ກົມ 512 ປາຖະກະຖາມູນເຊື້ອວັນລັດຖະທໍາມະນູນແຫ່ງ ສປປ ລາວ

0
774

ກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ (ກົມ 512) ກະຊວງ ປກສ ໄດ້ຈັດພິທີປາຖະກະຖາເລົ່າຄືນມູນເຊື້ອວັນລັດຖະທໍາມະນູນແຫ່ງ ສປປ ລາວ ຄົບຮອບ 30 ປີ (15 ສິງຫາ 1991-15 ສິງຫາ 2021) ເພື່ອໃຫ້ໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບມູນເຊື້ອໃນວັນສຳຄັນດັ່ງກ່າວ ແລະ ນໍາໄປຈັດຕັ້ງຜັນຂະຫຍາຍ,ໃນວັນທີ 17 ສິງຫາ 2021, ໃຫ້ກຽດເຜີຍແຜ່ໂດຍ ພົຈວ ສະແຫວງ ພົມມະລີ ຫົວໜ້າກົມຄົ້ນຄວ້າວິທະ ຍາສາດ ແລະ ປະຫວັດສາດ, ມີບັນດາ ຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບພາຍໃນກົມເຂົ້າຮ່ວມ.

ພົຈວ ສະແຫວງ ພົມມະລີ ໄດ້ຍົກໃຫ້ເຫັນເຖິງຄວາມໝາຍ-ຄວາມສໍາຄັນຂອງວັນລັດຖະທຳມະນູ ແຫ່ງ ສປປ ລາວ ເປັນຂີດໝາຍໃໝ່ແຫ່ງການຫັນໄປສູ່ການຄຸ້ມຄອງລັດ,ຄຸ້ມຄອງສັງຄົມດ້ວຍກົດໝາຍ ແລະ ສ້າງລັດແຫ່ງກົດໝາຍເທື່ອລະກ້າວ, ສ່ອງແສງໃຫ້ເຫັນເຖິງລັກສະນະທາດແທ້ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງລະບອບປະຊາທິປະໄຕ ປະຊາຊົນລາວ ພາຍໃຕ້ການນຳພາອັນຖືກຕ້ອງຂອງພັກປະຊາຊົນ ປະຕິວັດລາວ ທັງເປັນການຢັ້ງຢືນຕໍ່ໂລກກ່ຽວກັບຄວາມເປັນເອກະລາດ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງ ສປປ ລາວ.

ນອກນີ້,ທ່ານໄດ້ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບ ຈົ່ງພ້ອມກັນເຊື່ອມຊຶມ,ກຳແໜ້ນ ແລະ ເຂົ້າໃຈ ຢ່າງເລິກເຊິ່ງຕໍ່ກັບເນື້ອໃນຈິດໃຈມູນເຊື້ອວັນປະຫວັດສາດດັ່ງກ່າວ ແລ້ວນຳໄປຈັດຕັ້ງຜັນຂະຫຍາຍ ເພື່ອເຮັດໃຫ້ເຂົາເຈົ້າມີຄຸນທາດການເມືອງໜັກແໜ້ນ, ເຂັ້ມແຂງທາງດ້ານການຈັດຕັ້ງ, ເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ, ອຸ່ນອຽນທຸ່ນທ່ຽງ ແລະ ມີຄວາມຫ້າວຫັນເຮັດສຳເລັດໜ້າທີ່ວຽກງານການເມືອງຕາມຂັ້ນເທິງມອບໝາຍໃຫ້ຢ່າງມີປະສິດທິພາບສູງ.

ໃນກອງປະຊຸມ, ຍັງໄດ້ຜ່ານຂໍ້ຕົກລົງວ່າດ້ວຍການຄຸ້ມຄອງລາຍຮັບ-ລາຍຈ່າຍຂອງກົມຄົ້ນຄວ້າວິທະຍາສາດ ແລະ ປະຫວັດສາດ ປກສ ປະ ກອບມີ 8 ໝວດ 27 ມາດຕາ.ໃນນີ້, ຂໍຕົກລົງສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການໃນການຄຸ້ມຄອງລາຍຮັບ-ລາຍ ຈ່າຍຂອງກົມ 512 ເພື່ອຈັດຕັ້ງປະຕິບັດການຄຸ້ມຄອງດັ່ງກ່າວໃຫ້ເປັນເອກະພາບ,ລວມສູນ ແລະ ເປັນລະບົບຖືກຕ້ອງ, ສອດຄ່ອງຕາມກົດ ໝາຍ ແລະ ລະບຽບການທີ່ກຳນົດໄວ້.

ພາບ-ຂ່າວ: ບຸນພະຈັນ ຄຳແສນໂຄດ