ຫາລືການປະຕິບັດນະໂຍບາຍ ຕໍ່ກໍາລັງປ້ອງກັນຄວາມສະຫງົບ

0
1108

ກະຊວງປ້ອງກັນຄວາມສະຫງົບ ຈັດກອງປະຊຸມປຶກສາຫາລື ປະກອບຄໍາຄິດ ເຫັນໃສ່ຮ່າງຂໍ້ຕົກລົງວ່າດ້ວຍການປະຕິບັດນະໂຍບາຍຕໍ່ກໍາລັງປ້ອງກັນຄວາມສະຫງົບ ໃນວັນທີ 28 ກັນຍາ 2020,ໂດຍມີ ພົຕ ວັນທອງ ກອງມະນີ ຮອງເລຂາຄະນະພັກກະຊວງ ຫົວໜ້າກົມໃຫຍ່ການເມືອງ ປກສ, ພ້ອມດ້ວຍ ຄະນະພັກກະຊວງ, ຫົວໜ້າກົມໃຫຍ່, ວິທະຍາຄານ, ກອງບັນຊາການ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ພັອ ນາງ ຈັນເດືອນ ເທພະວົງ ຫົວໜ້າກົມນະໂຍບາຍ ກົມໃຫຍ່ການເມືອງ ປກສ ໄດ້ຜ່ານຮ່າງຂໍ້ຕົກລົງວ່າດ້ວຍການປະຕິບັດນະໂຍບາຍຕໍ່ກໍາ ລັງປ້ອງກັນຄວາມສະຫງົບ ປະກອບມີ14 ໝວດ, 43 ມາດຕາ; ຂໍ້ຕົກລົງສະບັບນີ້ ໄດ້ກໍານົດຫຼັກການ, ລະບຽບການກ່ຽວກັບການຈັດຕັ້ງປະ ຕິບັດນະໂຍບາຍຂອງກະຊວງປ້ອງກັນຄວາມສະຫງົບ ຕໍ່ນາຍ ແລະ ພົນຕໍາຫຼວດ ທີ່ປະຈໍາການ ແລະ ບໍານານໃຫ້ສອດຄ່ອງກັບສະພາບຄວາມເປັນຈິງທາງດ້ານວັດຖຸ ແລະ ງົບປະມານ ທີ່ໄດ້ມາຈາກແຫຼ່ງລາຍຮັບ ຂອງກະຊວງປ້ອງກັນຄວາມສະຫງົບ ເພື່ອຊຸກຍູ້ສົ່ງເສີມນາຍ ແລະ ພົນຕໍາຫຼວດໃຫ້ມີຄວາມບຸກບືນຫ້າວຫັນ, ມີຄວາມອຸ່ນອຽນທຸ່ນທ່ຽງ, ຍົກສູງຄວາມຮັບຜິດຊອບ, ຍອມເສຍສະຫຼະ ເຮັດສໍາເລັດໜ້າທີ່ ປະກອບສ່ວນໃນພາລະກິດປົກປັກຮັກສາ, ສ້າງສາ ແລະ ພັດທະນາປະເທດຊາດ, ການປະຕິບັດນະໂຍບາຍຕໍ່ກໍາລັງປ້ອງກັນຄວາມສະຫງົບ ແມ່ນການປະຕິບັດນະໂຍບາຍດ້ວຍຮູບການຕ່າງໆທາງດ້ານວັດຖຸ, ຊັບສິນ, ເງິນ, ພາຫະນະ ແລະ ນະໂຍບາຍອື່ນໆ ທີ່ມີຄຸນຄ່າທາງດ້ານຈິດໃຈ ຕໍ່ນາຍ ແລະ ພົນຕໍາຫຼວດທີ່ປະຈໍາການ ແລະ ບໍານານ ຜູ້ທີ່ມີຜົນງານໃນພາລະກິດປະຕິວັດຮັບໃຊ້ຊາດ, ຮັບໃຊ້ປະຊາຊົນ ທີ່ໄດ້ອຸທິດເລືອດເນື້ອເຮື່ອແຮງ, ສະຕິປັນຍາ ເຂົ້າໃນການເຮັດສໍາເລັດໜ້າທີ່ປົກປັກຮັກສາຄວາມສະຫງົບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ.

ສໍາລັບປະເພດນະໂຍບາຍຕໍ່ນາຍ ແລະ ພົນຕໍາຫຼວດ ປະກອບມີ ທີ່ດິນ ແລະ ເຮືອນ, ເງິນຊົດເຊີຍໃຫ້ນາຍຕໍາຫຼວດທີ່ພັກການຮັບອຸດໜູນບໍານານ, ເງິນຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກໄພພິບັດ, ການໃຫ້ຢືມເງິນຂອງກະຊວງ, ການປະກອບລົດຂັ້ນບັນຊາໃຫ້ນາຍຕໍາຫຼວດ, ການປິ່ນ ປົວຍາວນານ ແລະ ປິ່ນປົວຢູ່ໂຮງໝໍ198 ຢູ່ ສສ ຫວຽດນາມ, ການຢ້ຽມຢາມການນໍາຂັ້ນສູງ, ຢ້ຽມຢາມຄົນເຈັບ ທີ່ນອນປິ່ນປົວຢູ່ໂຮງໝໍແລະ ຢ້ຽມຢາມພະນັກງານບໍານານໃນວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ,ການສ້າງຄອບຄົວຂອງນາຍ ແລະ ພົນຕໍາຫຼວດ, ພິທີຊາປານະກິດສົບ ຕໍ່ນາຍ ແລະ ພົນຕໍາຫຼວດ, ການນໍາເອົາອັດຖິເຂົ້າສະຖິດໄວ້ຢູ່ສຸສານນັກຮົບປະຕິວັດ.

ໃນກອງປະຊຸມ ບັນດາຜູ້ເຂົ້າຮ່ວມແຕ່ລະພາກສ່ວນ ແມ່ນໄດ້ຄົ້ນຄວ້າພິຈາລະນາ, ປະກອບຄໍາຄິດເຫັນໃສ່ຮ່າງຂໍ້ຕົກລົງດັ່ງກ່າວດ້ວຍຄວາມຮັບຜິດຊອບສູງ ເພື່ອຮັບປະກັນຄວາມຖືກຕ້ອງ ແລະ ສອດຄ່ອງກັບສະພາບຄວາມເປັນຈິງ ເມື່ອສໍາເລັດແລ້ວ ຈຶ່ງຈະສະເໜີໃຫ້ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ເຊັນຮັບຮອງ ແລະ ປະກາດໃຊ້ຢ່າງເປັນທາງການ.