ປກ ສໍາເລັດການຝຶກອົບຮົມ ວຽກງານວິທະຍາສາດການນໍາພາ-ບັນຊາ

0
1414

ກອງບັນຊາການປ້ອງກັນສູນກາງ (ປກ) ກະຊວງປ້ອງກັນຄວາມສະຫງົບ ສໍາເລັດການຝຶກອົບຮັມວຽກງານວິທະຍາສາດການນໍາພາບັນຊາໃຫ້ນາຍຕໍາຫຼວດ ໃນວັນທີ 16 ຕຸລາ 2020,ໂດຍມີ ພັອ ຄໍາເກື່ອງ ຜີວວັນນາຮອງຫົວໜ້າກອງບັນຊາການປ້ອງກັນສູນກາງ,ມີຄະນະພັກ,ຄະນະບັນຊາ ແລະນັກສຳມະນາກອນ ເຂົ້າຮ່ວມ.

ພັທ ພູນສີ ແດງຈໍາປາ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການປ້ອງກັນສູນກາງ ກ່າວວ່າ: ຜ່ານການຝຶກອົບຮົມມາເປັນເວລາ 5 ວັນ ແຕ່ວັນທີ12-16ຕຸລາ2020 ເຫັນໄດ້ວ່າ ບັນດາວິທະຍາກອນ,ສໍາມະນາກອນແມ່ນໄດ້ເອົາໃຈໃສ່ໃນການປະຕິບັດຕາມແຜນການຝຶກອົບ ຮົມ ດ້ວຍຄວາມຮັບຜິດຊອບສູງ ຈົນຮັດໃຫ້ນັກ ສໍາມະນາກອນ ທີ່ເຂົ້າຮ່ວມການຝຶກອົບຮົມວຽກງານຄັ້ງນີ້.

ມີຄວາມຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງຕໍ່ກັບບັນດາເນື້ອໃນເອກະສານ ທີ່ນໍາມາຂຶ້ນຫ້ອງບັນລະຍາຍ ເປັນຕົນແມ່ນການຕໍານິແບບສ້າງສັນ ແລະ ການຊີ້ນໍາ ເພື່ອໃຫ້ພະນັກງານນໍາໃຊ້ທ່າແຮງຢ່າງເຕັມສ່ວນ,ພາວະຜູ້ນໍາພາ,ການນໍາພາກອງປະຊຸມ,ການບໍລິຫານອົງກອນ,ວຽກງານກໍ່ສ້າງພະນັກງານ,ວຽກງານກໍ່ສ້າງພັກ,ວິທີການສຶກສາອົບຮົມການເມືອງນໍາພາແນວຄິດ,ວິທະຍາສາດການນໍາພາບັນຊາໃນກໍາລັງປ້ອງກັນຄວາມສະຫງົບ,ວຽກງານເສນາທິການ ແລະສິດໜ້າທີ່ຂອງຜູ້ນໍາພາບັນຊາ.

ພາຍຫຼັງທີ່ສໍາເລັດການຝຶກອົບຮົມໃນຄັ້ງນີ້, ບັນດາສໍາມະນາກອນ ກໍຄື: ຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນຂອງກອງບັນຊາການປ້ອງກັນສູນ ກາງ ຈະໄດ້ນໍາເອົາຄວາມຮູ້ທິດສະດີທີ່ໄດ້ຮັບການຖ່າຍຖອດຈາກວິ ທະຍາກອນ ທີ່ມີຄວາມຮູ້ຄວາມສາມາດ,ມີປະສົບການຫຼາຍທ່ານໄປໝູນ ໃຊ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານຕົວຈິງ ໂດຍສະເພາະ ແມ່ນວຽກງານການນໍາພາບັນຊາ,ພະນັກງານນັກຮົບພາຍໃນກົມກອງ ເພື່ອພັດ ທະນາກົມກອງຂອງຕົນໃຫ້ມີຄຸນນະພາບ, ສາມາດຕອບສະໜອງ ໄດ້ກັບໜ້າທີ່ການເມືອງໃນສະພາບການໃໝ່.

ໃນພິທີ, ກໍໄດ້ມອບໃບຢັ້ງຢືນ ຜ່ານການຝຶກອົບຮົມວຽກງານວິທະຍາສາດການນໍາພາບັນຊາ ໃຫ້ນັກສຳມະນາກອນຈໍານວນ40 ສະຫາຍ, ເປັນກຽດມອບໂດຍ ພັອ ຄໍາເກື່ອງ ຜີວວັນນາ ຮອງຫົວໜ້າກອງບັນຊາການປ້ອງກັນສູນກາງ ກະຊວງປ້ອງກັນຄວາມສະຫງົບ.