ກະຊວງ ປກສ ຈັດພິທີປະກາດພະນັກງານການນຳຂັ້ນສູງ ອອກພັກການ-ຮັບອຸດໜູນບຳນານ ຈຳນວນ 14 ສະຫາຍ ໃນວັນທີ 30 ມັງກອນ 2020, ໂດຍມີ ພົຕ ປອ ສົມຫວັງ ທຳມະສິດ ຮອງລັດຖະມົນຕີ ກະຊວງ ປກສ ພ້ອມພ້ວຍ ຄະນະພັກ-ຄະນະບັນຊາ ກົມກອງອ້ອມຂ້າງ ກະຊວງ ປກສ ແລະ ພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ໃນພິທີ, ພົຈວ ປອ ສຸວັນນີ ສີສຸພາບມີໄຊ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ ໄດ້ຜ່ານດຳລັດຂອງ ນາຍົກລັດຖະມົນຕີ ວ່າດ້ວຍ ການອະນຸມັດໃຫ້ພະນັກງານອອກພັກການ-ຮັບອຸດໜູນບຳນານ ແລະ ຜ່ານຂໍ້ຕົກລົງຂອງ ກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍ ການອະນຸມັດໃຫ້ນາຍຕຳຫຼວດພັກການ-ຮັບອຸດໜູນບຳນານ ເຊິ່ງມີລາຍລະອຽດດັ່ງນີ້:
- ພົຈວ ກິແກ້ວ ເນົາວະລັດ ຮອງຫົວໜ້າກົມໃຫຍ່ພະລາທິການ
- ພົຈວ ປອ ວັນເຮືອງ ນັນທະຈັກ ອຳນວຍການວິທະຍາຄານສັນຕິບານປະຊາຊົນ
- ພົຈວ ພິມພາ ສີໂພໄຊ ຫົວໜ້າກົມສື່ສານ
- ພົຈວ ບົວພັນ ຍໍລະວົງສາ ຫົວໜ້າກອງບັນຊາການປ້ອງກັນທີ່ຕັ້ງ
- ພັອ ຄຳອ້ວນ ວິໄລພັນ ຫົວໜ້າກົມຕຳຫຼວດຝຶກແອບ ແລະ ນຳໃຊ້ໝາວິຊາສະເພາະ ກົມໃຫຍ່ຕຳຫຼວດ
- ພັອ ຫວນທະລາ ມະຫາລາດ ຫົວໜ້າຫ້ອງ 313 ກົມໃຫຍ່ຕຳຫຼວດ
- ພັອ ສົມພອນ ທອງວິໄລ ຫົວໜ້າຫ້ອງການເມືອງ ຫ້ອງວ່າການ ກະຊວງ ປກສ
- ພັອ ສິງມະນີ ແສງຄຳຢອງ ຫົວໜ້າຫ້ອງບໍລິຫານ ຫ້ອງວ່າການ ກະຊວງ ປກສ
- ພັອ ສົມດີ ແກ້ວວົງເພັດ ຫົວໜ້າກົມກົດລັບ ຫ້ອງວ່າການ ກະຊວງ
- ພັອ ສີພັນດອນ ຫວ່າງບົວຊົງ ຫົວໜ້າຄະນະບັນນາທິການຂ່າວສານ ປກສ ກົມໃຫຍ່ການເມືອງ ປກສ
- ພັອ ບຸນຖະໜອມ ສັກກະເສີມສຸກ ຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງ ປກສ
- ພັອ ຄຳເຄື່ອງ ບຸນວິໄລ ຫົວໜ້າກອງບັນຊາການປ້ອງກັນສູນກາງ
- ພັອ ທອງໃບ ລໍວັນໄຊ ຫົວໜ້າກອງບັນຊາການ ປກສ ແຂວງບໍລິຄຳໄຊ
- ພັອ ສຸດທະສົມ ບຸນນະສິງ ຮອງຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ
ພ້ອມນີ້, ບັນດາພະນັກງານການນຳຂັ້ນສູງ ກະຊວງ ປກສ ແຕ່ລະສະຫາຍ ກໍໄດ້ຮັບນະໂຍບາຍເງິນອຸດໜູນບຳນານອີກຈຳນວນໜຶ່ງ.
ໂອກາດນີ້, ພົຕ ປອ ສົມຫວັງ ທຳມະສິດ ກໍໄດ້ສະແດງຄວາມຊົມເຊີຍຕໍ່ບັນດາພະນັກງານປະຕິວັດອາວຸໂສ ທີ່ໄດ້ຮັບນະໂຍບາຍອອກພັກການ-ຮັບອຸດໜູນບຳນານໃນຄັ້ງນີ້ ທີ່ຕະຫຼອດໄລຍະຜ່ານມາ ບັນດາສະຫາຍໄດ້ປະກອບສ່ວນຢ່າງຕັ້ງໜ້າ, ໄດ້ເສຍສະລະເປັນຢ່າງສູງຕໍ່ພາລະກິດປະຕິວັດ, ໄດ້ສຸມສະຕິປັນຍາຂອງຕົນເອງເຂົ້າໃນການຊີ້ນຳ-ນຳພາວຽກງານວິຊາສະເພາະ ທີ່ໄດ້ຮັບມອບໝາຍໃຫ້ມີຜົນສຳເລັດ ໃນແຕ່ລະໄລຍະ, ຮຽກຮ້ອງໃຫ້ຮັກສາມູນເຊື້ອອັນດີງາມ ແລະ ໃສແຈ້ງຂອງ ພະນັກງານປະຕິວັດ ທີ່ໄດ້ເຕັມປ່ຽມດ້ວຍຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ.
ນອກຈາກນີ້, ຕະຫຼອດໄລຍະຫຼາຍປີຜ່ານມາຂອງອາຍຸການປະຕິວັດຂອງບັນດາສະຫາຍ ແມ່ນແບບຢ່າງທີ່ດີ, ບັນດາສະຫາຍ ຈຶ່ງໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກຂັ້ນເທິງ ມອບໝາຍໜ້າທີ່ອັນໜັກໜ່ວງໃຫ້ບັນດາສະຫາຍ ເປັນພະນັກງານຂັ້ນສູງຂອງ ກະຊວງ ປກສ.
ທ່ານຮອງລັດຖະມົນຕີ ກ່າວຕື່ມວ່າ:
“ ນະໂຍບາຍພັກການ-ຮັບອຸດໜູນບຳນານ ແມ່ນກົດເກນພາວະວິໄສຂອງ ພະນັກງານ-ລັດຖະກອນທຸກຄົນ ເມື່ອເຖິງອາຍຸກະສຽນ ເຊິ່ງແມ່ນຄວາມຈຳເປັນ ແລະ ຕ້ອງການຂອງສຸຂະພາບມະນຸດເຮົາທຸກຄົນ ເພາະສຸຂະພາບຈິດສຸຂະພາບກາຍ ແມ່ນຄວາມສຸກໜຶ່ງຂອງຊີວິດມະນຸດ, ນັ້ນແມ່ນຄວາມຮຽກຮ້ອງໃຫ້ພວກເຮົາເຂົ້າໃຈກ່ຽວກັບ ການເຂົ້າຮັບອຸດໜູນບຳນານ”.