ກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ (ກົມ 512) ກະຊວງ ປກສ ໄດ້ເອົາໃຈໃສ່ປັບປຸງຈັດວາງສະແດງຫໍພິິພິທະພັນ, ບູລະນະວັດຖຸພັນ ແລະ ອອກແບບກະດານຈັດວາງສະແດງຜົນງານດ້ານຕ່າງໆຄືນໃໝ່ ເພື່ອເປັນການດຶງດູດເອົານັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວຊົມໃຫ້ຫຼາຍຂຶ້ນ.

ກອງປະຊຸມສະຫຼຸບ 6 ເດືອນຕົ້ນປີ ແລະ ວາງທິດທາງ 6 ເດືອນທ້າຍປີ 2020 ໃນວັນທີ 7 ສິງຫາ ຜ່ານມາ, ເປັນປະທານໂດຍ ພັອ ປອ ມາລາ ວິລະຈິດ ຫົວໜ້າກົມ ຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ມີບັນດາຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ ພາຍໃນກົມເຂົ້າຮ່ວມ. ພັທ ທັດສະພອນ ວົງພະຈັນ ຮອງຫົວໜ້າ ກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ກ່າວວ່າ: ໃນໄລຍະ 6 ເດືອນຜ່ານມາ, ຄະນະພັກ-ຄະນະກົມ ໄດ້ເອົາໃຈໃສ່ປັບປຸງເນື້ອໃນຈັດວາງສະແດງ, ບົດນຳທ່ຽວຂອງ ຫໍພິພິທະພັນ ປກສ ໃຫ້ມີສີສັນໃໝ່ ແລະ ລົງເກັບກຳຂໍ້ມູນຮູບພາບ, ວັດຖຸພັນມາວາງສະແດງ ເພື່ອກະກຽມໃຫ້ແກ່ການສະເຫຼີມສະຫຼອງວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບປະຊາຊົນຄົບຮອບ 60 ປີ ແລະ ທັງເປັນການດຶງດູດເອົານັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວຊົມໃຫ້ ຫຼາຍຂຶ້ນກວ່າເກົ່າ.

ຜ່ານການຈັດຕັ້ງຜ່ານມາ, ຫໍພິພິທະພັນ ປກສ ໄດ້ຮັບແຂກເຂົ້າຊົມໃນວັນສໍາຄັນຕ່າງໆ ນັບທັງແຂກການນໍາຂັ້ນສູງຂອງລັດຖະບານ, ຂັ້ນກະຊວງ, ກົມກອງ ແລະ ພາກສ່ວນທີ່ກ່ຽວຂ້ອງທັງພາຍໃນ ແລະ ຕ່າງປະເທດ ເຊິ່ງມີຜູ້ເຂົ້າຊົມທັງໝົດ 36 ຄະນະ, ມີ 3.211 ຄົນ, ໃນນັ້ນແຂກຕ່າງປະເທດ ມີ 60 ຄົນ ແລະ ນັກທ່ອງທ່ຽວທົ່ວໄປ 126 ຄົນ ໄປຄຽງຄູ່ກັບການຂຶ້ນທະບຽນຮູບພາບ ໄດ້ 532 ລາຍ ການ, ວັດຖຸພັນພາຍໃນຫໍພິພິທະພັນ ປກສ ໄດ້ 842 ລາຍການ, ຕິດພັນກັບການຮຽບຮຽງ, ຕິດຄໍາອະທິບາຍຮູບພາບ, ແປພາສາລາວເປັນພາສາອັງກິດ ແລະ ຈັດວາງສະແດງຮູບພາບຄືນໃໝ່ລົງເຮັດວຽກກັບກົມກອງອ້ອມຂ້າງກະຊວງ ແລະ ກອງບັນຊາການ ປກສ ນະຄອນຫຼວງ ເພື່ອເກັບກໍາຂໍ້ມູນຮູບພາບການເຄື່ອນໄຫວວິຊາສະເພາະ, ແນະນຳ, ກວດກາສ້າງຫ້ອງວາງສະແດງມູນເຊື້ອໄດ້ 13 ກົມກອງ ແລະ ຂົນຂວາຍປຶ້ມເຂົ້າຫໍສະໝຸດໄດ້ທັງໝົດ 90 ຫົວ, ບໍລິການໃຫ້ພະນັກງານຢືມປຶ້ມໄປຄົ້ນຄວ້າ ຈຳນວນ 602 ຫົວ ພ້ອມທັງມີຄົນເຂົ້າຄົ້ນຄວ້າຢູ່ຫ້ອງສະໝຸດປ້ອງກັນຄວາມສະຫງົບ ຈຳນວນ 128 ຄົນ.

ໃນ 6 ເດືອນຕໍ່ໜ້າ, ຄະນະພັກ-ຄະນະກົມ ຈະສືບຕໍ່ສືບຕໍ່ປັບປຸງເນື້ອໃນຈັດວາງສະແດງຂອງຫໍພິພິທະພັນ ປກສ ເພື່ອກະກຽມສະເຫຼີມສະຫຼອງວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 60 ປີ ຕາມການຕົກລົງຮັບຮອງ ແລະ ຊີ້ນໍາຂອງກະຊວງ. ໃນນັ້ນຈະສຸມໃສ່ການບູລະນະວັດຖຸພັນວາງສະແດງກາງແຈ້ງ, ອອກແບບກະດານຈັດວາງສະແດງຜົນງານຕ່າງໆ ແລະ ບູລະນະອະນຸສອນສະຖານສັນຕິລາດສູນກາງ ເມືອງວຽງໄຊ ແຂວງຫົວພັນ ເພື່ອຮອງຮັບການລົງຢ້ຽມຢາມ ແລະ ເຂົ້າຊົມຂອງການນຳກະຊວງ ກໍຄືກົມກອງທ້ອງຖິ່ນໃນໄລຍະສະເຫຼີມສະຫຼອງວັນດັ່ງກ່າວ. ພ້ອມທັງສືບຕໍ່ຂຶ້ນທບຽນວັດຖຸພັນພາຍໃນຫໍພິພິທະພັນ ປກສ ໃຫ້ສໍາເລັດ; ໄປຄຽງຄູ່ກັບການຊອກຄົ້ນເກັບກໍາຂໍ້ມູນ ຮູບພາບ-ວັດຖຸພັນ ທີ່ສະແດງເຖິງການເຕີບໃຫຍ່, ຜົນງານ ແລະ ໄຊຊະນະຂອງກໍາລັງປ້ອງກັນຄວາມສະຫງົບ.