ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີປະກາດເລື່ອນຊັ້ນ ພັນເອກ ຂຶ້ນຊັ້ນ ພົນຈັດຕະວາ ໃຫ້ນາຍຕໍາຫຼວດຂັ້ນສູງຈໍານວນ 5 ທ່ານ ໃນວັນທີ 30 ພະຈິກ 2020, ເປັນປະທານ ແລະ ປະດັບຊັ້ນໂດຍ ພົທ ວິໄລ ຫຼ້າຄໍາຟອງ ລັດຖະມົນຕີ ກະຊວງ ປກສ, ມີຮອງລັດຖະມົນຕີ, ການນໍາກະຊວງ, ຫ້ອງວ່າການ, ກົມໃຫຍ່ ພ້ອມດ້ວຍກົມ-ກອງອ້ອມຂ້າງກະຊວງ ເຂົ້າຮ່ວມ.
ພົຈວ ປອ ສຸວັນນີ ສີສຸພາບມີໄຊ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ ໄດ້ຜ່ານລັດຖະດໍາລັດຂອງ ປະທານປະເທດ ວ່າດ້ວຍ ການເລື່ອນຊັ້ນນາຍຕໍາຫຼວດ ຈາກ ພັນເອກ ຂຶ້ນເປັນຊັ້ນ ພົນຈັດຕະວາ ຈໍານວນ 5 ທ່ານ ເຊິ່ງໃນນີ້ມີ:
- ພັອ ຈູມມະນີ ວົງມະນີ ຮອງຫົວໜ້າກົມໃຫຍ່ສັນຕິບານ
- ພັອ ປອ ມາລາ ວິລະຈິດ ຫົວໜ້າກົມຄົ້ນຄວ້າວິທະຍາສາດ-ປະຫວັດສາດ
- ພັອ ຄໍາແພງ ລາວລີ ຮອງຫົວໜ້າກົມໃຫຍ່ພະລາທິການ
- ພັອ ສົມໄຊ ພູລະຄໍາມະນີ ຫົວໜ້າ ປກສ ແຂວງເຊກອງ
- ພັອ ຄໍາພົນ ສີຫາປັນຍາ ຮອງຫົວໜ້າກົມໃຫຍ່ຕຳຫຼວດ
ພົທ ວິໄລ ຫຼ້າຄໍາຟອງ ໄດ້ກ່າວວ່າ:
“ ການປະກາດເລື່ອນຊັ້ນໃນຄັ້ງນີ້ ສະແດງເຖິງການເຕີບໃຫຍ່ຂະຫຍາຍຕົວຂອງ ກໍາລັງປ້ອງກັນຄວາມສະຫງົບ, ທັງແມ່ນຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ ”
ພ້ອມນັ້ນ, ທ່ານຍັງໄດ້ຊີ້ນໍາຕໍ່ຜູ້ທີ່ໄດ້ຮັບການເລື່ອນຊັ້ນ ຕະຫຼອດຮອດ ຄະນະພັກ-ຄະນະນໍາແຕ່ລະຂັ້ນ ຈົ່ງເພີ່ມທະວີວຽກງານຄວາມສາມັກຄີພາຍໃນໃຫ້ໜັກແໜ້ນ ກໍຄື ຄວາມສາມັກຄີໃນລະບຽບຫຼັກການ, ມີຄວາມເປັນເອກະພາບພາຍໃນພັກ, ເປັນກໍາລັງແຮງອັນດຽວກັນ ເຊິ່ງຈະເປັນເງື່ອນໄຂພື້ນຖານ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານການເມືອງ ໃຫ້ມີຜົນສໍາເລັດ.