໃນກໍລະນີພັດຫຼົງຈຶ່ງຕິດຕໍ່ໄດ້ງ່າຍ ແລະ ສິ່ງສໍາຄັນວັດຖຸທີ່ມີຄ່າ ສາຍຄໍຄໍາ ບໍ່ຄວນໃສ່ມານໍາ; ຄຽງຄູ່ກັນນີ້, ຜູ້ທີ່ມາທ່ຽວງານບຸນ ຕ້ອງມີສະຕິລະວັງຕົວສູງໃນການຮັກສາຊັບສິນ ເພື່ອປ້ອງກັນບໍ່ໃຫ້ກະເປົາຖືກລ້ວງ, ແຫກ, ດຶງ ແລະອື່ນໆ.