ເຜີຍແຜ່ຜົນສຳເລັດກອງປະຊຸມໃຫຍ່ ຄັ້ງທີ VIII ອົງຄະນະພັກ ແຂວງຫຼວງນໍ້າທາ

0
642

ໃນອາທິດແລ້ວນີ້, ກອງບັນຊາການ ປກສ ແຂວງຫຼວງນໍ້າທາ ໄດ້ຈັດຕັ້ງເຜີຍແຜ່ເຊື່ອມຊຶມຜົນສຳເລັດກອງປະຊຸມໃຫຍ່ ຄັ້ງທີ VIII ອົງຄະນະພັກແຂວງຫຼວງນໍ້າທາ ໃຫ້ພະນັກງານນັກຮົບ ປກສ ແຂວງຫຼວງນ້ຳທາໄດ້ຮັບຮູ້ ເພື່ອພ້ອມກັນນຳເອົາເນື້ອໃນຈິດໃຈ ໄປຈັດຕັ້ງຜັນຂະຫຍາຍຢ່າງເປັນຮູບປະທຳ, ເຜີຍແຜ່ໂດຍ ສະຫາຍ ພົຈວ ສົມໄຊ ຈັນທະວົງ ກຳມະການພັກແຂວງ ເລຂາອົງຄະນະພັກກອງບັນຊາການ ຫົວໜ້າກອງບັນຊາການ ປກສ ແຂວງຫຼວງນໍ້າທາ, ມີພະນັກງານນັກຮົບອ້ອມຂ້າງກອງບັນຊາການ ປກສ ແຂວງເຂົ້າຮ່ວມ,

ພົຈວ ສົມໄຊ ຈັນທະວົງ ໃຫ້ຮູ້ວ່າ: ກອງປະຊຸມໃຫຍ່ຜູ້ແທນຄັ້ງທີ VIII ອົງຄະນະພັກແຂວງຫຼວງນໍ້າທາ ໄດ້ມີການຄົ້ນຄວ້າແລະຮັບຮອງເອົາຢ່າງເປັນເອກະສານບົດລາຍງານການເມືອງຂອງຄະນະບໍລິຫານງານພັກແຂວງສະ ໄໝທີ VII ເປັນຕົ້ນແມ່ນໄດ້ຕີລາຄາຢ່າງເລິກເຊິ່ງຕໍ່ບັນດາສາເຫດທີ່ພາໃຫ້ມີຂໍ້ຄົງຄ້າງ ແລະຖອດຖອນບົດຮຽນການຈັດຕັ້ງຜ່ານມາ,ດ້ານວຽກງານປັບປຸງກໍ່ສ້າງພັກໃຫ້ປອດໃສ ເຂັ້ມແຂງ ໜັກແໜ້ນ, ໄດ້ຮັບຟັງການລາຍງານ ແລະ ຮັບຮອງເອົາບົດສຳຫຼວດການນຳພາຂອງຄະນະບໍລິຫານງານພັກແຂວງ ສະໄໝທີ VII ໂດຍຕີລາຄາສູງຕໍ່ຄວາມພະຍາຍາມຕັ້ງໜ້າ,ຄວາມເປັນເຈົ້າການປະດິດສ້າງ ແລະ ການສູ້ຊົນນຳພາຈັດຕັ້ງຜົນຂະຫຍາຍມະຕິກອງປະຊຸມໃຫ່ຍຄັ້ງທີ X ຂອງພັກ.

ກອງປະຊຸມ,ບັນດາຜູ້ແທນສົມບຸນ ຍັງໄດ້ໃຊ້ສິດປະຊາທິປະໄຕໃນການປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກແຂວງຊຸດທີ VIII, ເຊິງ ມີຜູ້ລົງສະໝັກ 36 ສະຫາຍ,ເລືອກເອົາ 31ສະຫາຍ.ໃນນັ້ນ,ໄດ້ເອກະພາບເອົາ ສະຫາຍ ຄຳໄຫຼ ສີປະເສີດ ເປັນເລຂາພັກແຂວງ, ສະຫາຍ ຈັນ ທອງ ແກ້ວປະເສີດ ເປັນຮອງເລຂາ, ສະຫາຍ ຄຳຟອງ ອີນມະນີ ເປັນຮອງເລຂາ,ເລືອກເອົາຄະນະປະຈຳພັກແຂວງ 9 ສະຫາຍ ແລະ ເລືອກເອົາປະທານ-ຮອງປະທານກວດກາ 4 ສະຫາຍ.

ພາບ-ຂ່າວ: ກອນຄຳ ແສນຫຼວງລາດ