ໃນອາທິດຜ່ານມາ, ຄະນະພັກຮາກຖານກອງບັນຊາການ ປກສ ເມືອງໄຊຍະບູລີ, ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມສະຫຼຸບວຽກງານກໍ່ສ້າງໜ່ວຍພັກ ປອດໃສເຂັ້ມແຂງໜັກແໜ້ນ ປະຈາປີ 2021 ແລະ ທິດທາງແຜນການ 2022 ເປັນປະທານໂດຍ ສະຫາຍ ພັທ ພອນສະຫັວດ ພະໄຊສົມບັດ ກໍາມະການພັກເມືອງ ເລຂາຄະພັກຮາກຖານຫົວໜ້າກອງບັນຊາການ ປກສ ເມືອງໄຊຍະບູລີ, ເຂົ້າຮ່ວມໂດຍ ສະຫາຍ ຄຳຜາຍ ແກ້ວບົວ ຮອງເລຂາພັກເມືອງ ຮອງເຈົ້າເມືອງໄຊຍະບູລີ, ສະຫາຍ ພັອ ຄໍາສີນ ຜິວວັນນາ ຄະນະປະຈໍາພັກ ປະທານກວດກາ ຄະນະພັກຮອງກອງບັນຊາການ ປກສ ແຂວງໄຊ ຍະບູລີ, ມີຄະພັກຮາກຖານ, ຄະນະໜ່ວຍພັກ, ແຂກຮັບເຊີນ, ສະມາຊິກພັກເຂົ້າຮ່ວມ.

ສະຫາຍ ພັທ ພອນສະຫວັດ ພະໄຊສົມບັດ ກ່າາວ່າ: ຕະຫຼອດໄລຍະຜ່ານມາ, ຄະນະພັກແຕ່ລະຂັ້ນໄດ້ນໍາເອົາແນວທາງນະໂຍບາຍມະຕິ, ຄໍາສັ່ງ, ລະ ບຽບຂອງພັກ, ກົດໝາຍ ແລະ ລະບຽບການຕ່າງໆຂອງລັດຫັນເປັນແຜນການຈັດຕັ້ງນໍາພາເປັນອັນລະອຽດຢ່າງເປັນລະບົບຕໍ່ເນື່ອງ, ໂດຍຖືເອົາການ ສຶກສາອົບຮົມການເມືອງ-ແນວຄິດສະມາຊິກພັກ, ມະຫາຊົນ ເປັນບັນຫາຫຼັກ ແລະ ນໍາພາເຮັດໜ້າທີ່ວຽກງານວິຊາສະເພາະ, ແກ້ໄຂປະການຫໍ້ຍທໍ້ທີ່ເກີດຂຶ້ນຢູ່ໃນສັງຄົມຊຸກຢູ່ບັນດາ ປກສ ກຸ່ມບ້ານ ເຄື່ອນໄຫວເຮັດໜ້າທີ່ວຽກງານຕິດຕາມຄົນເຂົ້າ-ອອກ ທີ່ມາເຮັດວຽກຊົ່ວຄາວ ແລະ ເຄື່ອນໄຫວ ອອກກວດກາລາດຕະເວນຕາມຂອບເຂດທຕົນຮັບຊອບເຮັດໃຫ້ມີຄວາມສະຫງົບ 100%.

ຜ່ານການກວດຕີລາຄາແບ່ງປະເພດ ສະມາຊິກພັກ, ມະຫາຊົນ ແລະ ໜ່ວຍພັກຕາມ 5 ມາດຖານ ເຫັນວ່າ ສະມາຊິກພັກໄດ້ປະເພດແຂງ 164 ສະ ຫາຍ ຍິງ 33 ສະຫາຍ, ກາງ 6 ສະຫາຍ, ຍິງ 1 ສະຫາຍ, ບໍ່ໄດ້ ແບ່ງ 5 ສະຫາຍ, ມະຫາຊົນໄດ້ປະເພດດີ 27 ສະຫາຍ ຍິງ 8 ສະຫາຍ, ປະເພດອ່ອນ 4 ສະຫາຍ, ປະເພດໜ່ວຍງານ 79 ໜ່ວຍງານໄດ້ປະເພດແຂງ, ພະແນກ ແລະ ຫ້ອງການ ປກສ ກຸ່ມ ບ້ານ ໄດ້ປະເພດແຂງ, ຕີລາຄາປະເພດໜ່ວຍພັກ 13 ໜ່ວຍພັກ ໄດ້ປະເພດແຂງ, ອົງການຈັດຕັ້ງມະຫາຊົນ, ສະຫະພັນແມ່ຍິງໄດ້ປະເພດແຂງ ແລະ ຊາວໜຸ່ມ ໄດ້ປະເພດກາງ, ຄະນະພັກຮາກຖານ ປກສ ເມືອງໄຊຍະບູລີ, ໄດ້ຖືກຮັບຮອງເປັນຄະນະພັກຮາກຖານປອດໃສເຂັ້ມແຂງໜັກແໜ້ນ ແລະ ໄດ້ພ້ອມກັນຕີລາຄາການຈັດຕັ້ງປະຕິບັດຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ. ຈາກນັ້ນ, ເລຂາຄະນະພັກຮາກຖານ, ຕາງໜ້າໜ່ວຍພັກ, ອົງການຈັດຕັ້ງມະຫາຊົນ ຂຶ້ນຈັບມືແຂ່ງຂັນ ເພື່ອພ້ອມກັນຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ.

ສະຫາຍ ຄໍາຜາຍ ແກ້ວບົວ ໄດ້ເນັ້ນໃຫ້ຄະນະພັກ ຈົ່ງສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດສະມາຊິກພັກ, ມະຫາຊົນໃຫ້ເປັນປົກກະຕິ ແລະ ຕໍ່ເນື່ອງ ພ້ອມທັງນໍາພາປະຕິບັດໜ້າທີ່ວຽກງານທີ່ທາງການຈັດຕັ້ງຂັ້ນເທິງມອບໜາຍໃຫ້ມີຜົນສໍາເລັດ, ຊຸກຢູ່ເຄື່ອນໄຫວໃກ້ສິດຕິດແທດກັບບັນດາກຸ່ມ ເພື່ອຮັກສາຄວາມສະຫງົບຢູ່ບັນດາຂົງເຂດທີ່ຮັບຜິດຊອບ ແລະ ນໍາພາແກ້ໄຂປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນໃຫ້ມີຄວາມໂປ່ງໃສ ແລະ ທັນກັບສະພາບການ.