ກົມຕຳຫຼວດສືບສວນ-ສອບສວນ ກົມໃຫຍ່ຕຳຫຼວດ ກະຊວງ ປກສ ເປີດຊຸດຝຶກອົບຮົມວຽກງານວິຊາສະເພາະສືບສວນ-ສອບສວນ ພາຍໃຕ້ຫົວຂໍ້ “ການສືບສວນ-ສອບສວນຄະດີອາຍາ ຮັບປະກັນຄວາມໂປງໃສ, ຍຸຕິທໍາ ແລະ ເປັນມືອາຊີບ “ ໃນວັນທີ 14 ມີນາ 2022, ເປັນປະທານໂດຍ ພັອ ແກ່ນຈັນ ພົມມະຈັກ ຮອງຫົວໜ້າກົມໃຫຍ່ຕຳຫຼວດ ຫົວໜ້າກົມຕຳຫຼວດສືບສວນ-ສອບສວນ, ແຂກຮັບເຊີນ, ບັນດາວິທະຍາກອນ ແລະ ສຳມະນາກອນ ຢູ່ບັນດາກົມ-ກອງວິຊາສະເພາະ ອ້ອມຂ້າງກະຊວງ, ປກສ ນວ ແລະ ປກສ ແຂວງ ທົ່ວປະເທດ ເຂົ້າຮ່ວມ.
+ ພັອ ແກ່ນຈັນ ພົມມະຈັກ ກ່າວວ່າ:
ການເປີດຊຸດຝຶກອົບຮົມໃນຄັ້ງນີ້ ກໍເພື່ອເຮັດໃຫ້ເຈົ້າໜ້າທີ່ຕຳຫຼວດສືບສວນ-ສອບສວນ ໄດ້ຍົກລະດັບຄວາມຮູ້-ຄວາມສາມາດຂຶ້ນອີກບາດກ້າວໜຶ່ງ, ຮູ້ປະຕິບັດສິດ, ໜ້າທີ່ຂອງຕົນເອງຢ່າງຖືກຕ້ອງ, ກຳແໜ້ນແນວທາງນະໂຍບາຍຂອງພັກ-ກົດໝາຍຂອງລັດ, ລະບຽບ ແລະ ຫຼັກການວິຊາສະເພາະ, ປະຕິບັດວິທີການສືບສວນ-ສອບສວນ ແລະ ມາດຕະການສະກັດກັ້ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ວ່າດ້ວຍ ການດຳເນີນຄະດີອາຍາ ຢ່າງຖືກຕ້ອງ ແລະ ເປັນເອກະພາບກັນໃນຂອບເຂດທົ່ວປະເທດ.
ການຝຶກອົບຮົມໃນຄັ້ງນີ້ ຈະໄດ້ດໍາເນີນເປັນເວລາ 5 ວັນເຕັມ ນັບແຕ່ວັນທີ 14-18 ມີນາ 2022 ຈຶ່ງສຳເລັດ.
+ ສຳລັບເອກະສານທີ່ນຳມາຝືກອົບຮົມໃນຄັ້ງນີ້ ປະກອບມີ:
- ເອກະສານຈັນຍາບັນ
- ຈັນຍາທໍາຂອງ ເຈົ້າໜ້າທີ່ຕໍາຫຼວດສືບສວນ-ສອບສວນ
- ເອກະສານລະບຽບວິໃນຂອງ ກຳລັງປ້ອງກັນຄວາມສະຫງົບ ສະບັບປັບປຸງ
- ເອກະສານແຜນຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດ
- ເອກະສານຄຳສັ່ງແນະນໍາວ່າດ້ວຍ ການດຳເນີນຄະດີຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ
- ບົດບັນທຶກຮ່ວມ 4 ພາກສ່ວນກ່ຽວກັບ ການດຳເນີນຄະດີຕາມຂະບວນການຍຸຕິທຳ ຄັ້ງທີ 6
- ບົດບັນທຶກຮ່ວມລະຫວ່າງ ອົງການໄອຍະການປະຊາຊົນສູງສຸດ ກັບ ກະຊວງ ປກສ
- ບົດບັນທຶກກົນໄກການປະສານງານລະຫວ່າງ ອົງການໄອຍະການປະຊາຊົນສູງສຸດ ກັບ ກະຊວງ ປກສ
- ຄໍາສັ່ງແນະນໍາຂອງ ກົມໃຫຍ່ຕຳຫຼວດ ວ່າດ້ວຍ ການເພີ່ມທະວີເອົາໃຈໃສ່ຊີ້ນຳ-ນຳພາ, ກວດກາ ແລະ ຊຸກຍູ້ຢ່າງເດັດດ່ຽວເດັດຂາດ ໃນການສືບສວນ-ສອບສວນຄະດີອາຍາ
- ຄຳສັ່ງແນະນຳຂອງ ກົມໃຫຍ່ຕໍາຫຼວດ ວ່າດ້ວຍ ການເພີ່ມທະວີເອົາໃຈໃສ່ ໃນການໃນການເຄື່ອນໄຫວວິຊາສະເພາະສືບສວນ-ສອບສວນ ແກ້ໄຂຄະດີລັກຊັບ ແລະ ລັກລົດຈັກ
- ວຽກງານປ້ອງກັນສະຖານທີ່ເກີດເຫດ
- ວຽກງານຊັນນະສູດສະຖານທີ່ເກີດເຫດ ແລະ ຊາກສົບ
- ວຽກງານການສືບຄົ້ນຫາເປົ້າໝາຍອາຍາ, ວຽກງານຊັນນະສູດລະແວງສົງໃສ
- ວຽກງານສ້າງລາຍຄະດີສະເພາະ
- ວຽກງານກໍ່ສ້າງ-ນໍາໃຊ້ຕາໜ່າງປິດລັບ
- ແຜນວາດການດໍາເນີນຄະດີອາຍາ ສໍາລັບ ເຈົ້າໜ້າທີ່ສືບສວນ-ສອບສວນ
- ເອກະສານຍຸດທະວີທີ ການຈັບຕົວຜູ້ຖືກຕ້ອງຫາ
- ເອກະສານຍຸດທະວີທີ ໃນການກວດຄົ້ນເຄຫະສະຖານ, ຍານພາຫະນະ ແລະ ຕົນຕົວບຸກຄົນ
- ເອກະສານຍຸດທະວິທີ ການສອບສວນເອົາຄໍາໃຫ້ການຂອງຜູ້ຖືກເສຍ, ຂອງພະຍານ ແລະ ຜູ້ຖືກຫາ
- ຫຼັກຖານໃນຄະດີອາຍາ
- ການປະກອບຫຼັກຖານໃນຄະດີອາຍາ
- ການເກັບກຳຮັກສາຫຼັກຖານ ຫຼື ເຄື່ອງຂອງກາງໃນຄະດີອາຍາ
- ການສືບສວນ-ສອບສວນຊອກຫາ ຂໍ້ມູນຫຼັກຖານທາງເອເລັກໂຕຼນິກ
- ການສະຫຼຸບຄະດີອາຍາ
- ການຕີລາຄາ 4 ອົງປະກອບຂອງ ການກະທໍາຜິດທາງອາຍາ ຢ່າງພາວະວິໄສ, ຄົບຖ້ວນ, ລະອຽດ ແລະ ຊັດເຈນ
- ເອກະສານປະກອບສຳນວນ-ສໍາເນົາຄະດີອາຍາ ສົ່ງໃຫ້ ໄອຍະການປະຊາຊົນ