ໃນອາທິດຜ່ານມາ, ຄະນະນໍາເມືອງຫົງສາ ແຂວງໄຊຍະບູລີ ນໍາໂດຍ ທ່ານ ຄໍາຫຼ້າ ຜິວວັນນາ ເຈົ້າເມືອງຫົງສາ, ພ້ອມດ້ວຍຄະນະນໍາຂອງເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ນໍາເອົາວັດຖຸປັດໄຈ; ເຊິ່ງມີເຄື່ອງນຸ່ງຫົ່ມຕ້ານໄພໜາວ, ອຸປະກອນເຄື່ອງໃຊ້ໃນເຮືອນຄົວ, ເຄື່ອງກິລາ ແລະ ອຸປະກອນການຮຽນໃຫ້ນ້ອງນັກຮຽນຢູ່ໂຮງຮຽນມັດທະຍົມສຶກສາຕອນຕົ້ນບ້ານທ່າຊວ່າງ, ໂຮງຮຽນ ມສ ບ້ານ ນໍ້າຕັບ ແລະ ໂຮງຮຽນ ມສ ບ້ານຄົກແອກ, ໂດຍມີຜູ້ອໍານວຍການໂຮງຮຽນ, ພະນັກງານຄູ-ອາຈານ ແລະ ນ້ອງນັກ ຮຽນເຂົ້າຮ່ວມ.

ເຄື່ອງທີ່ນຳໄປຊ່ວຍເຫຼືອໃນຄັ້ງນີ້ທາງອົງການປົກຄອງເມືອງຫົງສາ ໄດ້ປຸກລະດົມທຶນສົມທົບແຕ່ລະຫ້ອງການ, ພ້ອມດ້ວຍຄອບຄົວການນໍາເພື່ອຈັດຊື້ຜ້າຫົ່ມ, ເຄື່ອງກິລາ, ເຄື່ອງໃຊ້ໃນເຮືອນຄົວ ແລະ ອຸປະກອນການຮຽນລວມມູນ ຄ່າທັງໝົດ 18.500.000 ກີບ; ເພື່ອນຳໄປມອບໃຫ້ນັກຮຽນທີ່ດໍາລົງຊີວິດອາໄສຢູ່ຫໍພັກກິນນອນຢູ່ໃນໂຮງຮຽນ 3 ແຫ່ງ, ນ້ອງນັກຮຽນສ່ວນຫຼາຍແມ່ນມາຈາກເຂດບ້ານຫ່າງໄກສອກຫຼີກ, ບາງນ້ອງຂາດການເບິ່ງແຍງດູແລຈາກຄອບຄົວ, ເປັນເດັກກຳພ້າ, ທັງນີ້ ກໍເພື່ອເປັນການຊຸກຍູ້ ແລະ ໃຫ້ກໍາລັງໃຈນ້ອງນັກຮຽນໃນການສຶກສາຮໍ່າຮຽນ.

ນອກນັ້ນ, ອົງການປົກຄອງເມືອງ ຍັງໄດ້ມອບປຶ້ມຂຽນໃຫ້ແຕ່ລະໂຮງຮຽນຢູ່ພາຍໃນເມືອງ ແລະ ຍັງຈະໄດ້ສືບຕໍ່ເອົາໃຈໃສ່ຊຸກຍູ້ຊ່ວຍເຫຼືອໂຮງຮຽນທີ່ຍັງຂາດເຂີນຕາມທ່າແຮງທີ່ມີ; ໃນໂອກາດນີ້, ທາງຄະນະນຳຂອງເມືອງ ຍັງໄດ້ເນັ້ນໃຫ້ພະນັກງານຄູ-ອາຈານ ແລະ ນ້ອງນັກຮຽນສືບຕໍ່ເອົາໃຈໃສ່ການຮຽນ-ການສອນ, ຊຸກຍູ້ສົ່ງເສີມນ້ອງນັກຮຽນທຸກຄົນສຸມໃສ່ການສຶກສາຮໍ່າຮຽນໃຫ້ຫຼາຍຂຶ້ນ, ຕິດພັນກັບການເຮັດສວນຄົວ ປູກພືດຜັກ ເຂົ້າເຮືອນຄົວໃຫ້ຫຼາຍຂຶ້ນ ເພື່ອໄວ້ບໍລິໂພກເປັນອາຫານຕ້ານໄພ ອຶດຫິວ, ຮັບປະກັນໃຫ້ຊີວິດການເປັນຢູ່ຂອງນ້ອງນັກຮຽນໄດ້ກິນອີ່ມນຸ່ງອຸ່ນ ແລະ ມີສຸຂະພາບແຂງແຮງດີ.