ໂຮງພິມໂຊກພາໄຊ ມອບຄອມພິວເຕີໃຫ້ ກົມສື່ມວນຊົນ ປກສ

0
772

ວັນທີ 4 ທັນວາ ຜ່ານມາ,ໂຮງພິມໂຊກພາໄຊ ຈໍາກັດ ໄດ້ມອບຄອມພິວເຕີຕັ້ງໂຕະ ຈຳນວນ 2 ຊຸດ ແລະ ປິນເຕີ 1 ເຄື່ອງ ລວມມູນຄ່າ 6.497.000 ກີບ ໃຫ້ກົມສື່ມວນຊົນ ປກສ ກົມໃຫຍ່ການເມືອງ ກະຊວງ ປກສ, ຕາງໜ້າມອບໂດຍ ທ່ານ ແກ້ວຕາ ອິນທິສານ ຮອງອຳນວຍການໂຮງພິມໂຊກພາໄຊ ຈໍາກັດ, ກ່າວຮັບໂດຍ ພັອ ເພີນຄໍາ ແສງດາລາ ຫົວໜ້າກົມສື່ມວນຊົນ ປກສ, ມີຄະນະທັງສອງຝ່າຍເຂົ້າຮ່ວມ

ທ່ານ ແກ້ວຕາ ອິນທິສານ ກ່າວວ່າ: ການທີ່ນຳເອົາຄອມພິວເຕີຕັ້ງໂຕະ ແລະ ປິນເຕີທີ່ນຳມາມອບໃຫ້ກົມສື່ມວນຊົນ ປກສ ໃນຄັ້ງນີ້ ເພື່ອປະ ກອບສ່ວນເຂົ້າໃນວຽກງານວິຊາສະເພາະຂອງກົມສື່ມວນຊົນ ປກສ. ເຊິ່ງເຄື່ອງຈໍານວນດັ່ງກ່າວນີ້ ຈະໄດ້ໝູນໃຊ້ເຂົ້າໃນວຽກງານຕົວຈິງໃຫ້ເກີດປະໂຫຍດສູງສຸດ.

ໃນໂອກາດນີ້,ພັອ ເພີນຄໍາ ແສງດາລາ ກໍໄດ້ມອບໃບຊົມເຊີຍໃຫ້ໂຮງພິມໂຊກພາໄຊ ຈໍາກັດ ແລະ ອວຍພອນໄຊອັນປະເສີດໃຫ້ຄະນະອຳ ນວຍການ ແລະ ພະນັກງານໃນໂຮງພິມ ທຸກສະຫາຍຈົ່ງມີສຸ ຂະພາບແຂງແຮງ, ມີຜົນສຳເລັດໃນກິດຈະການ ແລະໜ້າທີ່ວຽກງານ. ສ່ວນ ຄອມພິວເຕີ ແລະປິນເຕີດັ່ງກ່າວ ແມ່ນຈະບັນຈຸໃຫ້ກອງບັນນາທິການວາລະສານປ້ອງກັນຄວາມສະຫງົບ ນຳໃຊ້ເຂົ້າໃນວຽກງານຈັດໜ້າວາລະສານ.

ພາບ-ຂ່າວ: ຈັນສະໝອນ ໝື່ນສີ