ປກສ ເມືອງຜາໄຊ ປະກາດເລື່ອນຊັ້ນໃຫ້ນາຍຕໍາຫຼວດ

0
1254

ວັນທີ 30 ທັນວາ ຜ່ານມາ, ກອງບັນຊາການ ປກສ ເມືອງຜາໄຊ ແຂວງຊຽງຂວາງ ໄດ້ຈັດພິທີປະກາດເລື່ອນຊັ້ນໃຫ້ນາຍ ແລະ ພົນຕໍາຫຼວດຜູ້ທີ່ຄົບມາດຖານເງື່ອນໄຂ ແລະ ມີຜົນງານດີເດັ່ນຮອດອາຍຸການເລື່ອນຊັ້ນ,ໂດຍມີ ທ່ານ ບຸນມາ ສຸຍະວົງ ເຈົ້າເມືອງຜາໄຊ, ພ້ອມດ້ວຍ ພັທ ຄຳຝົນ ກີ່ງດາລາ ຫົວໜ້າກອງບັນຊາການ ປກສ ເມືອງ, ມີຄະນະກອງບັນຊາການ, ຫົວໜ້າພະແນກ, ນາຍແລະພົນຕໍາຫຼວດທີ່ໄດ້ຮັບການເລື່ອນຊັ້ນເຂົ້າຮ່ວມ.

ພັຕ ວິໄລອ້ອຍ ທະວີສຸກ ຫົວໜ້າພະແນກການເມືອງ ໄດ້ຂຶ້ນຜ່ານຂໍ້ຕົກລົງສະບັບເລກທີ 3091,3089/ປກສ,ລົງວັນທີ 24 ພະຈິກ 2020 ວ່າດ້ວຍການເລື່ອນຊັ້ນໃຫ້ນາຍຕໍາຫຼວດ ກອງບັນຊາການປກສ ແຂວງຊຽງຂວາງ.ໃນນັ້ນ, ກອງບັນບັນຊາການ ປກສ ເມືອງຜາໄຊ ເລື່ອນຊັ້ນພັນຕີ ຂຶ້ນພັນໂທ 3 ສະຫາຍ ແລະ ເລື່ອນຊັ້ນຮ້ອຍໂທ ຂຶ້ນຮ້ອຍເອກ  1 ສະຫາຍ, ໂດຍການປະດັບຊັ້ນຂອງ ພັທ ຄໍາຝົນ ກີ່ງດາລາ ຫົວ ໜ້າກອງບັນຊາການ ປກສ ເມືອງຜາໄຊ.

ໃນໂອກາດນີ້, ທ່ານ ບຸນມາ ສຸຍະວົງ ເຈົ້າເມືອງຜາໄຊ ໄດ້ໂອ້ລົມ ເຊິ່ງກ່ອນອື່ນທ່ານໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜູ້ທີ່ໄດ້ຮັບການເລື່ອນຊັ້ນໃນຄັ້ງນີ້ ທີ່ໄດ້ຕັ້ງໜ້າປະກອບສ່ວນເຫື່ອແຮງສະຕິປັນຍາ ເຂົ້າໃນວຽກງານປ້ອງກັນຄວາມສະຫງົບ ຈົນສາມາດຍາດໄດ້ຜົນງານອັນດີເດັ່ນຫຼາຍດ້ານ. ພ້ອມທັງ ເນັ້ນໃຫ້ນາຍຕຳຫຼວດຜູ້ທີ່ໄດ້ຮັບການເລື່ອນຊັ້ນ ຈົ່ງພ້ອມກັນເອົາໃຈໃສ່ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ກໍຄື ວຽກງານວິຊາສະເພາະ ທີ່ໄດ້ຮັບມອບໝາຍຢ່າງມີຄວາມຮັບຜິດຊອບສູງຂຶ້ນກວ່າເກົ່າ.