ວັນທີ 10 ກຸມພາ 2022, ທ່ານ ລີ ປິງ ທີ່ປຶກສາທູດທະຫານ ສະຖານເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ ພ້ອມຄະນະ ໄດ້ເຂົ້າປຶກສາຫາລື ກັບ ພົຕ ປອ ທອງເຫຼັກ ມັງໜໍ່ເມກ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ກ່ຽວກັບວຽກງານປ້ອງກັນທາງລົດໄຟລາວ-ຈີນ ໃຫ້ມີຄວາມປອດໄພສູງຂຶ້ນກວ່າເກົ່າ.

ທ່ານ ລີ ປິງ ກ່າວວ່າ: ນັບແຕ່ເປີດນໍາໃຊ້ເສັ້ນທາງລົດໄຟລາວ-ຈີນ ພາກສ່ວນກ່ຽວຂ້ອງ ຂອງ ສປປ ລາວ ກໍໄດ້ສຸມໃສ່ ວຽກງານປ້ອງກັນເສັ້ນທາງລົດໄຟລາວ-ຈີນ ມີຄວາມຮັບປະກັນ ແລະ ປອດໄພ ດີພໍສົມຄວນ;  ແຕ່ຢ່າງໃດກໍດີ, ກໍຍັງມີປະ ກົດການຫຍໍ້ທໍ້ທີ່ເກີດຂຶ້ນກັບລົດໄຟ ລາວ-ຈີນ ເປັນຕົ້ນມີກຸ່ມຄົນຈໍານວນໜຶ່ງ ລັກອຸປະກອນທາງລົດໄຟ ເຊັ່ນ: ລັກນ໋ອດ, ລັກຕັດສາຍໄຟ ແລະອື່ນໆ ເຮັດໃຫ້ທາງລົດໄຟ ຍັງບໍ່ຮັບປະກັນຄວາມປອດໄພໄດ້ດີເທົ່າທີ່ຄວນ; ສະນັ້ນ, ຈຶ່ງສະເໜີມາຍັງກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ສຸມໃສ່ວຽກງານປ້ອງກັນ  ແລະ  ຮ່ວມມືກັບບໍລິສັດທາງລົດໄຟ ແລະ ທາງການ ສປ ຈີນ ພ້ອມທັງຍົກລະດັບຄວາມຮູ້ຄວາມສາມາດໃຫ້ເຈົ້າໜ້າ  ທີ່ລາວໃນການເຮັດໜ້າທີ່ປ້ອງກັນໃຫ້ມີປະສິດທິພາບສູງຂຶ້ນກວ່າເກົ່າ.

ພົຕ ປອ ທອງເຫຼັກ ມັງໜໍ່ເມກ ກ່າວ ວ່າ: ວຽກປ້ອງກັນເສັ້ນທາງລົດໄຟລາວ-ຈີນ ແມ່ນວຽກງານໃໝ່ສໍາລັບ ສປປ ລາວ ນັບແຕ່ມອບ-ຮັບ  ແລະ  ເປີດນໍາໃຊ້ເສັ້ນ ທາງດັ່ງກ່າວ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ  ກໍໄດ້ປັບປຸງລະບົບການ ຈັດຕັ້ງ ໂດຍສ້າງຕັ້ງກົມຕໍາຫຼວດທາງລົດໄຟຂຶ້ນກັບກົມໃຫຍ່ຕຳຫຼວດ, ພະແນກຕໍາຫຼວດທາງລົດໄຟຂຶ້ນກັບ ປກສ ແຂວງ ແລະ ກອງຕໍາຫຼວດທາງລົດໄຟຂຶ້ນກັບເມືອງ; ນອກນັ້ນ, ກໍຍັງມີກໍາລັງຂອງກະຊວງປ້ອງກັນປະເທດ, ປກຊ-ປກສ ບ້ານ ແລະ ເຈົ້າໜ້າທີ່ຄວາມປອດໄພຂອງບໍລິສັດ ເຮັດໜ້າທີ່ເວນຍາມ ແລະ ປ້ອງກັນ ເສັ້ນທາງລົດໄຟທີ່ຜ່ານບັນດາແຂວງຂອງ ສປປ ລາວ. ແຕ່ຢ່າງໃດກໍຕາມ, ກໍຍັງມີປະກົດການຫຍໍ້ທໍ້ທີ່ເກີດຂຶ້ນ ເຈົ້າໜ້າທີ່ ກໍສາມາດຈັບຜູ້ທີ່ມາລັກອຸປະກອນທາງ ລົດໄຟໄປດໍາເນີນຄະດີໄດ້ຈຳນວນໜຶ່ງ; ໃນຕໍ່ໜ້າກະຊວງ ປກສ ຈະລົງກວດກາວຽກງານປ້ອງກັນຢູ່ບັນດາແຂວງທີ່ເສັ້ນທາງລົດໄຟຕັດຜ່ານ ເພື່ອນຳບົດຮຽນມາປັບປຸງວຽກງານໃຫ້ດີຂຶ້ນກວ່າເກົ່າ. ພ້ອມນັ້ນ, ກໍຍັງສະເໜີໃຫ້ມີການຈັດຝຶກອົບຮົມ ວຽກງານວິຊາສະເພາະໃຫ້ເຈົ້າໜ້າທີ່ ສປປ ລາວ ແລະ ປະກອບອຸປະກອນທີ່ທັນສະໄໝ. ທັງນີ້, ກໍເພື່ອອໍານວຍຄວາມ ສະດວກໃຫ້ວຽກງານປ້ອງກັນ.

ໃນການປຶກສາຫາລືຄັ້ງນີ້, ທີ່ປຶກສາທູດທະຫານ ສປ ຈິີນ ຈະນໍາເອົາຄໍາສະ ເໜີຂອງກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ກັບໄປລາຍງານຕາມຂັ້ນຕອນ ແລະ ອະນຸມັດໃນຂັ້ນຕໍ່ໄປ ເພື່ອຮັບປະກັນວຽກງານປ້ອງກັນເສັ້ນທາງລົດໄຟມີຄວາມປອດໄພ 100%.