ການເຮັດທຸລະກໍາທີ່ຜິດກົດໝາຍໃນເວບໄຊ “ດໍາ” ນັ້ນ, ພວກເຂົາໄດ້ສ້າງໄວ້ໂດຍບໍ່ໃຫ້ຄົນທົ່ວໄປເຂົ້າເຖິງໄດ້ ແລະ ຕົວທ່ອງເວັບປົກກະຕິກໍບໍ່ສາມາດເຂົ້າເຖິງໄດ້. ການປິດບັງຂໍ້ມູນນີ້ ມັນໄດ້ກາຍເປັນການປົກປ້ອງຢາເສດຕິດ, ປືນ, ຮູບພາບລາມົກ ແລະ ການເຮັດທຸລະກໍາອື່ນໆ ໄປໃນຕົວ. ອີງຕາມສະຖິຕິແລ້ວ, ຈໍານວນຄົນທີ່ຊື້ຢາໃນເວັບດຳ ໄດ້ເພີ່ມຂຶ້ນ 2,4% ຫຼັງຈາກປີ 2014 ແລະ ລາຍໄດ້ປະຈໍາປີຂອງກິດຈະກໍາທີ່ຜິດກົດໝາຍໃນເວັບດໍາ ໄດ້ຫຼາຍຮ້ອຍລ້ານໂດລາ.

ເມື່ອປຽບທຽບກັບທຸລະກຳທາງອິນເຕີເນັດປົກກະຕິ, ລັກສະນະທີ່ໃຫຍ່ທີ່ສຸດຂອງເວັບດຳແມ່ນ ມັນບໍ່ຈຳເປັນຕ້ອງຮູ້ຊື່ ແລະ ຕົວຕົນຂອງຜູ້ຊື້ ແລະ ທ່ານສາມາດຊື້ຫຍັງກໍໄດ້ຕະຫຼອດເວລາທີ່ທ່ານມີເງິນ, ຜູ້ຂາຍບໍ່ຈຳເປັນຕ້ອງຮູ້ວ່າ ຜູ້ຊື້ແມ່ນໃຜ; ເວັບໄຊດຳເອງກໍບໍ່ໄດ້ດຳເນີນການກວດສອບເບື້ອງຫຼັງ ແລະ ບໍ່ເກັບບັນທຶກການເຮັດທຸລະກຳ ເຊິ່ງຫຼັງຈາກການເຮັດທຸລະກຳສຳເລັດ ຂໍ້ມູນທັງໝົດຈະຖືກທຳລາຍ.

ຂະບວນການສະເພາະແມ່ນ ຜູ້ຊື້ຈ່າຍເງິນສຳລັບສິນຄ້າໃດໜຶ່ງ ແລະ ຫຼັງຈາກນັ້ນເງິນຈະຖືກໂອນເຂົ້າບັນຊີຂອງຜູ້ດູແລເວັບຂອງພາກສ່ວນທີສາມ. ຖ້າຜູ້ຊື້ຕັດສິນໃຈວ່າ ສິນຄ້າບໍ່ມີບັນຫາ ເງິນຈະຖືກໂອນໃຫ້ຜູ້ຂາຍ, ຖ້າມີບັນຫາກັບສິນຄ້າ ຜູ້ບໍລິຫານຈະຍົກເລີກການຈັດສົ່ງສິນຄ້າຂອງຜູ້ຂາຍ ແລະ ສົ່ງເງິນຄືນເຂົ້າບັນຊີຂອງຜູ້ຊື້.

ບັນດາຕະຫຼາດດຳທີ່ໃຫຍ່ກວ່າໝູ່ ແມ່ນ Alphabay, Dream Market, Valhalla ແລະ Silk Road 3.0 ແລະອື່ນໆ; ຮູບແບບການດຳເນີນງານຂອງຕະຫຼາດດຳ ແມ່ນຄ້າຍຄືກັບສູນອິນເຕີເນັດ ແລະ ມັນຖືກເອີ້ນວ່າ “Amazon ສີດຳ”. ຕະຫຼາດດຳທີ່ໃຫຍ່ທີ່ສຸດຂອງອິນເຕີເນັດ ໃຊ້ວິທີການຈ່າຍເງິນຂອງພາກສ່ວນທີສາມ ເພື່ອຮັບປະກັນຄວາມປອດໄພຂອງຜູ້ຂາຍ ແລະ ຜູ້ຊື້ ກໍຄືກັບຕົວເອງ.

ວາລະສານ “ນັກເສດຖະສາດ” ໄດ້ວິເຄາະຂໍ້ມູນການເຮັດທຸລະກຳຂອງ Darknet ເມື່ອບໍ່ດົນມານີ້ ແລະ ເປີດເຜີຍວ່າ:

ຂໍ້ມູນທີ່ເກັບກຳໄດ້ສະແດງໃຫ້ເຫັນວ່າ ປະລິມານການເຮັດທຸລະກຳທັງໝົດຂອງ Darknet ແມ່ນປະມານ 50 ລ້ານໂດລາ, ເຊິ່ງອັດຕາສ່ວນທີ່ສູງທີ່ສຸດແມ່ນ ຢາເສບຕິດປະເພດຢາອີ ແລະ ກັນຊາ (Cannabis) ໄດ້ກາຍເປັນສິນຄ້າທີ່ໄດ້ຮັບຄວາມນິຍົມຫຼາຍທີ່ສຸດ ດ້ວຍຂໍ້ສະເໜີນຳໃຊ້ບໍລິການເຖິງ 38.000 ລາຍການ.

ເຖິງແນວໃດກໍຕາມ, ການຄ້າຂາຍສິນຄ້າທີ່ຜິດກົດໝາຍ ເຊັ່ນ: ປືນ ແລະ ຢາເສບຕິດ ຍັງເປັນພຽງແຕ່ສ່ວນນ້ອຍໆໃນສາກບັງໜ້າຂອງຕະຫຼາດມືດ. ຢູ່ໃນເວັບໄຊດໍາ, ທຸກໆລາຍການສາມາດລະບຸເພື່ອຂາຍ ເຊິ່ງໃນນັ້ນມີການຂາຍເອກະສານປອມ ແລະ ຂໍ້ມູນສ່ວນຕົວ. ແຕ່ທີ່ຮ້າຍແຮງໄປກວ່ານັ້ນ, ຍັງມີອະໄວຍະວະຂອງມະນຸດ, ຂ້າທາດທາງເພດເດັກ ແລະ ມີອາວຸດອື່ນໆອີກຫຼາຍຢ່າງ ເຊັ່ນ: ປືນສັ້ນ Beretta 92, ປືນ Interpol PPK, AK-47 ແລະ ລູກລະເບີດ ລ້ວນແຕ່ຍັງຢູ່ໃນບັນຊີລາຍຊື່ຂອງຂໍ້ຕົກລົງ.

ຍົກຕົວຢ່າງເຊັ່ນ: ປືນ Bushmaster M4 ຂອງ ກອງກຳລັງພິເສດອັບການິສຖານ ທີ່ມີຄວາມຍາວປະມານ 91,4 cm, ມີລູກປືນ 30 ລູກ ເຊິ່ງເປັນຜະລິດຕະພັນທີ່ໄດ້ຮັບຄວາມນິຍົມຫຼາຍໃນເວັບມືດ.

ລັດຖະບານຂອງທຸກໆປະເທດ ລວມທັງ ສະຫະລັດ ອາເມລິກາ ຍັງໄດ້ສະກັດກັ້ນ ແລະ ຄວບຄຸມຢ່າງຈິງຈັງ ເຮັດໃຫ້ຫຼາຍໆເວັບໄຊໄດ້ຖືກປິດລົງ ແຕ່ເນື່ອງຈາກວ່າລັກສະນະທີ່ບໍ່ສາມາດຄວບຄຸມໄດ້ຂອງເວັບໄຊດຳ ເຮັດໃຫ້ມັນກັບມາປະກົດຕົວອີກຄັ້ງ ແລະ ຍິ່ງເຂັ້ມແຂງຂຶ້ນກວ່າເກົ່າໃນໄລຍະເວລາສັ້ນໆ; ເຊິ່ງມັນໄດ້ກາຍເປັນການບັງຄັບໃຫ້ລັດຖະບານ ຕ້ອງລົງທຶນໃນຊັບພະຍາກອນມະນຸດ, ເຕັກໂນໂລຊີ ແລະ ການເງິນຫຼາຍຂຶ້ນ ເພື່ອຈັດການກັບປະກົດການທີ່ທ້າທາຍນີ້.

ການຊີວິດປະຈຳວັນ ແມ່ນພົບກັບຄວາມສະດວກສະບາຍຫຼາຍ ຍ້ອນການພັດທະນາຂອງອິນເຕີເນັດ. ດັ່ງນັ້ນ, ຈຶ່ງບໍ່ຕ້ອງສົງໄສວ່າ ຄວາມສະດວກສະບາຍນີ້ແມ່ນຈະບໍ່ທົ່ວເຖິງກັນ ແຕ່ມັນເປັນສິດເສລີພາບທີ່ໄດ້ຖືກແບ່ງປັນໃຫ້ທຸກຄົນໄດ້ຮັບການຊົມໃຊ້. ພ້ອມດຽວກັນນີ້, ມັນຍັງເປັນເຄື່ອງມືຊ່ວຍໃຫ້ເຈົ້າໜ້າທີ່ຕິດຕາມເປົ້າໝາຍ ທີ່ເຄື່ອນໄຫວບໍ່ຖືກຕ້ອງຕາມລະບຽບກົດໝາຍ ກໍຄື ການລະເມີດລະບຽບການນຳໃຊ້ສື່ທີ່ບໍ່ຖືກຕ້ອງ ລວມທັງ ຜູ້ຊົມໃຊ້ໃນການເຄື່ອນໄຫວກໍ່ການກະທຳຜິດທາງອາຍາ. ໃນຂະນະທີ່ ຄວາມກ້າວໜ້າທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີ ຍິ່ງປະກົດໃຫ້ເຫັນຝ່າຍທີ່ສວຍໂອກາດນຳໃຊ້ອິນເຕີເນັດ ໄປໃນທາງທີ່ບໍ່ຖືກຕ້ອງນັບມື້ນັບຊັດເຈນຂຶ້ນ.

ພາຍຫຼັງການຫັນປ່ຽນຂອງສະຕະວັດໃໝ່, ການພັດທະນາວິທະຍາສາດ ແລະ ເຕັກໂນໂລຊີຢ່າງໄວວາ ໄດ້ປ່ຽນແປງຄວາມຮັບຮູ້. ດັ່ງນັ້ນ, ການພັດທະນາທາງດ້ານເຕັກໂນໂລຊີ ມັນກໍຍັງເປັນການເຮັດໃຫ້ຄົນລຸ້ນເກົ່າ ບໍ່ທັນຮູ້ໄດ້ ແລະ ນຳໃຊ້ເຖິງຄວາມທັນສະໄໝດັ່ງກ່າວ ຈຶ່ງມີການລະແວງສົງໄສວ່າ ການມີວິທະຍາສາດທີ່ທັນສະໄໝນີ້ ມັນໄດ້ສ້າງປະໂຫຍດຫຍັງໃຫ້ກັບສັງຄົມ ຫຼື ມັນຈະມີໄພຂົ່ມຂູ່ຕໍ່ການດຳລົງຊີວິດໃນປັດຈຸບັນ ຫຼາຍຂຶ້ນ.

ກ່ຽວກັບສື່ສັງຄົມ, ຂໍ້ມູນ, ປັນຍາປະດິດ ແລະ ຄວາມເປັນຈິງແບບປອມໆ, ຂໍ້ກຳນົດທີ່ຄຸ້ນເຄີຍເຫຼົ່ານີ້ ເຮັດໃຫ້ສື່ມວນຊົນ, ນັກທຸລະກິດ, ນັກລົງທຶນ ແລະ ຜູ້ຊົມສາທາລະນະຊົນ ມີຄວາມຄິດສ້າງສັນດ້ານເຕັກໂນໂລຊີໃໝ່. ສິ່ງດຽວທີ່ຜູ້ຄົນສົນໃຈ ກໍຄືວ່າ ເຕັກໂນໂລຊີຈະໄວຂຶ້ນ, ໃໝ່ຂຶ້ນ ແລະ ມີປະສິດທິພາບຫຼາຍກວ່າເກົ່າ, ແຕ່ເບິ່ງແລ້ວຈະລືມໄປວ່າ ເມື່ອເຕັກໂນໂລຊີຖືກພັດທະນາ ຖ້ານຳໃຊ້ບໍ່ຖືກຕ້ອງ ຜົນກະທົບທາງລົບກໍກາຍເປັນຜົນຮ້າຍໄດ້ທຸກເມື່ອ.

ທ່ານ Musk, CEO ຂອງ ບໍລິສັດເຕັກໂນໂລຊີຂັ້ນສູງ Tesla, ໄດ້ຄັດຄ້ານຢ່າງເປີດເຜີຍຕໍ່ກັບ ການພັດທະນາເຕັກໂນໂລຊີ AI ທີ່ບໍ່ມີຂອບເຂດ ເຊິ່ງທ່ານເຊື່ອວ່າ:

ປັນຍາປະດິດ (AI) ແມ່ນແນວໂນ້ມດ້ານເຕັກໂນໂລຊີທີ່ບໍ່ສາມາດປ່ຽນແປງໄດ້ ແຕ່ການພັດທະນາ AI ໃຫ້ໄດ້ຜົນກຳໄລຢ່າງເຕັມທີ່ ມັນເທົ່າກັບການເປີດກ່ອງ Pandora ແລະ ປຽບເໝືອນການປົດລັອກປືນທີ່ຢູ່ໃນໂໝດປອດໄພ ໃຫ້ພ້ອມຍິງໃນທັນທີ ເຊິ່ງແນ່ນອນບໍ່ມີໃຜສາມາດຮູ້ໄດ້ວ່າ ປືນກະບອກນັ້ນຈະລັ່ນໄກເວລາໃດ ແລະ ເມື່ອໃດ.

ແປ ແລະ ຮຽບຮຽງໂດຍ: ສ.ວົງໄຊ