3 ກົມ ປະກາດເລື່ອນຊັ້ນໃຫ້ນາຍຕໍາຫຼວດ

0
1758

ວັນທີ 3 ທັນວາ ຜ່ານມາ, ກົມໃຫຍ່ຕໍາຫຼວດ,ກົມກວດກາ-ກວດການ ແລະ ກົມສື່ສານ ກະຊວງ ປກສ ຈັດພິທີປະກາດເລື່ອນຊັ້ນໃຫ້ນາຍຕໍາຫຼວດທີ່ມີຜົນງານດີເດັ່ນໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະ ແລະ ຄົບມາດຖານເງື່ອນໄຂ; ປະດັບຊັ້ນໂດຍ ພົຈວ ຄໍາກິ່ງ ຜຸຍຫຼ້າມະ ນີວົງ ຫົວໜ້າກົມໃຫຍ່ຕໍາຫຼວດ, ພົຈວ ຄໍາຜາສິດ ບົງມູນທອງ ຫົວໜ້າກົມກວດກາ-ກວດການ ແລະ ພັອ ແສງປະເສີດ ສຸທຳມະວົງ ຫົວໜ້າກົມສື່ສານ ກະຊວງປ້ອງກັນຄວາມສະຫງົບ.

ກົມໃຫຍ່ຕໍາຫຼວດ ເລື່ອນຊັ້ນໃຫ້ນາຍຕໍາຫຼວດ ຈໍານວນ 44 ສະຫາຍ; ໃນນີ້, ເລື່ອນຊັ້ນ ພັນຕີ ຂຶ້ນພັນໂທ ຈໍານວນ 13 ສະຫາຍ, ຮ້ອຍເອກ ຂຶ້ນພັນຕີ 6 ສະຫາຍ ແລະ ຮ້ອຍໂທ ຂຶ້ນຮ້ອຍເອກ 15 ສະຫາຍ.

ກົມກວດກາ-ກວດການ ປະກາດເລື່ອນຊັ້ນຮ້ອຍໂທ ຂຶ້ນຮ້ອຍເອກ 4 ສະຫາຍ ແລະ ກົມສື່ສານ ປະ ກາດເລື່ອນຊັ້ນໃຫ້ນາຍຕໍາຫຼວດ ຈໍານວນ5 ສະຫາຍ;ໃນນີ້, ເລື່ອນຊັ້ນ ພັນຕີ ຂຶ້ນພັນໂທ 4 ສະຫາຍ ແລະ ຮ້ອຍໂທ ຂຶ້ນຮ້ອຍເອກ 1 ສະຫາຍ.