ໃນວັນທີ 6 ຕຸລາ ນີ້, ບໍລິສັດແຈສໂອໂຕ້ລາວ ຈຳກັດຜູ້ດຽວ ໄດ້ມອບເຄື່ອງຮັບໃຊ້ຫ້ອງການໃຫ້ກົມສື່ມວນຊົນ ປກສ ເພື່ອນຳໃຊ້ເຂົ້າໃນວຽກງານວິຊາສະເພາະ, ກ່າວມອບ ໂດຍທ່ານ ດາເລັນ ຍິບ ປະທານບໍລິສັດ ກ່າວຮັບໂດຍ ພັທ ພອນພິລຸນ ປັນຍາສິລິ ຮອງຫົວໜ້າກົມສື່ມວນຊົນ ປກສ, ກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ, ມີພະນັກງານກຽ່ວຂ້ອງສອງຝ່າຍ ເຂົ້າຮ່ວມ.
ເຄື່ອງທີ່ນຳມາມອບໃນຄັ້ງນີ້, ປະກອບມີ ຄອມພິວເຕີ 2 ຊຸດ ແລະ ຕັ່ງຈຳນວນ 10 ໜ່ວຍ ລວມມູນຄ່າ 7.890.000 ກີບ.ໃນໂອກາດດັ່ງກ່າວ ຮອງຫົວໜ້າກົມສື່ມວນຊົນ ປກສ ໄດ້ຕາງໜ້າໃຫ້ຄະນະພັກ, ພະນັກງານ-ນັກຮົບພາຍໃນກົມສື່ມວນຊົນ ປກສ ກ່າວສະແດງຄວາມຂອບໃຈ ຕໍ່ປະທານບໍລິສັດແຈສໂອໂຕ້ລາວ ຈຳກັດຜູ້ດຽວ ທີ່ໄດ້ເຫັນຄວາມສຳຄັນໃນວຽກງານສື່ມວນຊົນ ປກສ, ເຊິ່ງເຄື່ອງດັ່ງກ່າວ ກົມສື່ມວນຊົນ ຈະນຳໃຊ້ເຂົ້າໃນການປະຕິບັດໜ້າທີ່ວິຊາສະເພາະໃຫ້ເກີດປະໂຫຍດສູງສຸດ.
ດັ່ງນັ້ນ.ເພື່ອເປັນການສະແດງຄວາມຮູ້ບຸນຄຸນ, ພັທ ພອນພິລຸນ ປັນຍາສິລິ ກໍໄດ້ມອບໃບກຽດຕິກຸນໃຫ້ ປະທານບໍລິສັດແຈສໂອໂຕ້ລາວ ຈຳ ກັດຜູ້ດຽວ ອີກດ້ວຍ.