ການພົວພັນຊື້-ຂາຍຢາເສບຕິດປະເພດທີ່ ກົດໝາຍເກືອດຫ້າມເຊັ່ນ: ເຮໂຣອິນ, ມອກຝິ່ນ, ໂຄເຄນ,ຢາອີ, ຢາບ້າ, ວັດຖຸເຄມີເພື່ອຜະລິດ, ຢາເສບຕິດ, ຝິ່ນ ຫຼື ກັນຊາ ບໍ່ວ່າໜ້ອຍ ຫຼື ຫຼາຍລ້ວນແຕ່ໄດ້ຮັບໂທດຕາມກົດໝາຍອາຍາ ດັ່ງຄະດີ ໃນເມື່ອບໍ່ດົນມານີ້ ຄະນະສານອາຍາຂັ້ນຕົ້ນ ສານປະຊາຊົນ ນະຄອນຫຼວງວຽງຈັນ,ໄດ້ຕັດສິນ ຄະດີຢາເສບຕິດ ຈຳເລີຍ ຊື່: ທ້າວ ຕໍ້ , ອາຍຸ 21 ປີ, ສັນຊາດລາວ, ເຊື້ອຊາດລາວ, ກໍາມະກອນ, ຢູ່ບ້ານບໍ່ເຫຼັກ, ເມືອງໄຊທານີ ນະຄອນຫຼວງວຽງຈັນ ຮັບໂທດຈຳຄຸກ 5 ປີ, ປັບໃໝ 10 ລ້ານກີບ ໃນສະຖານ: ການຄ້າຂາຍຢາເສບຕິດ (ຢາບ້າ).

ໄອຍະການປະຊາຊົນ ນະຄອນຫຼວງວຽງຈັນ ໄດ້ຖະແຫຼງໄຈ້ແຍກການກະທໍາຜິດຕໍ່ຄະນະສານ ອາຍາຂັ້ນຕົ້ນສານປະຊາຊົນ ນະຄອນຫຼວງວຽງຈັນ ວ່າ: ທ້າວ ຕໍ້ ເລີ່ມພົວພັນເຄື່ອນໄຫວຄ້າຂາຍຢາເສບຕິດ (ຢາບ້າ) ມາແຕ່ປີ 2017 ເປັນຕົ້ນ ມາຢາບ້າທີ່ຜູ້ກ່ຽວນໍາມາຂາຍໃນແຕ່ລະຄັ້ງນັ້ນ ແມ່ນຊື້ມາຈາກ ທ້າວ ອື້ມ, ອາຍຸ 26 ປີ, ຢູ່ບ້ານບໍ່ ເຫຼັກ ເມືອງໄຊທານີ ນະຄອນຫຼວງວຽງຈັນ. ໄລ ຍະຜ່ານມາໄດ້ຊື້ຢາບ້າຫຼາຍຄັ້ງ, ຄັ້ງລະ 50 ເມັດ, ເມື່ອໄດ້ຢາບ້າແລ້ວ ຜູ້ກ່ຽວກໍໄດ້ເອົາຢາບ້າໄປ ເລາະຂາຍໃຫ້ຊາວໜຸ່ມທົ່ວໄປຕາມບ້ານບໍ່ເຫຼັກ. ສ່ວນເງິນທີ່ໄດ້ມາຈາກການຂາຍຢາບ້ານັ້ນໄດ້ເອົາໃຊ້ຈ່າຍສ່ວນຕົວ ແລະ ຫຼິ້ນກິນຟຸມເຟືອຍໝົດ; ຮອດວັນທີ 7 ສິງຫາ 2020 ເວລາປະມານ 1 ໂມງ ຜູ້ກ່ຽວໄດ້ອອກໄປຊື້ຢາບ້ານໍາ ທ້າວ ອື້ມ, ໃນຈໍານວນ 190 ເມັດ ພາຍຫຼັງໄດ້ຢາບ້າມາແລ້ວ ກໍໄດ້ກັບມານອນຢູ່ເຮືອນ ເມື່ອຮອດເວລາ 7 ໂມງເຊົ້າ ເຈົ້າໜ້າທີ່ ປກສ ກຸ່ມຫົວຊຽງ, ເມືອງໄຊທານີ, ເຂົ້າຈັບຕົວຜູ້ກ່ຽວ ພ້ອມຂອງກາງຢາບ້າ ຈໍານວນ 190 ເມັດ, ຈາກນັ້ນ ກໍໄດ້ນໍາສົ່ງຜູ້ກ່ຽວ ຂຶ້ນມາກອງບັນຊາການ ປກສ ເມືອງໄຊທານີ, ນະຄອນຫຼວງວຽງຈັນ ເພື່ອມາດໍາເນີນຄະດີຕາມລະບຽບກົດໝາຍ.

ຜ່ານການຄົ້ວຄວ້າບັນດາຂໍ້ມູນຫຼັກຖານ ແລະ ເອກກະສານທີ່ມີຢູ່ໃນສໍານວນຄະດີຢ່າງ ລະອຽດຖີ່ຖ້ວນຮອບດ້ານ ແລະ ພາວະວິໄສ ແລ້ວຄະນະສານເຫັນວ່າ: ມີຂໍ້ມູນຫຼັກຖານຮັດ ກຸມ ແລະ ໜັກແໜ້ນພຽງພໍຢັ້ງຢືນວ່າ: ການກະ ທໍາຂອງ ທ້າວ ຕໍ້ (ຈໍາເລີຍ) ເປັນການກະທໍາຜິດ ຕໍ່ກົດ ໝາຍອາຍາ ໃນສະຖານະການຄ້າຂາຍຢາບ້າ ທີ່ແຕະຕ້ອງເຖິງສະຖຽນລະພາບທາງດ້ານເສດ ຖະກິດຂອງຊາດ ແລະ ເຮັດໃຫ້ສັງຄົມບໍ່ມີ ຄວາມສະຫງົບ ຕາມປະມວນກົດໝາຍອາຍາ ມາດຕາ 315 ວັກ 1. ແລະ ຂອງກາງ ຈໍານວນ 190 ເມັດ, ນໍ້າໜັກ 17,765 ກຼາມ; ໃນນີ້, ໄດ້ ໃຊ້ເຂົ້າໃນການກວດພິສູດວິໄຈ ຈໍານວນ 5 ເມັດ, ນ້ໍາໜັກ 0,4675 ກຼາມ. ຜ່ານການກວດ ພິສູດວິໄຈແລ້ວເຫັນວ່າ: ຢາບ້າຈໍານວນດັ່ງກ່າວ ແມ່ນບັນຈຸສານເສບຕິດປະເພດຢາບ້າ (Ma thamphamineTablel ) ຕາມບົດສະຫຼຸບ ຜົນກວດພິສູດວິໄຈຂອງກົມນິຕິວິທະຍາ ສະບັບເລກທີ 2053/ກນວ, ລົງວັນທີ 27 ຕຸລາ 2020.
ການກະທໍາຂອງ ທ້າວ ຕໍ້ ເປັນການກະທໍາ ຜິດໂດຍເຈດຕະນາເນື່ອງຈາກວ່າ: ມີຄວາມຕັ້ງ ໃຈຄ້າຂາຍຢາບ້າທັ້ງທີ່ຈໍາເລີຍ ກໍຮູ້ດີວ່າ: ຢາ ເສບຕິດຜິດກົດໝາຍຫ້າມຜະຫຼິດ, ປຸງແຕ່ງ, ມີ ໃວ້ໃນຄອບຄອງ, ຄ້າຂາຍ, ຈໍາໜ່າຍ, ນໍາເຂົ້າສົ່ງອອກ, ຂົນສົ່ງໂດຍເດັດຂາຍ; ທ້າວ ຕໍ້ (ຈໍາເລີຍ) ມີສະຕິສໍາປະຊັນຍະສົມບູນດີ ມີກະສຽນອາຍຸ ທາງອາຍາແລ້ວ ດ້ວຍເຫດຜົນ ແລະ ຫຼັກຖານ ດັ່ງກ່າວຄະນະສານ ຈຶ່ງພິຈາລະນາຕັດສິນລົງໂທດ ຈຳຄຸກ 5 ປີ ປັບໄໝ 10 ລ້ານກີບ.