ພິທີປະກາດເລື່ອນຊັ້ນໃຫ້ນາຍ ແລະ ພົນຕໍາຫຼວດ ກອງບັນຊາການປ້ອງກັນສູນກາງ (ປກ) ກະຊວງ ປກສ ໃຫ້ກັບຜູ້ທີ່ມີຜົນສໍາເລັດໃນການປະຕິບັດໜ້າທີ່ວຽກງານ ແລະ ຄົບມາດຖານເງື່ອນໄຂຂອງການເລື່ອນຊັ້ນ ທີ່ໄດ້ກໍານົດໄວ້ໃນກົດໝາຍ ວ່າດ້ວຍ ກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ຈັດຂຶ້ນໃນວັນທີ 14 ກໍລະກົດ 2021, ເປັນປະທານໂດຍ ພົຈວ ສົມພົງ ຂໍາວິລຸນ ຫົວໜ້າກອງບັນຊາການ ປກ, ມີບັນດາຄະນະພັກ-ຄະນະບັນຊາ, ຫ້ອງ, ກອງພັນ, ໂຮງຮຽນ, ກອງຮ້ອຍ ແລະ ພະນັກງານຜູ້ທີ່ໄດ້ຮັບການເລື່ອນຊັ້ນ ເຂົ້າຮ່ວມ.

ພັທ ພູນສີ ແດງຈໍາປາ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການ ປກ ໄດ້ຂຶ້ນຜ່ານຂໍ້ຕົກລົງ ເລກທີ 1089, 1090, 1091 ຂອງ ລັດຖະມົນຕີ ກະຊວງ ປກສ ວ່າດ້ວຍ ການເລື່ອນຊັ້ນໃຫ້ນາຍຕໍາຫຼວດ ກອງບັນຊາການ ປກ, ເຊິ່ງໄດ້ເລື່ອນຊັ້ນດັ່ງນີ້:

  • ພັນຕີ ຂຶ້ນ ພັນໂທ 16 ສະຫາຍ
  • ຮ້ອຍເອກ ຂຶ້ນ ພັນຕີ 4 ສະຫາຍ
  • ຮ້ອຍໂທ ຂຶ້ນ ຮ້ອຍເອກ 3 ສະຫາຍ

ທັງນີ້, ເປັນກຽດປະດັບຊັ້ນໂດຍ ພົຈວ ສົມພົງ ຂໍາວິລຸນ.

ໂອກາດນີ້, ທ່ານຫົວໜ້າກອງບັນຊາການ ປກ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບນາຍ ແລະ ຕໍາຫຼວດທີ່ໄດ້ຮັບການເລື່ອນຊັ້ນໃໝ່ໃນຄັ້ງນີ້ ແລະ ເນັ້ນໃຫ້ຮັກສາມູນເຊື້ອຄວາມດຸໝັ້ນ ໃນການປະຕິບັດວຽກງານທີ່ການຈັດຕັ້ງມອບໝາຍໃຫ້, ມີຄວາມຈົ່ງຮັກພັກດີຕໍ່ພັກ-ລັດ, ຕໍ່ກໍາລັງປ້ອງກັນຄວາມສະຫງົບ ແລະ ເພື່ອນມິດສະຫາຍ, ພ້ອມກັນສືບຕໍ່ເຮັດວຽກງານວິຊາສະເພາະ ທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້ ຢ່າງມີຜົນສໍາເລັດ.