ເຈົ້າໜ້າທີ່ພະແນກຕຳຫຼວດສືບສວນ-ສອບສວນ ປກສ ແຂວງຈຳປາສັກ ໄດ້ນໍາກໍາລັງເຂົ້າກັກຕົວຜູ້ກໍ່ເຫດ ລັກງົວ ແລະ ຜູ້ຊື້ຊັບຜິດກົດໝາຍໃນເດືອນກັນຍາ 2020 ພາຍຫຼັງທີ່ໄດ້ຮັບແຈ້ງຈາກຜູ້ເສຍຫາຍ.

ເຈົ້າໜ້າທີ່ ປກສ ແຂວງຈໍາປາສັກ ໃຫ້ຮູ້ວ່າ: ໃນວັນທີ 16 ກັນຍາ 2020, ເຈົ້າໜ້າທີ່ ປກສ ເມືອງປາກຊ່ອງ ໄດ້ຮັບແຈ້ງຄວາມຈາກທ້າວ ສັກສິດ ຄັ້ງວັນທີ 15 ກັນຍາ 2020 ໄດ້ມີຄົນຮ້າຍບໍ່ຮູ້ຈຳນວນມາລັກເອົາງົວຂອງຕົນຢູ່ບ້ານກອງຕຸ່ນ ເມືອງປາກຊ່ອງ ແຂວງຈຳປາສັກ ຈຳ ນວນ 1 ໂຕ. ຈາກນັ້ນ, ຈຶ່ງປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງລົງຕິດຕາມ ແລະ ຮູ້ໄດ້ເປົ້າໝາຍຊື່ ທ້າວ ອຳພອນ ຫຼື ອ້ວນອາຍຸ 35 ປີ ຢູ່ບ້ານໜອງສູງ ເມືອງປາກຊ່ອງ ກ່ອນກັກ ຕົວຜູ້ກ່ຽວໄປດຳເນີນຄະດີ ແລະ ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ ທ້າວ ອຳພອນ ສາລະພາບວ່າ: ໄດ້ເຄື່ອນໄຫວລັກຊັບປະເພດແບ້ ແລະ ງົວ ມາແຕ່ເດືອນກໍລະກົດ ຫາເດືອນກັນຍາ ຈໍານວນ 3 ຄັ້ງ; ເມື່ອລັກໄດ້ແລ້ວກໍເອົາໄປຂາຍໃຫ້ ທ້າວ ສົມພານ. ສ່ວນເງິນທີ່ໄດ້ຈາກການຂາຍນັ້ນ ຜູ້ກ່ຽວກໍເອົາໄປໃຊ້ຈ່າຍຫຼິ້ນກິນຟຸມເຟືອຍ ພ້ອມທັງຊື້ຢາເສບຕິດມາເສບຈົນໝົດ.

ມາຮອດວັນທີ 24 ກັນຍາ 2020, ເຈົ້າໜ້າທີ່ວິຊາາສະເພາະ ປກສ ແຂວງຈໍາປາສັກ ຈຶ່ງໄດ້ນໍາກໍາລັງເຂົ້າກັກຕົວທ້າວ ສົມພານ ອາຍຸ 49 ປີຢູ່ບ້ານຫ້ວຍເສັດ ເມືອງປາກຊ່ອງ ໃນຂໍ້ຫາຮັບຊື້ກົດໝາຍ; ສຳລັບງົວ ແລະ ແບ້ ທີ່ຜູ້ກ່ຽວຮັບຊື້ມາຈາກ ທ້າວ ອໍາພອນ ນັ້ນແມ່ນໄດ້ນໍາໄປຂາຍຕໍ່.

ການກະທຳດັ່ງກ່າວຂອງ ທ້າວ ອຳພອນ ແລະ ທ້າວ ສົມພານ ແມ່ນການກະທຳເປັນອາຈີນ, ເຊິ່ງຜິດຕໍ່ກົດໝາຍອາຍາມາດຕາ 231, 244, 320 ຂອງປະມວນກົດໝາຍ ແຫ່ງ ສປປ ລາວ ແລະ ເເຕະຕ້ອງເຖິງກຳມະສິດ, ຊັບສິນຂອງບຸກຄົນອື່ນ. ນອກນັ້ນ, ຍັງສ້າງຄວາມບໍ່ສະ ຫງົບຄວາມບໍ່ເປັນລະບຽບຮຽບຮ້ອຍໃນສັງຄົມນຳອີກ.

ຂ່າວ: ປກສ ແຂວງຈຳປາສັກ