ໄລຍະຫວ່າງບໍ່ດົນມານີ້, ເຄື່ອງເຊີບເວີແມ່ຂອງ Yahoo ຖືກກຸ່ມແຮັກເກີໂຈນລະກຳຂໍ້ມູນ ເຊິ່ງເຮັດໃຫ້ບັນດາຂໍ້ມູນສ່ວນຕົວ ເຊັ່ນ: ຊື່, ນາມສະກຸນ, ອາຍຸ, ບັນຊີລາຍຊື່ທີ່ລົງທະບຽນ, ລະຫັດສ່ວນຕົວ, ເບີໂທລະສັບ ແລະ ຂໍ້ມູນອື່ນໆທີ່ກ່ຽວຂ້ອງລວມປະມານ 1 ຕື້ບັນຊີ ຖືກໂຈນລະກຳ (ລັກຂໍ້ມູນ).

ເທິງສື່ເວັບໄຊເຖື່ອນ, ບັນດາເອກກະສານຂໍ້ມູນຕ່າງໆທີ່ເສຍຫາຍໄປຈາກເຄື່ອງເຊີບເວີ ແມ່ນຖືກປະກາດຂາຍທົ່ວໄປ.

ໃນຫຼາຍປະເທດກໍໄດ້ວາງກົດລະບຽບອອກສະເພາະສຳລັບການນຳໃຊ້ສື່ອິນເຕີເນັດ ໂດຍສະເພາະ ອາເມລິກາ, ໃນກອງປະຊຸມສະພາແຫ່ງຊາດ ຂອງ ອາເມລິກາ ໄດ້ກຳນົດໃຊ້ຫຼັກການ ແລະ ກຳນົດກົດໝາຍ ວ່າດ້ວຍ ການປ້ອງກັນອິນເຕີເນັດອອກຈາກເດັກ ແລະ ໄວຄະນອງ ແລະ ຮ່າງກົດໝາຍ ວ່າດ້ວຍ ການຫ້າມລະເມີດສິດຂອງອິນເຕີເນັດ.

ບັນດາມາດຕະການ ແລະ ວິທີການຄຸ້ມຄອງທ້ອງຕະຫຼາດທີ່ຖືກປະກາດອອກໃຊ້ນັ້ນ ແມ່ນໄດ້ຮັບການຈັດຕັ້ງປະຕິບັດຢ່າງວ່ອງໄວ ພ້ອມທັງອອກຄຳສັ່ງໃຫ້ພ້ອມກັນປະຕິບັດໃນທົ່ວສັງຄົມ ໂດຍເປົ້າໝາຍແມ່ນແນໃສ່ສະກັດກັ້ນຂະບວນການຄ້າຂາຍເຖື່ອນຜ່ານສື່ອອນລາຍ; ແຕ່ເຖິງຈະເຄັ່ງຄັດປານໃດກໍຕາມ, ຂໍ້ກຳນົດດັ່ງກ່າວ ຍັງບໍ່ສາມາດເຮັດໄດ້ຢ່າງເດັດຂາດກັບກຸ່ມເຄື່ອນໄຫວແບບບໍ່ຖືກຕ້ອງ ທີ່ອາໄສສື່ອິນເຕີເນັດເປັນໂຕຂັບເຄື່ອນ. ດັ່ງນັ້ນ, ຈຶ່ງບໍ່ສາມາດຕອບຕ້ານຕໍ່ກັບກຸ່ມຄົນທີ່ກ່ຽວພັນກັບການເຄື່ອນໄຫວຄ້າຂາຍອອນລາຍ ເຊິ່ງພວກເຂົາໄດ້ເອີ້ນກຸ່ມຄົນນີ້ວ່າ “ກຸ່ມເຄື່ອນໄຫວສີຕັບໝູ” ເຊິ່ງພວກເຂົາໄດ້ຫາວິທີສວຍໃຊ້ ບັນດາຊ່ອງການຄ້າອີເລັກໂຕຣນິກທີ່ຖືກຕ້ອງຕາມລະບຽບກົດໝາຍ ມາເປັນເຄື່ອງມື.

ຢູ່ທີ່ ອາເມລິກາ, ການຊື້ປືນ ແມ່ນຖືກກຳນົດໃນກົດໝາຍສະເພາະ ຄືດັ່ງສິດສ່ວນຕົວຂອງບຸກຄົນ ເຊິ່ງລະບົບການບໍລິການກໍໄດ້ຖືກກຳນົດອອກຢ່າງຈະແຈ້ງ ແລະ ເປີດກວ້າງເຂົ້າໃນລະບົບອິນເຕີເນັດ ຄືດັ່ງລະບົບຂາຍສິນຄ້າທົ່ວໄປ.

ການຊື້ປືນແບບຖືກກົດໝາຍຜ່ານລະບົບອິນເຕີເນັດ ແມ່ນຈະເຫັນໃນລະບົບລົງທະບຽນ, ຖ້າຫາກຕ້ອງການຊື້ປືນໃຊ້ທົ່ວໄປ ພຽງແຕ່ທ່ານຕ້ອງມີອາຍຸຄົບ 18 ປີຂຶ້ນໄປ ແລະ ບໍ່ເຄີຍຕ້ອງໂທດໃນຄະດີໃດໜຶ່ງມາກ່ອນ ທ່ານກໍສາມາດຂໍເອກະສານນຳໃຊ້ປືນ; ແຕ່ຖ້າຫາກຕ້ອງການຊື້ປືນແບບອອນລາຍ ແມ່ນເຂົ້າສູ່ລະບົບແລ້ວເລືອກຊະນິດປືນ ແລະ ຢັ້ງຢືນການຈ່າຍເງິນ ຈາກນັ້ນຄົນຂາຍກໍຈະປະຕິບັດການຢັ້ງຢືນການຊື້-ຂາຍ ແລ້ວສົ່ງບິນຄຸ້ມຄອງປືນ ແລະ ປືນທີ່ຖືກເລືອກນັ້ນໄປໃຫ້ລູກຄ້າ ແລະ ອີກບິນແມ່ນສົ່ງຫາ ສູນກາງຄວບຄຸມແຫ່ງຊາດ.

ເພື່ອເປັນການຮັບປະກັນຄວາມປອດໄພໃຫ້ກັບຜູ້ສັ່ງຊື້, ປືນຈະບໍ່ຖືກສົ່ງໂດຍກົງເຖິງເຮືອນຂອງຜູ້ຊື້ ແຕ່ຈະຖືກສົ່ງໄປເຖິງຮ້ານຄ້າທີ່ຢູ່ໃກ້ເຮືອນ ຂອງຜູ້ຊື້ທີ່ສຸດ ຈາກນັ້ນແມ່ນໃຫ້ຜູ້ຊື້ເຄື່ອງໄປຮັບເອົາຕາມຈຸດທີ່ລະບຸໄວ້.

ການຊື້ປືນອອນລາຍ ແລະ ບໍ່ຕ້ອງຜ່ານການກວດກາຄວາມຖືກຕ້ອງ ແມ່ນເປັນບັນຫາພຽງງ່າຍໆ. ນີ້ໝາຍຄວາມວ່າ ພຽງແຕ່ຫາກມີໃບອະນຸຍາດຖືປືນ ຫຼື ນຳໃຊ້ປືນຢູ່ໃນຕົວແລ້ວ ບຸກຄົນດັ່ງກ່າວຖ້າຕ້ອງການຊື້ປືນ ແມ່ນສາມາດຊື້ໄດ້ທຸກທີ່ທຸກເວລາ ແລະ ເບິ່ງຄືວ່າບໍ່ມີກຳນົດ ແລະ ນອກຈາກການຊື້ປືນແລ້ວ ສະພາບການຄ້າຂາຍຢາເສບຕິດ ກໍກຳລັງຈະຫັນໄປໃນທິດທາງທີ່ເຮັດຖືກຕ້ອງຕາມລະບຽບກົດໝາຍໄປນັບມື້.

ຕົວຢ່າງ: ບັນດາບໍລິສັດ Denver ທີ່ມີທີ່ຕັ້ງຢູ່ ອາເມລິກາ ເຊິ່ງແມ່ນບໍລິສັດອິນເຕີເນັດ ດຳເນີນທຸລະກິດກ່ຽວກັບກັນຊາ, ບໍລິສັດ Bud ແລະ Breakfast ຍັງເຮັດການບໍລິການກ່ຽວກັບຜະລິດຕະພັນກັນຊາ. ເຊິ່ງຕາມການວິເຄາະຂໍ້ມູນແລ້ວ, ອຸດສາຫະກຳກັນຊາຂອງອາເມລິກາ ຈະມີບໍລິມາດເພີ່ມຂຶ້ນເຖິງ 11 ຕື້ໂດລາສະຫະລັດ ພາຍໃນປີ 2029.

ທີ່ປະເທດຈີນ, ປືນ ແລະ ຢາເສບຕິດຖືກຈຳກັດ ເຊິ່ງຖືກເອີ້ນວ່າ “ເປັນເຂດສີດຳ“, ຖືກກົດໝາຍເກືອດຫ້າມ ແລະ ບໍ່ໄດ້ມີການອະນຸຍາດໃຫ້ຂາຍທົ່ວໄປແບບ ອາເມລິກາ.

ຜ່ານການສັງເກດຕີລາຄາ ເຫັນໄດ້ວ່າ: ບັນດາຊະນິດຢາທີ່ບໍ່ຖືກຕ້ອງຕາມກົດໝາຍ ເຊັ່ນ ຢາເບື່ອ, ອຸປະກອນດັກຟັງ, ບໍລິການຮັບຈ້າງຂ້າ ແລະ ບໍລິການຈັບຕົວມາຂົ່ມຂືນ; ເຊິ່ງ 5 ກໍລະນີທີ່ກ່າວມານີ້ ແມ່ນການບໍລິການທີ່ຖືກຫ້າມເປັນອັນດັບ 1 ເທິງສື່ອິນເຕີເນັດ; ສະນັ້ນ, ຈຶ່ງກໍ່ໃຫ້ເກີດມີ ກຸ່ມຄົນບໍ່ດີຈຳນວນໜຶ່ງ ທີ່ສວຍໂອກາດເຮັດການບໍລິການຄ້າຂາຍເທິງສື່ອອນລາຍແບບບໍ່ຖືກຕ້ອງ ຫຼື ເອີ້ນວ່າ “ຕະຫຼາດເຖື່ອນອອນລາຍ“.

ໂດຍຖືເອົາການຊື້ຢາຕາມໃບສັ່ງແພດເປັນຕົວຢ່າງ ເພາະວ່າມາດຕະການຄຸ້ມຄອງອາຫານ ແລະ ການແລກປ່ຽນຢາເສບຕິດທາງອິນເຕີເນັດ ໄດ້ມີຜົນບັງຄັບໃຊ້ໃນປີ 2015, ເຖິງແມ່ນວ່າມີກົດລະບຽບທີ່ເຂັ້ມງວດກ່ຽວກັບ ການຂາຍຢາຕາມໃບສັ່ງແພດ; ແຕ່ວ່າ ການຂາຍຢາຕາມໃບສັ່ງແພດທາງອິນເຕີເນັດ ໄດ້ກາຍເປັນສາທາລະນະ ແລະ ແຜ່ຂະຫຍາຍຢ່າງກວ້າງຂວາງ.

ອີງຕາມຂໍ້ກຳນົດທາງກົດໝາຍ, ການຊື້ຢາຕາມໃບສັ່ງແພດໃນອິນເຕີເນັດ ບໍ່ສາມາດສັ່ງຊື້ໂດຍກົງ, ຜູ້ຊື້ຕ້ອງຍື່ນຄຳຮ້ອງຂໍ ຫຼັງຈາກທີ່ປຶກສາທາງອິນເຕີເນັດ ຫຼື ທາງໂທລະສັບ, ແພດການຢາຈະສັ່ງ ແລະ ທ່ານຈະໄດ້ຮັບຢາຢູ່ຮ້ານຂາຍຢາທີ່ຢູ່ໃກ້ທ່ານ ຫຼື ເລືອກທີ່ຈະຈ່າຍຄ່າສົ່ງ.

ການປຽບທຽບລະຫວ່າງ ຢາ ແລະ ປືນ, ການໃຊ້ຢາຕາມໃບສັ່ງແພດ ບໍ່ໄດ້ປະກົດວ່າເປັນອັນຕະລາຍ ແຕ່ສິ່ງນີ້ບໍ່ພຽງແຕ່ສົ່ງຜົນກະທົບຕໍ່ການປິ່ນປົວຄົນເຈັບປົກກະຕິ ເຊັ່ນ: ການຕ້ານທານຢາ, ພູມແພ້ ແລະ ຄວາມຜິດປົກກະຕິຂອງ Endocrine, ແຕ່ເປັນການເປີດໂອກາດໃຫ້ພວກອາຊະຍາກໍາ ໄດ້ນຳເອົາສານ Pseudoephedrine ທີ່ພົບໃນຢາແກ້ຫວັດ ເຊິ່ງເປັນສານເຮັດໃຫ້ຄົນຕິດຢາງ່າຍ ມາໃຊ້ເປັນສ່ວນປະກອບສໍາຄັນໃນການຜະລິດຢາບ້າ.

ໃນຊຸມປີຜ່ານມາ, ສື່ມວນຊົນໄດ້ລາຍງານຫຼາຍຄັ້ງວ່າ ເຈົ້າໜ້າທີ່ຕໍາຫຼວດຢູ່ຕ່າງປະເທດ ໄດ້ຈັບກຸມກຸ່ມແກ້ງທີ່ປຸງແຕ່ງຢາເສບຕິດຈາກຈີນແລະ ບັນດາວັດຖຸດິບທີ່ພວກເຂົາໃຊ້ປະກອບຫຼັກໆແມ່ນ ຢາແກ້ໄຂ້ຫວັດທີ່ມີຢູ່ພາຍໃນປະເທດ ເຊັ່ນ: Tylenol, Bekahei ແລະ Contec.

ກຸ່ມແກ້ງຢາເສບຕິດເຫຼົ່ານີ້ ຈ່າຍຄ່າຂົນສົ່ງນັກຮຽນຕ່າງປະເທດຕໍ່າທີ່ສຸດ ຫຼັງຈາກຊື້ຢາເຢັນໃນປະເທດ ເພື່ອໃຫ້ພວກເຂົາສາມາດນໍາເອົາວັດສະດຸຢາໄປຕ່າງປະເທດ. ເວົ້າໃຫ້ເຂົ້າໃຈງ່າຍໆວ່າ: ຢາຊະນິດເມັດ Contec 10 ກິໂລກຼາມ ສາມາດປຸງແຕ່ງເປັນສານເສບຕິດປະເພດ Pseudoephedrine 4 kg, ເຊິ່ງເມື່ອມັນເຂົ້າເຖິງຕະຫຼາດມືດແລ້ວ 1 ກິໂລກຼາມ ສາມາດຂາຍໄດ້ໃນລາຄາ 650.000 ຢວນ ແລະ ລາຄາສະເລ່ຍຂອງກ່ອງຢາເຢັນ Contec ບໍ່ເກີນ 20 ຢວນ, ກໍາໄລແມ່ນມະຫາສານ.

ແປ ແລະ ຮຽບຮຽງໂດຍ: ສ.ວົງໄຊ